Homeຂ່າວພາຍ​ໃນຄົນເດີນທາງເຂົ້າ-ອອກປະເທດຄຶກຄື້ນຫຼາຍ ຫຼັງຈາກທີ່ໄດ້ຍົກເລີກThailand Pass

ຄົນເດີນທາງເຂົ້າ-ອອກປະເທດຄຶກຄື້ນຫຼາຍ ຫຼັງຈາກທີ່ໄດ້ຍົກເລີກThailand Pass

Published on

ດ່ານໜອງຄາຍຄຶກຄື້ນຫຼາຍ ຫຼັງຈາກທີ່ໄທໄດ້ຍົກເລີກ Thailand Pass ຄົນລາວກໍໄດ້ເລີ່ມເດີນທາງເຂົ້າໄປໄທຫຼາຍຂຶ້ນໃນມື້ພັກເສົາ-ອາທິດ ແລະ ໄດ້ຫ້າມນຳເຫຼົ້າ-ຢາສູບເຂົ້າປະເທດເກີນກຳນົດ.

ໃນວັນທີ 2 ກໍລະກົດ ທີ່ຜ່ານມາ ທີ່ຂົວມິດຕະພາບລາວ-ໄທ ແຫ່ງທີ 1, ບັນຍາກາດການເດີນທາງເຂົ້າອອກຂອງປະເທດມີຄວາມຄຶກຄື້ນຫຼາຍຕັ້ງແຕ່ເປີດດ່ານ, ມີຄົນລາວຈຳນວນຫຼາຍໄດ້ເດີນທາງໄປໃນໜອງຄາຍ ແລະ ອຸດອນ ແລ້ວກໍມີຄົນໄທຈຳນວນຫຼາຍທີ່ໄດ້ເຂົ້າມາທ່ອງທ່ຽວໃນລາວ ທີ່ເປັນລັກສະນະກຣຸບທົວ ຫຼື ຄອບຄົວ.

ເຈົ້າໜ້າທີ່ທັງ 2 ຝັ່ງໄດ້ປະຕິບັດໜ້າທີ່ຢ່າງເຂັ້ມງວດ ແລະ ອຳນວຍຄວາມສະດວກແກ່ປະຊາຊົນທີ່ເດີນທາງເຂົ້າ-ອອກປະເທດ, ແລ້ວຂໍຄວາມຮ່ວມມືຈາກປະຊາຊົນ ໃຫ້ຫ້າມນຳເອົາສິ່ງທີ່ຜິດກົດໝາຍເຂົ້າ-ອອກປະເທດເດັດຂາດ ຫາກວ່າເຈົ້າໜ້າທີ່ກວດເຫັນ ຈະດຳເນີນການຕາມກົດໝາຍ.

ໃນນັ້ນມີປະລິມານທີ່ສາມາດເອົາເຂົ້າ-ອອກປະເທດໄດ້ແມ່ນ ເຫຼົ້າປະລິມານ 1 ລິດ, ຢາສູບ 200 ກອກ ຫຼື ບໍ່ເກີນ 200 ກຣາມ ແຕ່ຕ້ອງເປັນຜູ້ທີ່ແຈ້ງເດີນທາງເຂົ້າ-ອອກດ້ວຍພາສປອດຕາມຫຼັກສາກົນເທົ່ານັ້ນ ຜູ້ທີ່ເດີນທາງດ້ວຍປື້ມຜ່ານແດນຈະບໍ່ໄດ້ຮັບອະນຸຍາດໃຫ້ນຳເຫຼົ້າ ແລະ ຢາສູບເຂົ້າ-ອອກປະເທດ.

ແຫຼ່ງຂ່າວຈາກ MGR Oline

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...