Homeຄວາມງາມກິນແຕ່ອາຫານປາສະຈາກກູເຕນ ສົ່ງຜົນເສຍຫລາຍກວ່າທີ່ຄິດ

ກິນແຕ່ອາຫານປາສະຈາກກູເຕນ ສົ່ງຜົນເສຍຫລາຍກວ່າທີ່ຄິດ

Published on

images

ສາວໆເຄີຍ​ໄດ້ຍິນ​ຄຳ​ວ່າ​ ກູ​ເຕນ – ຟຣີ (Gluten-Free) ຫລື ​ອາຫານ​ທີ່​ປາສະຈາກ​ກູ​ເຕນ​ກັນ​ນຳ​ຫລື​ບໍ່ ໂດຍ​ແທ້ໆແລ້ວ​ກູ​ເຕນ​ຄື ​ໂປ​ຕີນ​ ທີ່​ມັກ​ຈະ​ພົບ​ໃນ​ທັນ​ຍະພືດ​ເຂົ້າ ເຊັ່ນ ເຂົ້າວີດ ຫລື ​ເຂົ້າ​ບາ​ເຣ ເຊິ່ງ​ໃນ​ສາວໆ​ຍັງ​ອາດຈະ​ບໍ່​ຄ່ອຍ​ຄຸ້ນ​ເຄີຍ​ກັນ​ຫລາຍ ແຕ່​ໃນ​ຕ່າງ​ປະເທດ​ມີ​ສາວ​ທີ່​ແພ້ ​ກູ​ເຕນ ​ຫລວງຫລາຍ ຈົນ​ໃນ​ນຮ້ານ​ອາຫານ​ຕ້ອງ​ຕິດ​ປ້າຍບອກ​ໄວ້​ວ່າ​ເມ​ນູ​ໃດ​ປາສະຈາກ​ກູ​ເຕນ ເຊິ່ງ​ໃຜ​ທີ່​ແພ້​ກູ​ເຕນ​ແລ້ວ​ຫລີກລ້ຽງ​ບໍ່​ກິນ​ກໍ​ພໍ​ເຂົ້າໃຈ ແຕ່​ໃຜ​ທີ່​ບໍ່​ໄດ້​ແພ້​ແລ້ວຫລີກ​ລ້ຽງ​ການ​ກິນ​ອາຫານ​ທີ່​ມີ​ ກູ​ເຕນ ​ເພາະ​ຢ້ານ​ຕຸ້ຍ ຄວນ​ລະ​ວັງ​ຜົນ​ເສຍ​ເຫລົ່າ​ນີ້​ທີ່​ຈະ​ນໍາມາ

  1. ບໍ່​ໄດ້ຮັບ​ສານ​ອາຫານ​ທີ່​ມີ​ປະ​ໂຫຍດ

ທັນຍະ​ພືດ​ບາງ​ຊະນິດ​ກໍ່ຄືເຂົ້າວີດ ​ຫລື ​ເຂົ້າ​ໄບເຣ ​ອຸດົມ​ໄປ​ດ້ວຍ​ໃຍ​ອາຫານ ແຕ່​ກໍ​ມີ​ກູ​ເຕນ​ປະສົມ​ຢູ່​ ເຊິ່ງ​ຫາກ​ສາວໆ ຫລີກລ້ຽງ​ທີ່​ຈະ​ບໍ່​ກິນ​ຂອງ​ເຫລົ່າ​ນີ້ ກໍ​ອາດຈະ​ເຮັດໃຫ້​ບໍ່​ໄດ້ຮັບ​ສານ​ອາຫານ​ທີ່​ມີ​ປະໂຫຍດ​ຕໍ່​ຮ່າງກາຍ ອີກ​ທັງ​ຍັງ​ອາດຈະ​ເຮັດໃຫ້​​ມີ​ບັນຫາ​ໃນ​ການ​ຍ່ອຍ​ອາຫານ​ໄດ້

  1. ເຮັດໃຫ້​ຕຸ້ຍ

ເຖິງແມ່ນວ່າ ​​ຈະ​ຄວບ​ຄຸມ​ນ້ຳ​ໜັກ​ດ້ວຍ​ການ​ເລືອກ​ກິນ​ແຕ່​ອາຫານ​ທີ່​ບໍ່​ມີ ​ກູ​ເຕນ  ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ ຈະ​ເຮັດໃຫ້​ຈ່ອຍ​ໄດ້​ ເພາະ​ອາຫານ​ທີ່​ບໍ່​ມີ​ ກູ​ເຕນ ​ຫລາຍ​ຊະນິດ​ກໍ​ອຸດົມ​ໄປ​ດ້ວຍ​ໄຂ​ມັນ ແຄ​ລໍ​ລີ ແລະ ​ນ້ຳ​ຕານ​ດີ ທາງ​ທີ່​ດີ​ລອງ​ເລືອກ​ອາຫານ​ສຸຂະພາບ​ທີ່​ມີ​ກູ​ເຕນ​ມາ​ກິນ​​ດີກວ່າ​

