spot_img
Home​ຂ່າວທ່ອງທ່ຽວຕາດແກ້ງຍຸຍ ສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດ

ຕາດແກ້ງຍຸຍ ສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດ

Published on

 

ຕົກມາຮອດລະດູແລ້ງແລ້ວ ຖືວ່າເປັນໄລຍະຮາຍຊີຊັນ ຫຼືຖືເປັນລະດູການທ່ອງທ່ຽວທີ່ດີ ເພາະຝົນບໍ່ຕົກ ນ້ຳບໍ່ຫຼາຍ ທາງບໍ່ເປື້ອນ ອາກາດບໍ່ຮ້ອນຫຼາຍ ເໝາະແກ່ການໄປທ່ອງທ່ຽວແທ້ໆ.

ວັງວຽງແມ່ນເມືອງທ່ອງທ່ຽວທຳມະຊາດ ອັນດັບໜຶ່ງຂອງລາວ ຕັ້ງຢູ່ທາງເໜືອຂອງແຂວງວຽງຈັນ ຢູ່ວັງວຽງມີແຫຼ່ງທ່ອງທ່ຽວທຳມະຊາດຫຼວງຫຼາຍ ເປັນຕົ້ນແມ່ນຖ້ຳ, ພູ ແລະແມ່ນ້ຳ. ໃນແຕ່ລະປີ ຈະມີແຂກທັງພາຍໃນແລະຕ່າງປະເທດ ໄປທ່ອງທ່ຽວວັງວຽງເປັນຈຳນວນຫຼວງຫຼາຍ ເພາະມີຫຼາຍກິດຈະກຳການທ່ອງທ່ຽວໄດ້ ບໍ່ວ່າຈະເປັນການທ່ຽວຊົມຖ້ຳ, ການປິນພູຊົມວິວ ແລະການລ່ອງເຮືອຄາຍັກ.

ແຕ່ມື້ນີ້ ຢາກພາທ່ານໄປຊົມນ້ຳຕົກຕາດຍຸຍນຳກັນ ຕາດແຫ່ງນີ້ຕັ້ງຢູ່ບ້ານນາດ້ວງ ເມືອງວັງວຽງ ແຂວງວຽງຈັນ ເດິນທາງຈາກຕົວເມືອງໄປບໍ່ໄກປານໃດ ແຕ່ຕ້ອງຜ່ານຫົນທາງດິນແດງ ແລະໄດ້ຍ່າງຜ່ານຫ້ວຍນ້ຳທີ່ແສນເຍືອກເຢັນ, ທຳມະຊາດອຸດົມສວຍງາມ, ມີໂງ່ນຫິນແລະຕົ້ນໄມ້ໃຫຍ່ ໃຫ້ໄດ້ຊົມ, ພືດພັນທີ່່ຫຼວງຫຼາຍ ປະກອບກັບຮູບພາບຂອງນ້ຳຕົກຕາດ ຄວາມອິດເມື່ອຍໃນການເດິນທາງກໍຈາງຫາຍໄປໂດຍບໍ່ຮູ້ເມື່ອຄີງ.

ຄົງຈະເປັນຍ້ອນຕາດຍຸຍ ເປັນນ້ຳຕົກຕາດທີ່ສູງ ຈຶ່ງເຮັດໃຫ້ນ້ຳທີ່ຕົກລົງມານັ້ນ ປິວເປັນລະອອງ ເຊິ່ງປະຊາຊົນທາງເໜືອຂອງລາວ ຈະເອີ້ນລະອອງນ້ຳທີ່ຕົກລົງມານັ້ນ ວ່າຍຸຍ ເຊັ່ນ ຝົນຍຸຍ ຫຼືຝົນຫຍຸຍ ເປັນຕົ້ນ.

ບໍ່ເວົ້າຫຍັງຫຼາຍລະທ່ານຜູ້ອ່ານ ຢາກໃຫ້ທ່ານຜູ້ອ່ານໄດ້ເດິນທາງໄປ ທ່ຽວຊົມດ້ວຍໂຕເອງຈະດີກວ່າ ຫຼືຖ້າທ່ານໃດມີໂອກາດໄດ້ໄປທ່ຽວວັງວຽງ ຢາກບອກວ່າ ຕາດຍຸຍແມ່ນສະຖານທີ່ທ່ອງທ່ຽວ ທີ່ທ່ານບໍ່ຄວນພາດຢ່າງແນ່ນອນ.

 

541540_624181397694301_2213779325169439522_n

10153859_624181387694302_8628764175088579223_n

325742226

325742469

325748496

325753539

325753548

 

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...