spot_img
Homeຂ່າວຕ່າງປະເທດເກຣັກ ໃຫ້ເງິນອຸດໜູນປະຊາຊົນຊື້ເຄື່ອງໃຊ້ໄຟຟ້າພາຍໃນເຮືອນທີ່ປະຢັດໄຟຟ້າ

ເກຣັກ ໃຫ້ເງິນອຸດໜູນປະຊາຊົນຊື້ເຄື່ອງໃຊ້ໄຟຟ້າພາຍໃນເຮືອນທີ່ປະຢັດໄຟຟ້າ

Published on

ເກຣັກ ໃຫ້ເງິນອຸດໜູນຄົວເຮືອນເພື່ອຊື້ຕູ້ເຢັນ-ແອໃໝ່ ທີ່ປະຢັດໄຟຟ້າ ເພື່ອຫຼຸດຜ່ອນການໃຊ້ພະລັງງານໄຟຟ້າ.

ວັນ​ທີ 21 ​ມິຖຸນາ​ທີ່ຜ່ານມານີ້,ຈາກການລາຍງານຂອງສຳນັກ​ຂ່າວ ຣອຍ​ເຕີ ​ເກຣັກ ກຽມ​ມອບ​ເງິນ ສະໜັບສະໜູນ ​ໃຫ້​ພາກ​ຄົວ​ເຮືອນ ​ໃນ​ການ​ຊື້ຕູ້​ເຢັນ ​ແລະ ​ແອ​ໃໝ່ ​ເພື່ອ​ຫຼຸດ​ຄ່າ ​ໃຊ້​ຈ່າຍ​ ດ້ານ​ພະລັງງານ ຫຼັງ​ຈາກ ​ເກຣັກ ​ແລະ ປະ​ເທດ​ອື່ນໆ ​ໃນ​ສະຫະພາບ ​ເອີຣົບ(ອີ​ຢູ) ປະ​ເຊີນ​ກັບ ຄ່າ​ໃຊ້​ຈ່າຍ ​ດ້ານ​ພະລັງງານ ​ທີ່​ເພີ່ມ​ຂຶ້ນ, ດັ່ງນັ້ນແລ້ວ ​ເກຣັກ ຈຶ່ງ​ໄດ້ອອກ​ມາດ​ຕະການ​ຫຼາຍ​ຢ່າງ ທີ​ມີຄ່າ​ໃຊ້​ຈ່າຍ ລວມປະມານ 7 ຕື້​ເອີ​ໂຣ ລວມທັງ​ເງິນຊ່ວຍ​ເຫຼືອ​ປະຊາຊົນ ເພື່ອ​ໃຫ້​ສາມາດ​ຈ່າຍ​ຄ່າ​ໄຟຟ້າ ​ແລະ ຄ່າ​ນ້ຳມັນ​ເຊື້ອ​ໄຟ ທີ່​ເພີ່ມ​ສູງ​ຂຶ້ນ​ໄດ້.

ສຳລັບ​ພາກ​ຄົວ​ເຮືອນ ສາມາດ​ຊື້​ເຄື່ອງ​ໃຊ້​ໄຟຟ້າ 3 ຢ່າງ​ໄດ້​ແກ່ ​ແອ,ຕູ້​ເຢັນ ​ແລະ ຕູ້​ແຊ​ແຂງ​ໃໝ່ ທີ່​ປະຢັດ​ພະລັງງານ ​ແລະ ຈະ​ໄດ້​ຮັບ​ເງິນ​ຊ່ວຍ​ເຫຼືອ ຈາກ​ລັດຖະບານ ປະມານ 30-50% ຂອງ​​ລາຄາ​ ເຄື່ອງ​ໃຊ້​ໄຟຟ້າ​ ແຕ່ລະ​ໜ່ວຍ ທີ່​ສາມາດ​ຫຼຸດ​ການ​ໃຊ້​ໄຟຟ້າ​ໄດ້​ສູງ​ເຖິງ 40% ​ໃນ​ຫຼາຍ​ແສນ​ຄອບຄົວ ​ພາຍ​ໃນ​ປະ​ເທດ. ເກຣັກ ຈະ​ສາມາດ​ປະຢັດ​ພະລັງງານ ທຽບ​ເທົ່າ​ກັບ​ການ​ໃຊ້​ໄຟຟ້າ​ຂອງ​ເມືອງ ທີ່​ມີ​ປະຊາກອນ 100.000ຄົນ ​ແລະ ຫຼຸດ​ການ​ນຳ​ເຂົ້າ ອາຍ​ແກັສ ​ແລະ ​ນ້ຳມັນ​ໄດ້​ປີ​ລະ 40 ລ້ານ​ເອີ​ໂຣ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...