spot_img
Homeຂ່າວພາຍ​ໃນການພົວພັນຮ່ວມມື ລາວ-ກໍາປູເຈຍ ໄດ້ຮັບການເສີມຂະຫຍາຍ ຢ່າງແໜ້ນແຟ້ນ

ການພົວພັນຮ່ວມມື ລາວ-ກໍາປູເຈຍ ໄດ້ຮັບການເສີມຂະຫຍາຍ ຢ່າງແໜ້ນແຟ້ນ

Published on

ໃນລະຫວ່າງວັນທີ 6-8 ກໍລະກົດ 2022, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ໄດ້ນໍາພາຄະນະຜູ້ແທນ ເດີນທາງເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 14, ທີ່ ນະຄອນຫລວງພະນົມເປັນ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນຄູ່ຮ່ວມຍຸດທະສາດ ຮອບ ດ້ານ ແລະ ໝັ້ນຄົງ ຍາວນານ ລະຫວ່າງສອງຊາດ ລາວ-ກໍາປູເຈຍ.

ໃນວັນທີ 7 ກໍລະກົດ 2022, ໄດ້ມີກອງປະຊຸມເຈົ້າໜ້າທີ່ອາວຸໂສ ເພື່ອກະກຽມໃຫ້ແກ່ ກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ(JC) ຄັ້ງທີ 14 ໂດຍການເປັນປະທານຮ່ວມຂອງທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຈົ້າໜ້າທີ່ອາວຸໂສ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ ແລະ ທ່ານນາງ ເຊືອງ ຣັດຊະວີ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກກໍາປູເຈຍ, ເຈົ້າໜ້າທີ່ອາວຸໂສ ວ່າດ້ວຍການຮ່ວມມືສອງຝ່າຍ ກໍາປູເຈຍ-ລາວ ເຊິ່ງມີການເຂົ້າຮ່ວມຂອງ ຄະນະຜູ້ແທນສອງຝ່າຍ ແລະ ວິຊາການກ່ຽວຂ້ອງ.

ໃນຕອນບ່າຍວັນດຽວກັນ ຂອງກອງປະຊຸມ ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ແລະ ພະນະທ່ານ ປຣາກ ໂຊຄົນ ເຊິ່ງກອງປະຊຸມໄດ້ດໍາເນີນໄປໃນທ່າມ ກາງບັນຍາກາດ ແຫ່ງໄມຕີຈິດມິດຕະພາບ ແລະ ຄວາມເຂົ້າອົກເຂົ້າໃຈ ເຊິ່ງກັນ ແລະ ກັນ, ທັງສອງຕີລາຄາ ກ່ຽວກັບໝາກຜົນຂອງການຈັດຕັ້ງ ຜັນຂະຫຍາຍເນື້ອໃນຈິດໃຈ ບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ(JC) ຄັ້ງທີ 13 ທີ່ຈັດຂຶ້ນຢູ່ ນະຄອນຫລວງວຽງຈັນ, ສປປ ລາວ ໃນເດືອນກຸມພາ 2019 ຜ່ານມາ ກໍຄືຮ່ວມກັນທົບທວນຕີລາຄາຄືນ ການຮ່ວມມືສອງຝ່າຍໃນໄລຍະຜ່ານມາຢ່າງກົງໄປກົງມາ ເປັນຕົ້ນ ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ວິຊາການ, ດ້ານວັດ ທະນະທໍາ-ສັງຄົມ, ການຮ່ວມມືພາກພື້ນ-ອະນຸພາກພື້ນ ແລະ ອື່ນໆ. ພ້ອມນັ້ນ, ສອງຝ່າຍ ໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໃຫ້ກວ້າງຂວາງ ແລະ ມີປະສິດທິຜົນຂຶ້ນກວ່າເກົ່າ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ.

