spot_img
Homeຂ່າວຕ່າງປະເທດຊິນໂຊ ອາເບະ ອະດີດນາຍົກຍີ່ປຸ່ນ ເສຍຊີວິດແລ້ວ

ຊິນໂຊ ອາເບະ ອະດີດນາຍົກຍີ່ປຸ່ນ ເສຍຊີວິດແລ້ວ

Published on

ໃນວັນທີ 8/7/2022 ອ້າງອີງຈາກ Japantime ໄດ້ລາຍງານວ່າ: ທ່ານ ຊິນໂຊ ອາເບະ ອະດີດນາຍົກລັດຖະມົນຕີຂອງຍີ່ປຸ່ນ ໄດ້ເສຍຊີວິດແລ້ວ ຈາກການຖືກຍິງຈາກທາງດ້ານຫຼັງ,  ຫຼັງຈາກເກີດເຫດຖືກຍິງ ໃນລະຫວ່າງການກ່າວຄຳປາໄສ ທີ່ເມືອງ ນາຣາ ປະເທດຍີ່ປຸ່ນ.

ຫຼັງຈາກທີ່ຍິງແລ້ວ ກໍ່ສາມາດຈັບຕົວຜູ້ກະທຳໄດ້ເລີຍ, ໂດຍຜູ້ກໍ່ເຫດນັ້ນໃຊ້ປືນທີ່ປະດິດເອງ ເຂົ້າມາທາງດ້ານຫຼັງຂອງ ທ່ານ ໂຊເບະ ແລ້ວຍິງຈາກທາງດ້ານຫຼັງ, ຫຼັງຈາກທ່ານໂຊເບະໄດ້ລົ້ມລົງ ກໍ່ໄດ້ຟ້າວນຳຕົວສົ່ງໂຮງໝໍທັນທີ. ໃນຂະນະນັ້ນ ທ່ານໂຊເບະ ບໍ່ມີສັນຍານຊີບພະຈອນ ແລະ ຜ່ານມາບໍ່ເທົ່າໃດຊົ່ວໂມງ ລາວກໍ່ໄດ້ເສຍຊີວິດ.

ປະຫວັດ: ທ່ານ ຊິນໂຊ ອາເບະ ເກີດໃນວັນທີ 21 ກັນຍາ 1954 ເປັນນັກການເມືອງຍີ່ປຸ່ນ, ທ່ານເປັນນາຍົກລັດຖະມົນຕີຄົນທີ 57 ຂອງຍີ່ປຸ່ນ ແລະ ເປັນຫົວໜ້າພັກປະຊາທິປະໄຕ ແຕ່ປີ 2012 ຫາ 2020 ແລະ ກ່ອນປີ 2006 ຫາ 2007, ທ່ານຍັງໄດ້ເປັນລັດຖະມົນຕີກະຊວງການຕ່າງປະເທດແຕ່ປີ 2005 ຫາ 2006, ແລ້ວໄດ້ເປັນນາຍົກລັດຖະມົນຕີຍີ່ປຸ່ນທີ່ດຳລົງຕຳແໜ່ງດົນທີ່ສຸດໃນປະຫວັດສາດຂອງຍີ່ປຸ່ນ.

ວັນທີ 28 ສິງຫາ 2020, ທ່ານ ອາເບະ ໄດ້ປະກາດລາອອກຈາກຕຳແໜ່ງນາຍົກລັດຖະມົນຕີ ເນື່ອງຈາກວ່າມີບັນຫາທາງສຸຂະພາບ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...