Homeຂ່າວຕ່າງປະເທດອິນເດຍ ຈະເປັນປະເທດທີ່ມີປະຊາກອນທີ່ຫຼາຍທີ່ສຸດໃນໂລກ

ອິນເດຍ ຈະເປັນປະເທດທີ່ມີປະຊາກອນທີ່ຫຼາຍທີ່ສຸດໃນໂລກ

Published on

ປະຊາກອນໂລກເພີ່ມຂຶ້ນເກືອບ 8.000 ລ້ານຄົນ ໃນວັນທີ 15 ພະຈິກນີ້ ແລະ ອິນເດຍ ຈະແຊງຈີນ ແລ້ວເປັນປະເທດທີ່ມີປະຊາກອນທີ່ຫຼາຍທີ່ສຸດໃນໂລກ.

ໃນວັນທີ 11 ກໍລະກົດ ສຳນັກງານເສດຖະກິດ ແລະ ກິດຈະການສັງຄົມ ອົງການສະຫະປະຊາຊາດ (UN) (World Population Prospects 2022) ລາຍງານວ່າ ຈຳນວນປະຊາກອນໂລກໃກ້ຈະຮອດ 8.000 ລ້ານຄົນ ໃນວັນທີ 15 ພະຈິກ 2022 ແລະ ອິນເດຍຈະແຊງໜ້າຈີນ ໃນການເປັນປະເທດທີ່ມີປະຊາກອນຫຼາຍສຸດ ໃນປີ 2023.

ໂດຍເຄິ່ງໜຶ່ງຂອງການເພີ່ມຂຶ້ນຂອງປະຊາກອນໂລກ 8.000 ລ້ານຄົນມາຈາກທະວີບອາຊີ ໂດຍອິນເດຍເພີ່ມຫຼາຍເປັນອັນດັບໜຶ່ງ ຮອງລົງມາແມ່ນຈີນ ແລະ ໄນຈີເລຍ, ແລະ 400 ລ້ານຄົນແມ່ນມາຈາກທະວີບອາຟຣິກາ.

ຈາກການຂະຫຍາຍຕົວຈຳນວນປະຊາກອນຈາກ 7.000 ລ້ານຄົນເປັນ 8.000​ ລ້ານຄົນ ໃຊ້ເວລາປະມານ 12 ປີ. ໃນລາຍງານຍັງລະບຸວ່າ ອີກ 58 ປີ ຫຼື ປີ 2080 ປະຊາກອນໂລກຈະເພີ່ມສູງ 10,4 ລ້ານຄົນ ແລະ ຈະຄົງຢູ່ຈົນປີ 2100.

ອາຍຸໄຂຂອງຄົນທົ່ວໂລກ ສະເລ່ຍ 72,8 ຄົນໃນປີ 2019 ເພີ່ມຂຶ້ນປະມານ 9 ປີແຕ່ປີ 2021 ອາຍຸຂອງປະຊາກອນປະເທດດ້ອຍພັດທະນາຊ້າກວ່າໂລກຫຼາຍເຖິງ 7 ປີ ຂະນະທີ່ປະຊາກອນໃນຊ່ວງອາຍຸເຮັດວຽກ ສະເລ່ຍ 25-64 ປີ ເພີ່ມຂຶ້ນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...