spot_img
Homeຂ່າວຕ່າງປະເທດເອກອັກຄະລັດຖະທູດວິສາມັນ ແຫ່ງ ສປປ ລາວ ປະຈຳອາເມລິກາ ແລະ ການາດາ ເຂົ້າຢ້ຽມຂໍ່ານັບ ທ່ານ ໂຈ ໄບເດັນ

ເອກອັກຄະລັດຖະທູດວິສາມັນ ແຫ່ງ ສປປ ລາວ ປະຈຳອາເມລິກາ ແລະ ການາດາ ເຂົ້າຢ້ຽມຂໍ່ານັບ ທ່ານ ໂຈ ໄບເດັນ

Published on

ໃນກາງເດືອນ ມິຖຸນາ 2022 ຜ່ານມານີ້, ທ່ານ ສີສະຫວາດ ອິນພະຈັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມລິກາ ແລະ ການາດາ ໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຖ່າຍຮູບເປັນທີ່ລະນຶກຮ່ວມກັບ ທ່ານ ໂຈ ໄບເດັນ, ປະທານາທິບໍດີອາເມລິກາ ທີ່ ທຳນຽບປະທານາທິບໍດີ (ທຳນຽບຂາວ) ຮ່ວມກັບບັນດາທູດຕ່າງປະເທດ ປະມານ 50 ປະເທດ.

ພິທີດັ່ງກ່າວ ແມ່ນຖືກຈັດຂື້ນ ແທນການຍື່ນສານດ້ວຍຕົນເອງ ຍ້ອນການເເຜ່ລະບາດ ຂອງພະຍາດ ໂຄວິດ-19 ເພື່ອເປັນກຽດໃຫ້ແກ່ບັນດາທູດ ທີ່ໄດ້ສໍາເລັດການຍື່ນສານຕາຕັ້ງ ຜ່ານກະຊວງການຕ່າງປະເທດອາເມລິກາ ແລະ ໄດ້ຮັບການຮັບຮອງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ປະຈຳ ສະຫະລັດ ອາເມລິກາ ໂດຍ ທຳນຽບປະທານາທິບໍດີ ເປັນທີ່ຮຽບຮ້ອຍແລ້ວ, ເຊິ່ງທຳນຽບປະທານາທິບໍດີ ໄດ້ຈັດສົ່ງຮູບໃຫ້ບັນດາສະຖານທູດທີ່ກ່ຽວຂ້ອງຕ່າງໆ ໃນຕອນແລງຂອງວັນທີ 23 ມິຖຸນາ 2022 ຜ່ານມາ.

ໃນພິທີອັນມີກຽດນີ້, ທ່ານເອກອັກຄະລັດຖະທູດ ໄດ້ຖືກຕ້ອນຮັບຢ່າງສົມກຽດ ຈາກ ທ່ານປະທານາທິບໍດີ ໂຈ ໄບເດັນ ແລະ ໄດ້ຮັບການອວຍພອນໃຫ້ປະຕິບັດໜ້າທີ່ໃນຖານະ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມລິກາ ດ້ວຍຜົນສຳເລັດອັນຈົບງາມ, ເຊິ່ງທ່ານ ເອກອັກຄະລັດຖະທູດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ຄຳອວຍພອນອັນຈົບງາມ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວຈາກ ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ມາຍັງ ທ່ານປະທານາທິບໍດີ ໂຈ ໄບເດັນ.

ພ້ອມນີ້, ກໍສະແດງຄວາມຫວັງວ່າ ທ່ານປະທານາທິບໍດີ ໂຈ ໄບເດັນ ຈະໃຫ້ຄວາມຊ່ວຍເຫຼືອແກ່ ທ່ານເອກອັກຄະລັດຖະທູດ ຕະຫຼອດໄລຍະປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະລັດ ອາເມລິກາ ເພື່ອເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນຮ່ວມມື ລະຫວ່າງ ສອງປະເທດໃຫ້ສືບຕໍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂື້ນກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດສຸງສຸດມາສູ່ ປະຊາຊົນຂອງສອງປະເທດ.
ພາຍຫຼັງສຳເລັດພິທີດັ່ງກ່າວ, ທ່ານເອກອັກຄະລັດຖະທູດ ສີສະຫວາດ ອິນພະຈັນ ຈະສືບຕໍ່ເຄື່ອນໄຫວ ແລະ ພົບປະກັບພາກສ່ວນກ່ຽວຂ້ອງຕ່າງໆຂອງ ອາເມລິກາ ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດເຫັນເຖິງທິດທາງແຜນການຮ່ວມມືສອງຝ່າຍໃນຕໍ່ໜ້າ ໃຫ້ນັບມື້ຂະຫຍາຍຕົວຍິ່ງຂຶ້ນ ເປັນຕົ້ນແມ່ນ ພົບປະກັບບັນດາການນຳ ແລະ ກົມກ່ຽວຂ້ອງຂອງກະຊວງການຕ່າງປະເທດອາເມລິກາ, ສະພາຄວາມໝັ້ນຄົງແຫ່ງຊາດ, ທຳນຽບຂາວ, ບັນດາສະມາຊິກສະພາ, ຫົວໜ້າອົງການຊ່ວຍເຫຼືອເພື່ອການພັດທະນາຂອງອາເມລິກາ (USAID), ຫົວໜ້າອົງການເກັບກູ້ສິ່ງເສດເຫຼືອຂອງທະຫານ ອາເມລິກາ ທີ່ຫາຍສາບສູນແຕ່ປາງສົງຄາມ (POW/MIA), ບັນດາພາກສ່ວນທຸລະກິດຕ່າງໆຂອງລັດຖະບານ-ເອກະຊົນ ແລະ ພາກສ່ວນອື່ນໆທີ່ສຳຄັນ.

ຂໍ້ມູນ: Medialaos

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...