spot_img
Homeຂ່າວຕ່າງປະເທດກາສຮົ່ວໄຫຼກະຈາຍໄປທົ່ວທ່າເຮືອທີ່ປະເທດຈໍແດນ

ກາສຮົ່ວໄຫຼກະຈາຍໄປທົ່ວທ່າເຮືອທີ່ປະເທດຈໍແດນ

Published on

ເກີດເຫດກາສຮົ່ວໄຫຼ ກະຈາຍໄປທົ່ວທ່າເຮືອເມືອງອັດຄາບາ ປະເທດຈໍແດນ ໃນຊ່ວງສວຍຂອງວັນຈັນທີ່ຜ່ານມານີ້ຕາມເວລາທ້ອງຖິ່ນ ເຮັດໃຫ້ມີຄົນເສຍຊີວິດ 13 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກ 251 ຄົນ.

ຈາກການລາຍງານຂອງສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ: ກາສຄໍລີນຮົ່ວໃນເທື່ອນີ້ ເກີດຈາກຄວາມຜິດຜາດໃນລະຫວ່າງທີ່ລົດເຄນຍົກສິນຄ້າ ແລ້ວເຮັດຖັງບັນຈຸກາສຄໍລີນ ນ້ຳໜັກປະມານ 25-38 ໂຕນ ຕົກລົງມາ ຈົນເຮັດໃຫ້ກາສຮົ່ວ ເປັນກຸ່ມຄວັນສີເຫຼືອງ, ຫຼັງຈາກນັ້ນມັນໄດ້ຟົ້ງກະຈາຍໄປທົ່ວທ່າເຮືອ ສົ່ງຜົນໃຫ້ມີຄົນເສຍຊີວິດ ແລະ ບາດເຈັບຈຳນວນຫຼາຍ.

ຈາກການກວດສອບເບື້ອງຕົ້ນ ອາດຈະເກີດຈາກລວດສະລິງຂອງລົດເຄນຍົກສິນຄ້າຂາດໃນຂະນະທີ່ຍົກຖັງກາສຄໍລີນ ລົງເຮືອບັນທຸກສິນຄ້າໄປຍັງປະເທດຈິບູຕິນ ໃນທະວີບອາຟຣິກາ ແລ້ວເຮັດຖັງກາສຕົກລົງມາຈົນກາສຮົ່ວ ແລ້ວຟົ້ງໄປທົ່ວ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...