Homeຄວາມງາມດື່ມນ້ຳແບບໃດໃຫ້ໄດ້ຜົນດີີ

ດື່ມນ້ຳແບບໃດໃຫ້ໄດ້ຜົນດີີ

Published on

26_20130228161824.

ທຸກ​ຢ່າງ​ມີ​ຂໍ້​ດີ ຂໍ້​ເສຍ ສະເໝີ ຫລາຍ​ກໍ​ບໍ່​ດີ ແບບການ​ດື່ມ​ນ້ຳ ທີ​ວ່າ​ກັນ​ວ່າ ​ດື່ມ​ນ້ຳ​ຫລາຍ​ໆ ກໍ​ຈະ​ດີ ແຕ່​ທີ່​ຈິງ​ແລ້ວ ຮ່າງກາຍ​ຂອງ​ເຮົາ​ຕ້ອງ​ມີ​ສົມ​ດຸນ ເພາະ​ສະ​ນັ້ນ​ເຮົາ​ຈຶ່ງ​ຄວນ​ຮູ້​ຈັກ​ການ​ດື່ມ​ນ້ຳ​ທີ່​ຖືກ​ຕ້ອງ​ເພື່ອ​ຜົນດີີ​ກັບ​ຮ່າງກາຍ​ເຮົາ​

ສຳຫລັບ​ການ​ດື່ມ​ນ້ຳ​ທີ່​ຖືກ​ຕ້ອງ​ນັ້ນ ບໍ່​ຈຳ​ເປັນ​ຕ້ອງ​ດື່ມ​ນ້ຳ 2-3 ແກ້ວ​ຕິດ​ຕໍ່​ກັນ​ໃນ​ທັນ​ທີ ຫັນ​ມາ​ໃຊ້​ວິທີ​ການ​ດື່ມ​ໄປ​ເລື່ອຍ​ໆ ເພື່ອ​ໃຫ້​ຮ່າງກາຍ​ໄດ້​ນຳ​ນ້ຳ​ເຫລົ່າ​ນັ້ນ​ໄປ​ໃຊ້​ປະໂຫຍດ​ໃນ​ສ່ວນ​ຕ່າງໆ ຂອງ​ຮ່າງກາຍ​ ແລະ ​ຄວນ​ຢຸດ​ການ​ດື່ມ​ນ້ຳ​ພ້ອມໆ ກັບ​ການ​ກິນ​ອາຫານ ເພາະ​ຈະ​ເຮັດໃຫ້​ນ້ຳ​ຍ່ອຍ​ໃນ​ກະເພາະ​ອາຫານ​ເຈືອ​ຈາງ ສົ່ງ​ຜົນ​ໃຫ້​ການ​ຍ່ອຍ​ບໍ່​ດີ​ໄດ້ ຄວນ​ເລືອກ​ດື່ມ​ນ້ຳ​ກ່ອນ​ການ​ກິນ​ອາຫານ​ຢ່າງ​ຫລາຍ​ບໍ່​ເກີນ 1 ຈອກ ເພື່ອ​ໃຫ້​ນ້ຳ​ຍ່ອຍ​ມີ​ປະ​ສິດ​ທິ​ພາບ​ໃນ​ການ​ຍ່ອຍ​ອາຫານ​ໄດ້​ເຕັມ​ທີ່ ຫລັງ​ກິນອາຫານ​ສຳເລັດ​ແລ້ວ 40 ນາ​ທີ ຄ່ອຍ​ດື່ມ​ນ້ຳ​ຕາມ​ປົກກະຕິ ເພື່ອ​ໃຫ້​ກະເພາະ​ໄດ້​ມີການ​ຍ່ອຍ​ອາຫານ​ກ່ອນ

ການ​ແບ່ງ​ໄລຍະ​ເວລາ​ການ​ດື່ມນ້ຳ

ນອກ​ຈາກ​ການ​ດື່ມ​ນ້ຳ​ທີ່​ຖືກ​ຕ້ອງ​ແລ້ວ ກໍ​ຍັງ​ຕ້ອງ​ມີ​ການ​ແບ່ງ​ເວລາ​ ແລະ​ປະລິມານ​ການ​ດື່ມ​ນ້ຳ​ທີ່​ຖືກ​ຕ້ອງ​ເພື່ອ​ໃຫ້​ຮ່າງກາຍ​ໄດ້​ດູດ​ຊັບ​ເອົາ​ໄປ​ໃຊ້​ປະໂຫຍດ​ຢ່າງ​ສົມບູນ ເຮົາ​ມາ​ເບິ່ງ​ກັນ​ເລີຍວ່າ ​ເຮົາ​ຕ້ອງ​ດື່ມ​ນ້ຳ​ເວລາ​ໃດ ​ແລະ ​ປະລິມານ​ເທົ່າ​ໃດກັນ​ແນ່

