Homeຂ່າວຕ່າງປະເທດນາຍົກລັດຖະມົນຕີອົດສະຕາລີ ໜູນແນວຄິດຈີນ ຈັດຕັ້ງທະນາຄານອາຊີ

ນາຍົກລັດຖະມົນຕີອົດສະຕາລີ ໜູນແນວຄິດຈີນ ຈັດຕັ້ງທະນາຄານອາຊີ

Published on

578430-01

 

ນາຍົກລັດຖະມົນຕີອົດສະຕາລີ ປະກາດໜຸນແນວຄິດຈີນ ຈັດຕັ້ງທະນາຄານອາຊີ ເນັ້ນເຮັດແບບພະຫຸພາຄີ ແລະ

ມີຄວາມໂປ່ງໃສ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 11 ພະຈິກນີ້ວ່າ ທ່ານ ໂທນີ ແອັບບັອດ ນາຍົກລັດຖະມົນຕີອົດສະຕາລີ

ໄດ້ກ່າວຢູ່ໃນກອງປະຊຸມສຸດຍອດຜູ້ນຳອາຊີ – ປາຊີຟິກ ທີ່ນະຄອນຫລວງປັກກິ່ງ ສປ ຈີນ ວ່າ ອົດສະຕາລີພ້ອມທີ່

ຈະໃຫ້ຄວາມຮ່ວມມືໃນການຈັດຕັ້ງທະນາຄານອາຊີ ເຊິ່ງເປັນໂຄງສ້າງພື້ນຖານທາງເສດຖະກິດຂອງພາກພື້ນ ທັງ

ນີ້ໂຄງການດ່ັງກ່າວ ແມ່ນເປັນແນວຄິດລິເລີ່ມທີ່ນຳສະເໜີໂດຍຜູ້ນຳຈີນ ໂດຍທ່ານ ໂທນີ ແອັບບັອດ ໄດ້ກ່າວອີກ

ວ່າ ໂຄງການດັ່ງກ່າວນີ້ ແມ່ນເປັນຜົນດີຕໍ່ການເຕີບໂຕທາງດ້ານເສດຖະກິດຂອງພາກພື້ນ ແລະ ການສ້າງວຽກ

ເຮັດງານທຳໃຫ້ແກ່ຊາວອາຊີ.

 

ທ່ານນາຍົກລັດຖະມົນຕີອົດສະຕາລີ ຍັງມີເງື່ອນໄຂເນັ້ນອີກວ່າ ໃນໂຄງການດັ່ງກ່າວນີ້ ຈະຕ້ອງມີການດຳເນີນງານ

ແບບພະຫຸພາຄີ (ຫລາຍຝ່າຍ), ມີຄວາມໂ່ປ່ງໃສຢ່າງແທ້ຈິງ ແລະ ຕ້ອງເຮັດໃຫ້ເຫັນຢ່າງຊັດເຈນວ່າ ບໍ່ໄດ້ມີປະເທດ

ໃດປະເທດໜຶ່ງຄວບຄຸມກິດຈະການແຕ່ພຽງຝ່າຍດຽວ.

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...