Homeຂ່າວຕ່າງປະເທດປະທານາທິບໍດີສີລັງກາໄດ້ເດີນທາງອອກນອກປະເທດ

ປະທານາທິບໍດີສີລັງກາໄດ້ເດີນທາງອອກນອກປະເທດ

Published on

ປະທານາທິບໍດີ ໂກຕາບາຢາ ຣາສປັກສາ ຂອງສີລັງກາ ເດີນທາງອອກນອກປະເທດດ້ວຍເຮືອບິນຂອງກອງທັບ ເປັນທີ່ຮຽບຮ້ອຍ, ຫຼັງຈາກທີ່ພະຍາຍາມອອກໃນຫຼາຍເທື່ອແລ້ວກ່ອນໜ້ານີ້.

ໂກຕາບາຢາ ຣາສປັກສາ ປະທານາທິບໍດີຂອງສີລັງກາ

ຈາກຂ່າວທາງການຂອງສີລັງກາ ໄດ້ລາຍງານວ່າ:  ໂກຕາບາຢາ ຣາສປັກສາ ປະທານາທິບໍດີຂອງສີລັງກາ ແລະ ພັນລະຍາຂອງລາວ ລວມເຖິງ ບາຊິນ ຣາສປັກສາ ນ້ອງຊາຍຂອງລາວ ທີ່ເປັນອະດີດລັດຖະມົນຕີກະຊວງການເງິນ ໄດ້ເດີນທາງອອກຈາກສີລັງກາແລ້ວ ດ້ວຍເຮືອບິນເຈັດຂອງກອງທັບອາກາດສີລັງກາ ໃນຊ່ວງກາງເດິກຂອງຄືນວັນທີ 12 ກໍລະກົດນີ້ ຫຼັງຈາກທີ່ຄວາມພະຍາຍາມທີ່ຈະເດີນທາງອອກນອກປະເທດຫຼາຍເທື່ອແລ້ວ ແຕ່ບໍ່ປະສົບຜົນສຳເລັດ, ລວມເຖິງຄວາມພະຍາຍາມໃນວັນອັງຄານທີ່ຜ່ານມານີ້ ທີ່ຖືກເຈົ້າໜ້າທີ່ກວດຄົນເຂົ້າເມືອງບໍ່ໃຫ້ລາວ ແລະ ຄອບຄົວເຂົ້າໄປໃນຫ້ອງຮັບແຂກພິເສດ ເພື່ອໄປຈ້ຳກາໜັງສືເດີນທາງ.

ລາຍງານລ່າສຸດລະບຸວ່າ ປະທານາທິບໍດີ ໄດ້ເດີນທາງໄປຮອດກຸງມາເລ ເມືອງຫຼວງຂອງເມົາດີຟແລ້ວ ໃນເວລາ 3 ໂມງ ຕາມເວລາທ້ອງຖິ່ນ ຫຼື ກົງກັບ 5 ໂມງຂອງລາວ ໃນເຊົ້າຂອງວັນທີ 13 ກໍລະກົດນີ້, ສ່ວນນ້ອງຊາຍຂອງລາວ ໄດ້ຖືສັນຊາດອາເມຣິກາ ແລ້ວໜ້າຈະເດີນທາງໄປອາເມຣິກາ.

ການເດີນທາງອອກປະເທດໃນເທື່ອນີ້ ເປັນການຢຸດຕິການປົກຄອງປະເທດຂອງຕະກູນ ຣາສປັກສາ ທີ່ດຳເນີນມາຫຼາຍສິບປີ, ໂດຍໃນຊ່ວງຫຼາຍມື້ທີ່ຜ່ານມານີ້ ປະທານາທິບໍດີ ແລະ ຄອບຄົວ ໄດ້ໜີອອກຈາກທຳນຽບ ແລ້ວໄດ້ໄປລີ້ພັກຍັງສະຖານທີ່ໜຶ່ງທີ່ບໍ່ເປີດເຜີຍ ຫຼັງຈາກທີ່ໄດ້ຖືກກຸ່ມຜູ້ປະທ້ວງໄດ້ບຸກເຂົ້າມາ ຍ້ອນຄວາມບໍ່ພໍໃຈບັນດາຜູ້ນຳປະເທດ ທີ່ບໍລິຫານປະເທດຜິດພາດ ຈົນເຮັດໃຫ້ປະເທດປະເຊີນກັບວິກິດຄັ້ງຮຸນແຮງ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...