  1. ບໍ່​ໄດ້ຮັບ​ວິ​ຕາ​ມິນບີ

ວິ​ຕາ​ມິນ​ບີ​ເປັນ​ສິ່ງ​ທີ່​ສຳຄັນ​ຫລາຍ​ຕໍ່​ຮ່າງກາຍ ເພາະ​ມັນ​ຊ່ວຍ​ສ້າງ​ຈຸລັງເມັດ​ເລືອດ​ແດງ, ເຮັດໃຫ້​ຮ່າງກາຍ​ສ້າງ​ພູ​ມ​ຄຸ້ມ​ກັນ​ເພີ່ມ​ຂຶ້ນ, ດີ​ຕໍ່​ລະບົບ​ປະສາດ, ຊ່ວຍ​ເລັ່ງ​ການ​ເຜົາ​ຜານ​ອາຫານ ແລະ ​ຊ່ວຍ​ເຮັດໃຫ້​ເສັ້ນ​ຜົມ​ ແລະ ​ເລັບ​ຍາວ​ໄວ ໂດຍ  ​ວິ​ຕາ​ມິນ​ບີ​ມັກ​ຈະ​ຖືກ​ພົບ​ໃນ​ ໂຮນ​ເກນ (ທັນຍະ​ພືດ​ຂັດ​ສີ​ນ້ອຍ) ນັ້ນ​ເອງ ເຊິ່ງ​ຫາກ​​ມົວ​ແຕ່​ງົດ​ອາຫານ​ທີ່​ມີ​ກູ​ເຕນ​ເຫລົ່າ​ນີ້ ຮ່າງກາຍ​​ກໍ​ຈະ​ຂາດ​ວິ​ຕາ​ມິນ​ບີ​ໄປ​

  1. ບໍ່​ໄດ້ຮັບ​ໂຟ​ເລດ

ໂຟ​ເລດ​ເປັນ​ວິ​ຕາ​ມິນ​ທີ່​ສຳຄັນ​ຕໍ່​ຮ່າງກາຍ​ຫລາຍ​ໆ ເພາະ​ມັນ​ຈະ​ຊ່ວຍ​ເຮັດໃຫ້​ຮ່າງກາຍ​ແຂງ​ແຮງ​ສຸຂະພາບ​ດີ ຖ້າຫາກ​​ບໍ່​ໄດ້ຮັບ​ໂຟ​ເລດ​ເພາະ​ເລືອກ​ກິນ​ແຕ່​ອາຫານ​ທີ່​ປາສະຈາກ​ກູ​ເຕນ ກໍ​ອາດຈະ​ເຮັດໃຫ້​ສຸຂະພາບ​ຮ່າງກາຍ​ບໍ່ດີ​ໄດ້​

  1. ສ່ຽງ​ທີ່​ຈະ​ເປັນ​ພະຍາດ​ເບົາ​ຫວານ ​ແລະ ​ພະຍາດ​ຫົວ​ໃຈ

ໃນ​ອາຫານ​ທີ່​ປາສະຈາກ​ກູ​ເຕນ​ມັກ​ມີ​ນ້ຳ​ຕານ​ ແລະ ​ຄາ​ໂບ​ໄຮ​ເດ​ດ ​ຢູ່​ຫລາຍ ເຊິ່ງ​ຈະ​ເຮັດໃຫ້​​ສ່ຽງ​ເປັນ​ພະຍາດ​ເບົາ​ຫວານ ​ແລະ ​ພະຍາດ​ຫົວ​ໃຈ​ໄດ້ ທາງ​ທີ່​ດີ​ມາ​ເລືອກ​ອາຫານ​ທີ່​ມີ​ກູ​ເຕນ​ແຕ່​ເປັນ​ອາຫານ​ສຸຂະພາບ​ ແລະ ​ມີ​ວິ​ຕາ​ມິນ​ທີ່​ດີ​ຕໍ່​ຮ່າງກາຍ​ມາ​ກິນ​ຈະ​ດີກວ່າ​

ຢ່າງໃດ​ກໍ​ຕາມ ການ​ເລືອກ​ກິນ​ອາຫານ​ບາງຢ່າງ ​ແລະ ​ເລືອກ​ບໍ່​ກິນ​ບາງຢ່າງ ກໍ​ຖື​ເປັນ​ນິ​ໄສ​ການ​ກິນ​ທີ່​ບໍ່​ດີ​ແລ້ວ ເພາະ​ຄົນ​ເຮົາ​ຕ້ອງ​ການ​ສານ​ອາຫານ​ ແລະ ​ວິ​ຕາ​ມິນ​ໃຫ້​ຄົບ​ນັ້ນ​ເອງ ຖ້າຫາກ​ສາວໆ ຄົນ​ໃດ​ທີ່​ມັກ​ກິນ​ແຕ່​ອາຫານ​ປາສະຈາກ​ກູ​ເຕນ​ ລອງ​ຫັນ​ມາ​ເລືອກ​ກິນ​ຈະ​ດີ​ຕໍ່​ສຸຂະພາບ​ຮ່າງກາຍ​ຫລາຍກວ່າ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...