Homeຂ່າວຕ່າງປະເທດປະທານາທິບໍດີສີລັງກາຍື່ນຈົດໝາຍລາອອກແລ້ວ

ປະທານາທິບໍດີສີລັງກາຍື່ນຈົດໝາຍລາອອກແລ້ວ

Published on

ປະທານາທິບໍດີສີລັງກາ ໂກຕາບາຢາ ຣາສປັກສາ ຍື່ນຈົດໝາຍລາອອກຕໍ່ລັດຖະສະພາ ຜ່ານທາງອີເມວ ຫຼັງຈາກທີ່ໄດ້ເດີນທາງອອກນອກປະເທດ.

ຈາກກໍລະນີ ວິກິດເສດຖະກິດໃນປະເທດສີລັງກາ ປະຊາຊົນປະເຊີນກັບບັນຫາໄຟຟ້າດັບ ສິນຄ້າຂາດແຄນ ແລະ ລາຄາທີ່ເພີ່ມສູງຂຶ້ນ ລວມເຖິງການຂາດແຄນນ້ຳມັນ ຈົນເກີດການປະທ້ວງຄັ້ງໃຫຍ່ ຈາກປະຊາຊົນທີ່ບໍ່ພໍໃຈການບໍລິການທີ່ຜິດພາດຂອງຜູ້ນຳ, ເຮັດໃຫ້ປະທານາທິບໍດີລັງກາ ໂກຕາບາຢາ ຣາສປັກສາ ໄດ້ເດີນທາງອອກໄປຍັງມັລດີຟ ແລະ ສິງກະໂປ ໂດຍທີ່ຍັງບໍ່ທັນລາອອກເປັນທາງການ.

ເຮືອບິນທີ່ຄາດວ່າປະທານາທິບໍດີໄດ້ໃຊ້ໜີອອກນອກປະເທດ

ໃນວັນທີ 14 ກໍລະກົດ ມີລາຍງານວ່າ ໂກຕາບາຢາ ໄດ້ຍື່ນຈົດໝາຍລາອອກລັດຖະສະພາ ຜ່ານທາງອີເມວແລ້ວ.

ທາງການທີ່ໄດ້ຮັບອີເມວແຈ້ງລາອອກແລ້ວ ແຕ່ກຳລັງກວດສອບວ່າເປັນຈົດໝາຍລາອອກຂອງໂກຕາບາຢາ ແທບໍ.

ຈົດໝາຍຕ້ອງຖືກກວດສອບໃຫ້ຖືກຕ້ອງຕາມກົດໝາຍ ເມື່ອໄດ້ກວດສອບຄວາມຖືກຕ້ອງຂອງຈົດໝາຍ ເມື່ອໄດ້ຮັບຄຳຢືນຢັນຢ່າງເປັນທາງການ ຈະມີການຖະແຫຼງຕື່ມໃນວັນສຸກ ທີ 15 ນີ້.

ແຫຼ່ງຂ່າວຈາກ CNN

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...