ສອງຝ່າຍ ໄດ້ສະແດງຄວາມເພິ່ງພໍໃຈ ທີ່ເຫັນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງ ບ້ານພີ່ເມືອງນ້ອງ ບ້ານແກ້ວເມືອງດອງ ທີ່ມີມາແຕ່ດົນນານ ລະຫວ່າງປະຊາຊົນສອງຊາດ ລາວ-ກໍາປູເຈຍ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງແໜ້ນແຟ້ນຍິ່ງໆຂຶ້ນ ໂດຍສະເພາະ ພາຍຫລັງທີ່ສອງຝ່າຍໄດ້ຍົກລະດັບການພົວພັນຮ່ວມມື ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019, ການພົວພັນຮ່ວມມືສອງຝ່າຍ ແມ່ນມີບາດກ້າວ ຂະຫຍາຍຕົວ ຢ່າງເປັນຮູບປະທໍາຫລາຍຂຶ້ນ.

ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈ ຕໍ່ການຮ່ວມມືດ້ານການເມືອງ, ການຕ່າງປະເທດ ຕະຫລອດໄລຍະຜ່ານມາ ໂດຍສະເພາະແມ່ນຄວາມຄືບໜ້າການຮ່າງແຜນປະຕິບັດງານ ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໄລຍະປີ 2023-2027 ເຊິ່ງສອງຝ່າຍມີແຜນທີ່ຈະລົງນາມຮ່ວມກັນໃນໂອກາດການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງສົມເດັດ ອັກຄະມະຫາ ເສ ນາບໍດີ ເຕໂຈ ຮຸນແຊນ ໃນປີ 2023, ພ້ອມທັງສືບຕໍ່ແລກປ່ຽນການຢ້ຽມຢາມ ເຊິ່ງກັນ ແລະ ກັນ ໃນທຸກລະດັບ ນັບແຕ່ການນໍາຂັ້ນສູງສອງປະເທດ, ບັນດາກະຊວງຂະແໜງການ, ບັນດາແຂວງ ກໍຄືລະ ຫວ່າງປະຊາຊົນກັບປະຊາຊົນ. ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສອງຝ່າຍ ເຫັນດີສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ໃນຂົງເຂດຊາຍແດນ ເປັນຕົ້ນ ການຄວບຄຸມປະກົດການຫຍໍ້ທໍ້ຕາມບໍລິເວນຊາຍແດນສອງປະເທດ, ການລັກລອບຕັດໄມ້ ແລະ ການຂຸດຄົ້ນຊັບພະຍາກອນແບບຜິດກົດໝາຍ. ພ້ອມນີ້, ສອງຝ່າຍ ໄດ້ເປັນເອກະພາບກັນ ສືບຕໍ່ປຶກສາຫາລືໃຫ້ສໍາເລັດຮ່າງສົນທິສັນຍາ ວ່າດ້ວຍການກໍານົດເສັ້ນຊາຍແດນ ທີ່ໄດ້ສໍາເລັດການສໍາຫລວດຮ່ວມກັນແລ້ວ 86% ແລະ ສືບຕໍ່ປຶກສາຫາລືການແກ້ໄຂບໍລິເວນຊາຍແດນທີ່ຍັງຄົງຄ້າງ ເພື່ອໃຫ້ສໍາເລັດການກໍານົດເສັ້ນຊາຍແດນສອງປະ ເທດຢ່າງສົມບູນ ແລະ ຮ່ວມກັນ ເຮັດໃຫ້ຊາຍແດນ ລາວ-ກໍາປູເຈຍ ເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ໄດ້ຮັບການພັດທະນາ.

