spot_img
Homeຂ່າວພາຍ​ໃນຄະນະສື່ມ່ວນຊົນ ເຄື່ອນໄຫວເກັບກໍາຂ່າວຂະບວນການສັກວັກຊິນ ປ້ອງກັນພະຍາດໂຄວິດ 19 ແຂວງ ສະຫວັນນະເຂດ

ຄະນະສື່ມ່ວນຊົນ ເຄື່ອນໄຫວເກັບກໍາຂ່າວຂະບວນການສັກວັກຊິນ ປ້ອງກັນພະຍາດໂຄວິດ 19 ແຂວງ ສະຫວັນນະເຂດ

Published on

ໃນວັນທີ 11 ກໍລະກົດທີ່ຜ່ານມາ ຄະນະສື່ມ່ວນຊົນ,ກົມສື່ມວນຊົນ ກະຊວງຖະແຫຼງ ຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວຮ່ວມກັບອົງການທຶນເພື່ອເດັກແຫ່ງສະຫະປະຊາຊາດ ຫລື ຢູນີເຊບ ແລະ ໜ່ວຍງານປຸກລະດົມຊຸມຊົນ ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ ນໍາໂດຍ ທ່ານ ສັງຂານ ຈູມຄໍາພັນ ຮອງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງຊາດລາວ, ທ່ານ ຕະບອງເພັດ ພຸດທະວົງ ຕາງໜ້າ ອົງການທຶນເພື່ອເດັກແຫ່ງສະຫະປະຊາຊາດ ແລະ ດຣ ທອງຄໍາ ບຸນສຸລິວົງ ຕາງໜ້າໜ່ວຍງານ ປຸກລະ ດົມຊຸມຊົນສູນສຸຂະພາບແມ່ ແລະ ເດັກກະຊວງສາທາລະນະສຸກໄດ້ເຂົ້າ ພົບປະກັບທ່ານ ນາງ ດາວວອນ ໄຊສຸລຽນ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ສະຫວັນນະເຂດ ເພື່ອເຄື່ອນໄຫວເກັບກໍາຂ່າວກ່ຽວກັບຂະບວນການສັກວັກຊິນ ປ້ອງກັນພະຍາດໂຄວິດ 19 ຮອບປົກກະຕິຢູ່ແຂວງ ສະຫວັນນະເຂດ ຢູ່ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ.

ໃນໂອກາດນີ້ ທ່ານ ສັງຂານ ຈູມຄໍາພັນ ຮອງຜູ້ອໍານວຍການໃຫຍ່ວິທະຍຸກະຈາຍສຽງແຫ່ງ ຊາດລາວໄດ້ຕາງໜ້າຄະນະໄດ້ລາຍງານຈຸດປະສົງຂອງການການລົງໄປເຄື່ອນໄຫວໃນຄັ້ງນີ້ໂດຍຫຍໍ້ ໃຫ້ທ່ານ ນາງ ດາວວອນ ໄຊສຸລຽນ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ສະຫວັນນະເຂດໄດ້ຮັບຊາບ ເພື່ອເປັນການຊຸກຍູ້ຂະບວນການສັກວັກຊິນປ້ອງກັນພະຍາດ ໂຄວິດ 19, ວັກຊິນຮອບປົກກະຕິແມ່ ແລະ ເດັກ ໂດຍສະເພາະແມ່ນຂະບວນການສັກວັກຊິນປ້ອງ ກັນພະຍາດໂຄວິດ 19 ຢູ່ 3 ເມືອງຂອງແຂວງສະຫວັນນະເຂດຄື: ເມືອງພີນ, ທ່າພະລານໄຊ ແລະ ເມືອງຊົນບູລີ ເຫັນວ່າອັດຕາການສັກວັກຊິນປ້ອງກັນໂຄວິດຕໍ່າກວ່າໝູ່ໃນທົ່ວແຂວງ.

ທ່ານ ນາງ ດາວວອນ ໄຊສຸລຽນ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ສະຫວັນນະເຂດໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນໃນໄລຍະຜ່ານມາ ໂດຍສະ ເພາະສື່ມວນຊົນແຂວງສະຫວັນນະເຂດຕໍ່ການປະກອບສ່ວນໂຄສະນາກ່ຽວກັບການຄວບຄຸມຕ້ານ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ 19 ໂດຍໄດ້ແບ່ງໜ່ວຍງານເຄື່ອນໄຫວກໍ່ຄືໂຄ ສະນາເປັນແຕ່ລະໄລຍະເພື່ອປຸກລະດົມຊຸກຍູ້ໃຫ້ພາກສ່ວນຕ່າງໆເອົາໃຈໃສ່ໃນການປ້ອງກັນພະຍາດໂຄວິດ 19 ພ້ອມທັງໃຫ້ຄວາມຮູ້ແກ່ປະຊາຊົນໄດ້ຮູ້ຈັກຜົນຮ້າຍຂອງພະຍາດໂຄວິດ 19 ແລະ ພ້ອມພຽງ ກັນໄປສັກວັກຊິນປ້ອງກັນພະຍາດໂຄວິດ 19 ນັບມື້ຫລາຍຂຶ້ນ.

