spot_img
Homeຂ່າວຕ່າງປະເທດອອສເຕເລຍຈະມອບເງິນຊ່ວຍເຫຼືອ1 ລ້ານໂດລາອອສເຕເລຍໃຫ້ອັຟການິສະຖານ

ອອສເຕເລຍຈະມອບເງິນຊ່ວຍເຫຼືອ1 ລ້ານໂດລາອອສເຕເລຍໃຫ້ອັຟການິສະຖານ

Published on

ອອສເຕເລຍຈະຊ່ວຍເຫຼືອອັຟການິສະຖານທີ່ຖືກຜົນກະທົບຈາກແຜ່ນດິນໄຫວ ຈຳນວນ 1 ລ້ານໂດລາອອສເຕເລຍ

ອ້າງອີງຈາກ ABC News Australia ໄດ້ລາຍງານວ່າ: ລັດຖະບານປະກາດຈະໃຫ້ເງິນຊ່ວຍເຫຼືອສຸກເສີນເພີ່ມ 1 ລ້ານໂດລາອອສເຕເລຍ ສຳລັບອັຟການິສະຖານ ຫຼັງຈາກທີ່ໄດ້ຮັບຜົນກະທົບຈາກແຜ່ນດິນໄຫວຄັ້ງໃຫຍ່ ທີ່ເຮັດໃຫ້ມີຄົນເສຍຊີວິດໄປ 1.000 ຄົນ ແລະ ເຮັດໃຫ້ຄົນຫຼາຍກວ່າພັນຄົນ ບໍ່ມີທີ່ຢູ່ອາໄສ.

ເພນນີ ຫວ່ອງ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຖະແຫຼງວ່າ ການສະໜອງທຶນດັ່ງກ່າວຢູ່ໃນ 140 ລ້ານໂດລາອອສເຕເລຍ ທີ່ໃຫ້ຄຳໝັ້ນວ່າຈະໃຫ້ການຊ່ວຍເຫຼືອແກ່ອັຟການິສະຖານ.

ແຜ່ນດິນໄຫວຂະໜາດ 6.1 ຣິກເຕີ ທີ່ພາກຕາເວັນອອກຂອງປະເທດ ໃນອາທິດທີ່ຜ່ານມານີ້ ໄດ້ສ້າງຄວາມເສຍຫາຍໃຫ້ເຮືອນ 10,000 ຫຼັງ ແລະ ມີປະມານ 2,000 ຄົນໄດ້ຮັບບາດເຈັບ.

ກຸ່ມຕະລີບັນ ໄດ້ຮຽກຮ້ອງໃຫ້ໂລກມອບສິດພື້ນຖານໃຫ້ແກ່ຄົນອັຟການິສະຖານ ຄືສິດໃນການມີຊີວິດຂອງພວກເຂົາ, ຂໍຮ້ອງໃຫ້ຍົກເລີກການຂວ້ຳບາດຕໍ່ພວກເຂົາ ແລະ ຍົກເລີກການທີ່ກັກຊັບສິນຂອງພວກເຂົາ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...