ສອງຝ່າຍ ໄດ້ສະແດງຄວາມດີໃຈ ທີ່ເຫັນວ່າ ມູນຄ່າການຄ້າສອງຝ່າຍໄດ້ມີການເພີ່ມຂຶ້ນ, ພິເສດແມ່ນການຊື້-ຂາຍໄຟຟ້າ ລະຫວ່າງສອງປະເທດແມ່ນນັບມື້ເພີ່ມຂຶ້ນ ເຖິງວ່າໃນສອງປີຜ່ານມາສອງປະເທດຈະຍັງສືບຕໍ່ ປະເຊີນກັບການແຜ່ລະບາດຂອງພະຍາດໂຄວິດ-19 ກໍຕາມ, ພ້ອມທັງໄດ້ເອກະພາບກັນຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມື ດ້ານເສດຖະກິດ ລະຫວ່າງສອງປະເທດໃຫ້ຂະຫຍາຍຕົວຍິ່ງຂຶ້ນ ໂດຍຜ່ານກິດຈະກໍາສົ່ງເສີມການຄ້າ ແລະ ການລົງທຶນອື່ນໆ. ພ້ອມທັງ ຈັດຕັ້ງປະຕິບັດ ບັນດາເອກະສານຮ່ວມມື ທັງລະຫວ່າງພາກລັດ ແລະ ເອກະຊົນ ທີ່ສອງຝ່າຍໄດ້ມີຮ່ວມກັນ ໃຫ້ປະກົດຜົນເປັນຈິງ.

ການເຊື່ອມໂຍງລະຫວ່າງສອງປະເທດ ແມ່ນມີຄວາມສໍາຄັນ ບໍ່ວ່າທາງດ້ານພື້ນຖານໂຄງລ່າງ, ຄົມມະນາຄົມຂົນສົ່ງ ກໍຄືການບໍລິການຕ່າງໆ ເປັນຕົ້ນ ແມ່ນການເປີດຖ້ຽວບິນໂດຍກົງລະຫວ່າງສອງປະເທດ ເພື່ອຊຸກຍູ້ໃຫ້ແກ່ການໄປມາຫາສູ່ ເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ແລະ ຊຸກຍູ້ການທ່ອງທ່ຽວຮ່ວມກັນ ເພື່ອປະກອບສ່ວນພື້ນຟູເສດຖະກິດພາຍໃນ ຂອງສອງປະເທດ ພາຍຫລັງການແຜ່ລະບາດຂອງພະຍາດໂຄວິດ-19. ນອກນີ້, ຍັງເຫັນດີສືບຕໍ່ຊຸກຍູ້ຂະແໜງການກ່ຽວຂ້ອງຂອງຕົນໃນການຊຸກຍູ້ການຮ່ວມມື ດ້ານການເງິນ, ຖະແຫລງຂ່າວ, ວັດທະນະທໍາ, ແຮງງານ, ສາທາລະນະສຸກ, ອຸດສາຫະກໍາ, ພະລັງງານ, ກະສິກໍາ, ສິ່ງແວດລ້ອມ, ການຄົມ ມະນາຄົມຂົນສົ່ງ, ໂທລະຄົມມະນາຄົມ, ວິທະຍາສາດ, ເຕັກໂນໂລຊີ ກໍຄືການພົວພັນລະຫວ່າງປະ ຊາຊົນຂອງສອງປະເທດ.

ສອງຝ່າຍ ເຫັນດີເປັນເອກະພາບກັນ ຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດໃນເວທີອະນຸພາກພື້ນ, ພາກພື້ນ ແລະ ສາກົນຕ່າງໆ. ສປປ ລາວ ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນ ຕໍ່ການຮັບໜ້າທີ່ເປັນປະທານອາຊຽນ 2022 ຂອງກໍາປູເຈຍ, ກໍາປູເຈຍ ເອງກໍໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນ ສປປ ລາວ ທີ່ຈະເປັນເຈົ້າພາບຈັດກອງປະຊຸມ ຄະນະກໍາມະການປະສານງານຮ່ວມເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ (CLV-DTA JCC) ຄັ້ງທີ 13 ໃນທ້າຍປີ 2022 ນີ້.

ພາຍຫລັງສໍາເລັດກອງປະຊຸມ, ສອງຝ່າຍໄດ້ຮ່ວມກັນລົງນາມຮັບຮອງເອົາບົດບັນທຶກ ກອງປະ ຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ(JC) ຄັ້ງທີ 14 ດ້ວຍຜົນສໍາເລັດອັນຈົບງາມ. ສໍາລັບກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 15 ແມ່ນ ສປປ ລາວ ຈະເປັນເຈົ້າ ພາບ.

ແຫຼ່ງຂ່າວຈາກ ປະເທດລາວ

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...