ພ້ອມກັນນັ້ນ ທາງຄະນະໄດ້ເຂົ້າພົບປະກັບ ດຣ ຕຽງຄໍາ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມທັງໄດ້ລາຍງານເພື່ອໃຫ້ທ່ານ ໄດ້ຊາບກ່ຽວກັບຈຸດປະສົງຂອງ ການການລົງໄປເຄື່ອນ ໄຫວ ແລະ ເຮັດວຽກໃນຄັ້ງນີ້, ໂອກາດດັ່ງກ່າວ ດຣ ຕຽງຄໍາ ປ້ອງວົງສາ ໄດ້ລາຍງານກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານການສັກວັກຊິນປ້ອງກັນພະຍາດໂຄວິດ 19 ເຊຶ່ງຢູ່ແຂວງ ສະຫວັນນເຂດໃນໄລຍະແຜ່ນມາກໍ່ຄືປັດຈຸບັນ ເຊຶ່ງ ແຂວງ ສະຫວັນນະເຂດໄດ້ເລີ່ມຈັດຕັ້ງປະຕິບັດມານັບແຕ່ເລີ່ມມີການລະບາດຂອງພະຍາດໂຄວິດ 19 ຫຼື ທ້າຍປີ 2021 ເປັນຕົ້ນມາ, ໂດຍໄດ້ຖືເອົາຄະນະສະເພາະກິດແຕ່ລະຂັ້ນ ນັບແຕ່ຂັ້ນແຂວງຫາ ບ້ານໃນການຈັດຕັ້ງປະຕິບັດສັກວັກຊິນປ້ອງກັນພະຍາດໂຄວິດ 19 ແລະ ຜ່ານການຈັດຕັ້ງປະຕິບັດ ຜ່ານມານີ້ ເຫັນວ່າປະຊາຊົນມີຄວາມສົນໃຈ ແລະ ຕື່ນຕົວຫລາຍມາສັກວັກຊິນ ເຮັດໃຫ້ອັດຕາການ ສັກວັກຊິນປ້ອງກັນພະຍາດໂຄວິດ 19 ເພີ່ມຂຶ້ນສູງ ເມື່ອທຽບໃສ່ປັດຈຸບັນ, ໂດຍສະເພາະໄລຍະກ່ອນມີ ທີ່ລັດຖະ ບານຈະອະນຸຍາດເປີດປະເທດເປັນຕົ້ນມາ ອັດຕາການສັກວັກຊິນຢູ່ ແຂວງສະຫວັນນະເຂດ ແມ່ນນັບມື້ຫລຸດລົງ.

ດຣ ຕຽງຄໍາ ປ້ອງວົງສາ ຫົວໜ້າພະແນກສາທາລະນະສຸກແຂວງ ຍັງໃຫ້ຮູ້ຕື່ມອີກວ່າ: ຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານການສັກວັກຊິນປ້ອງກັນພະຍາດໂຄວິດ 19 ຢູ່ແຂວງ ສະຫວັນນເຂດໃນໄລຍະແຜ່ນມາກໍ່ຄືປັດຈຸບັນ ເຊຶ່ງ ແຂວງ ສະຫວັນນະເຂດ ໄດ້ເລີ່ມຈັດຕັ້ງປະຕິບັດມານັບແຕ່ເລີ່ມມີການລະບາດຂອງພະຍາດໂຄວິດ 19 ຫລື ທ້າຍປີ 2021 ເປັນຕົ້ນມາ, ໂດຍໄດ້ຖືເອົາຄະນະສະເພາະກິດແຕ່ລະຂັ້ນ ນັບແຕ່ຂັ້ນແຂວງຫາ ບ້ານໃນການຈັດຕັ້ງປະຕິບັດສັກວັກຊິນປ້ອງກັນພະຍາດໂຄວິດ 19 ແລະ ຜ່ານການຈັດຕັ້ງປະຕິບັດ ຜ່ານມານີ້ ເຫັນວ່າປະຊາຊົນມີຄວາມສົນໃຈ ແລະ ຕື່ນຕົວຫລາຍມາສັກວັກຊິນ ເຮັດໃຫ້ອັດຕາການ ສັກວັກຊິນປ້ອງກັນພະຍາດໂຄວິດ 19 ເພີ່ມຂຶ້ນສູງ ເມື່ອທຽບໃສ່ປັດຈຸບັນ, ໂດຍສະເພາະໄລຍະກ່ອນມີ ທີ່ລັດຖະ ບານຈະອະນຸຍາດເປີດປະເທດເປັນຕົ້ນມາ ອັດຕາການສັກວັກຊິນຢູ່ ແຂວງສະຫວັນນະເຂດແມ່ນນັບມື້ຫລຸດລົງ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...