Homeຂ່າວທ້ອງຖິ່ນປກສ ເມືອງໄຊທານີ ມ້າງຄະດີຢາເສບຕິດໄດ້ 144 ເລືອງ ໃນ 6 ເດືອນຕົ້ນປີ

ປກສ ເມືອງໄຊທານີ ມ້າງຄະດີຢາເສບຕິດໄດ້ 144 ເລືອງ ໃນ 6 ເດືອນຕົ້ນປີ

Published on

ໃນ 6 ເດືອນຕົ້ນປີນີ້, ກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສາມາດມ້າງ ແລະ ແກ້ໄຂເປົ້າໝາຍ ຄ້າຂາຍຢາເສບຕິດ ໄດ້ທັງໝົດ 144 ເລື່ອງ, ຈັບຕົວຜູ້ຖືກຫາມາດໍາເນີນຄະດີໄດ້ 205 ຄົນ ຍິງ 29 ຄົນ.

ພັທ ຈັນເພັງ ແກ້ວປະເສີດ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໃຫ້ສໍາພາດຕໍ່ນັກຂ່າວ ປກສ ໃນວັນທີ 22 ມິຖຸນານີ້ ວ່າ: ໃນ 6 ເດືອນຕົ້ນປີ 2022 ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊທານີ ສາມາດມ້າງ ແລະ ແກ້ໄຂ ເປົ້າໝາຍຄ້າຂາຍຢາເສບຕິດທັງເກົ່າ ແລະ ໃໝ່ໄດ້ທັງໝົດ 144 ເລື່ອງ, ຈັບຕົວຜູ້ຖືກຫາມາດໍາເນີນຄະດີໄດ້ 205 ຄົນ ຍິງ 29 ຄົນ; ໃນນີ້, ແກ້ໄຂເປົ້າໝາຍລາຍໃຫຍ່ ໄດ້ 3 ຄົນ, ລາຍກາງ ໄດ້ 13 ຍິງ 4 ຄົນ, ລາຍຍ່ອຍ ໄດ້ 142 ຍິງ 13 ຄົນ ແລະ ແກ້ຈຸດມົ້ວສຸມ ໄດ້ທັງໝົດ 34 ຈຸດ, ມີຜູ້ຖືກຫາ 47 ຄົນ ຍິງ 12 ຄົນ; ຈາກການແກ້ໄຂຄະດີພວກເຮົາສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍລາຍການຄື: ຢາບ້າ ຢຶດໄດ້ 1.605.687 ເມັດ, ຢາໄອສ໌ 6 ກິໂລ ກັບ 596 ກຼາມ, ລົດໃຫຍ່ຈຳນວນ 7 ຄັນ, ລົດຈັກ 7 ຄັນ, ອາວຸດເສິກ 4 ກະບອກ, ປືນສັ້ນ 3 ກະບອກ, ປືນຍາວ AK ຈໍານວນ 1 ກະບອກ.

ອັນພົ້ນເດັ່ນ: ສາມາດແກ້ໄຂຄະດີລາຍໃຫຍ່ໄດ້ 2 ເລື່ອງ, ຈັບຕົວຜູ້ຖືກຫາໄດ້ 10 ຍິງ 1 ຄົນ ຢຶດຢາເສບຕິດປະເພດຢາບ້າໄດ້ 502.875 ແມັດ, ຢາໄອສ໌ 6 ກິໂລ ກັບ 21 ກຼາມ, ລົດໃຫຍ່ຈຳນວນ 5 ຄັນ, ລົດຈັກຈຳນວນ 2 ຄັນ, ເງິນກີບຈໍານວນ 156.400.000 ກີບ, ເງິນບາດ 3.866.000 ບາດ, ເງິນໂດລາ 25.800 ໂດລາ, ຄຳຮູບປະພັນລວມ 24 ລາຍການ, ໂທລະສັບ 9 ໜ່ວຍ, ໃບຕາດີນ 8 ໃບ, ເຮືອນ 2 ຫຼັງ.

ແຫຼ່ງຂ່າວຈາກ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...