  1. ຕື່ນ​ນອນ​ຕອນ​ເຊົ້າ​ດື່ມ 1 ຈອກ ເພາະ​ເປັນໄລຍະເຊົ້າ​ທີ່​ມີ​ຄວາມ​ເຂັ້ມ​ຂົ້ນ​ຂອງ​ເລືອດ​ສູງ ເລືອດ​ຈະ​ມີ​ລັກສະນະ​ຂາດ​ນ້ຳ
  2. ຕອນ​ສວາຍໆ ປະ​ມານ 2 ຈອກ ໄລຍະ​ນີ້​ເປັນ​ໄລຍະ​ທີ່​ມີ​ຂອງ​ເສຍ​ເກີດ​ຂຶ້ນ ເພາະ​ຮ່າງກາຍ​ໄດ້​ເຮັດວຽກ​ໄປ​ໄລ​ຍະ​ໜຶ່ງ​ແລ້ວ ສະ​ນັ້ນ​ຈຶ່ງ​ຄວນ​ດື່ມ​ນ້ຳ​ເພື່ອ​ມາ​ຊຳ​ລະ​ຂອງ​ເສຍ​ເຫລົ່າ​ນັ້ນ​ອອກ​ໄປ
  3. ຕອນ​ສວາຍໆ ແລະ ​ຕອນ​ແລງໆ ໄລຍະ​ລະ​ປະ​ມານ 3 ຈອກ
  4. ກ່ອນ​ນອນ​ໃຫ້​ດື່ມ​ນ້ຳ​ອີກ 1 ຈອກ ເພື່ອ​ໃຫ້​ນ້ຳ​ທີ່​ດື່ມ​ໄຫລ​ວຽນ​ລ້າງ​ສິ່ງ​ຕົກ​ຄ້າງ​ໃນ​ລຳ​ໄສ້ ​ແລະ ​ກະເພາະ​ອາຫານ ແລະ ​ຍິ່ງ​ຖ້າ​ເປັນ​ນ້ຳ​ອຸ່ນ​​ແລ້ວ​ຈະ​ຍິ່ງ​ຊ່ວຍ​ໃຫ້​ຫລັບ​ສະບາຍ​ຍິ່ງ​ຂຶ້ນ

ດື່ມ​ນ້ຳ​ອຸ່ນ​ດີ

ນອກ​ຈາກ​ການ​ດື່ມ​ນ້ຳ​ທີ່​ຖືກ​ຕ້ອງ ການ​ແບ່ງ​ໄລຍະ​ເວລາ ​ແລະ ​ປະລິມານ​ທີ່​ເໝາະ​ສົມ​ແລ້ວ ອີກ​ໜຶ່ງ​ສິ່ງ​ສຳຄັນ​ນັ້ນ​ຄື ການ​ເລືອກ​ດື່ມ​ນ້ຳ​ອຸ່ນ ເພາະ​ນ້ຳ​ອຸ່ນ​ນັ້ນ​ດື່ມ​ງ່າຍ​ກວ່າ​ນ້ຳ​ທຳມະດາ ເພື່ອ​ໃຫ້​ອຸນຫະພູມ​ຂອງ​ນ້ຳ​ທີ່​ດື່ມ​ບໍ່​ຕ່ຳ​ກວ່າ​ອຸນຫະພູມ​ຂອງ​ຮ່າງກາຍ ຈະ​ໄດ້​ບໍ່​ເປັນ​ການ​ໄປ​ດຶງ​ອຸນຫະພູມ​ຮ່າງກາຍ​ໃຫ້​ເຢັນ​ລົງ ອຸນຫະພູມ​ໂດຍ​ປົກກະຕິ​ຂອງ​ຮ່າງກາຍ​ຄົນ​ເຮົາ​ນັ້ນ​ຢູ່​ທີ່ 36 – 37 ອົງ​ສາ​ ຖ້າ​ເຮົາ​ດື່ມ​ນ້ຳ​ເຢັນ​ໆ  2 ອົງ​ສາ​ ນໍ້າ​ເຢັນ​ຈະ​ຕ້ອງ​ໄປ​ດຶງ​ຄວາມ​ຮ້ອນ​ຂອງ​ຮ່າງກາຍ​ມາ​ເຮັດໃຫ້​ອຸນຫະພູມ​ຂອງ​ນ້ຳ​ເທົ່າ​ກັບ​ຮ່າງກາຍ ການ​ດູດ​ຊຶມ​ຈະ​ເຮັດວຽກ​ໄດ້ ເຮັດໃຫ້​ຮ່າງກາຍ​ສູນ​ເສຍ​ພະລັງ​ງານ​ ແລະ ​ເສຍ​ເວລາ​ໃນ​ການ​ປັບ​ສົມ​ດຸນ​ໃຫ້​ຄືນ​ສູ່​ປົກກະຕິ

ການ​ດື່ມ​ນ້ຳ​ ຍັງ​ຕ້ອງ​ມີ​ວິທີ​ການ​ດື່ມ​ທີ່​ຖືກ​ຕ້ອງ ​ແລະ ​ປະລິມານ​ທີ່​ເໝາະ​ສົມ ແຕ່​ຢ່າ​ລະ​ເລີຍ​ກັນ​ເປັນ​ອັນ​ຂາດ​ ເບິ່ງແຍງ​ຮ່າງກາຍ​ເຮົາ​ຕັ້ງ​ແຕ່​ມື້​ນີ້ ເພື່ອ​ຄວາມ​ແຂງ​ແຮງ​ໃນ​ມື້​ໜ້າ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...