Homeຂ່າວຕ່າງປະເທດໄຟໄໝ້ເຮືອນຈຳທີ່ໂຄລົມເບຍມີຜູ້ເສຍຊີວິດ 51 ຄົນ ແລະ ບາດເຈັບຈຳນວນຫຼາຍ

ໄຟໄໝ້ເຮືອນຈຳທີ່ໂຄລົມເບຍມີຜູ້ເສຍຊີວິດ 51 ຄົນ ແລະ ບາດເຈັບຈຳນວນຫຼາຍ

Published on

ເກີດເຫດ ນັກໂທດໜີຕາຍ ຫຼັງຈາກມີຄົນຈູດໄຟເຜົາພາຍໃນເຮືອນຈຳໃນປະເທດໂຄລົມເບຍ ມີຄົນເສຍຊີວິດ 51 ຄົນ ບາດເຈັບຫຼາຍກວ່າ 20 ຄົນ.

ຈາກການລາຍງານຂອງສຳນັກຂ່າວ ເອບີຊີ ໄດ້ລາຍງານວ່າ: ໃນວັນທີ 28 ມິຖຸນາ ເກີດເຫດການທີ່ຮຸນແຮງພາຍໃນເຮືອນຈຳຕູລົວ ຂອງປະເທດໂຄລົມເບຍ, ໂດຍມີນັກໂທດໄດ້ຈູດໄຟເຜົ່າເສື່ອນອນ ເຮັດໃຫ້ເກີດໄຟໄໝ້ຮຸນແຮງ ແລະ ເຫດການມີຄວາມວຸ້ນວາຍ ຍ້ອນນັກໂທດຫຼາຍກວ່າຮ້ອຍຄົນພະຍາຍາມໜີອອກໄປ.

ໃນການກໍ່ເຫດໃນເທື່ອນີຄົນເສຍຊີວິດຢ່າງໜ້ອຍ 51 ຄົນ ແລ້ວຍັງບໍ່ແນ່ວ່າທັງໝົດນີ້ແມ່ນນັກໂທດໝົດບໍ ແລະ ມີຜູ້ບາດເຈັບ 20 ຄົນ ໃນຈຳນວນນີ້ເປັນນັກໂທດ 20 ຄົນ ແລະ ໜ່ວຍງານຮັກສາຄວາມປອດໄພຂອງເຮືອນຈຳ 2 ຄົນ.

ທັ້ງນີ້ ໃນເຮືອນຈຳມີນັກໂທດຢູ່ 1.267 ຄົນ ແລະ ເຂດທີ່ເກີດເຫດມີ 180 ຄົນ ເຮືອນຈຳສ່ວນໃຫຍ່ໃນໂຄລົມເບຍ ຢູ່ໃນສະພາບທີ່ແອອັດຫຼາຍ, ໂດຍເຮືອນຈຳທຸກແຫ່ງໃນທົ່ວປະເທດສາມາດຮອງຮັບນັກໂທດໄດ້ 81.000 ຄົນ ແຕ່ປັດຈຸບັນມີ 97.000 ຄົນ.

 

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...