Homeຂ່າວຕ່າງປະເທດທະນາຄານກາງຂອງເອີຣົບປະກາດຂຶ້ນອັດຕາດອກເບ້ຍ

ທະນາຄານກາງຂອງເອີຣົບປະກາດຂຶ້ນອັດຕາດອກເບ້ຍ

Published on

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ໃນວັນທີ 16 ມິຖຸນາ 2022 ທະນາຄານກາງຫຼາຍປະເທດໃນເອີຣົບປະກາດຂຶ້ນອັດຕາດອກເບ້ຍມາດຕະຖານ  ໂດຍບາງປະເທດເພີ່ມຂຶ້ນມາຈົນເກີນຄວາມຄາດໝາຍຂອງນັກວິເຄາະ ເພື່ອຮັບມືກັບອັດຕາເງິນເຟີ້ທີ່ເພີ່ມສູງຂື້ນຢ່າງຕໍ່ເນື່ອງ ແລະ ກຳລັງສົ່ງຜົນກະທົບຕໍ່ເງິນເກັບຂອງປະຊາຊົນ ແລະ ລາຍໄດ້ຂອງບັນດາບໍລິສັດຕ່າງໆ.

ທະນາຄານກາງຂອງປະເທດສະວິດເຊີແລນ ປະກາດຂື້ນດອກເບ້ຍຈາກ -0.75% ເປັນ -0.25% ນັບເປັນການຂື້ນດອກເບ້ຍຄັ້ງທຳອິດນັບຕັ້ງແຕ່ປີ 2007 ເຊິ່ງອາດຈະມີການປັບຂື້ນອີກໃນໄວໆນີ້ ແລະ ອາດຈະອອກຈາກອັດຕາຕິດລົບພາຍໃນປີນີ້ ໂດຍຄວາມເຄື່ອນໄຫວດັ່ງກ່າວ ເຮັດໃຫ້ຄ່າເງິນຂອງສະວິດເຊີແລນເພີ່ມຂຶ້ນ 1.8% ເມື່ອທຽບໃສ່ກັບເງິນຢູໂຣ.

ຂະນະດຽວກັນ, ທະນາຄານກາງແຫ່ງອັງກິດກໍມີການເຄື່ອນໄຫວດ້ວຍຄວາມລະມັດລະວັງເພື່ອບໍ່ໃຫ້ເສດຖະກິດທົດຖອຍລົງ ໂດຍການຂື້ນດອກເບ້ຍເງິນກູ້ຈຳນວນ 0.25% ເປັນ 1.25% ເພື່ອຮັບມືກັບພາວະເງິນເຟີ້ທີ່ມີທ່າອ່ຽງຈະເກີນ 11% ແຕ່ນີ້ຖືເປັນການຂື້ນດອກເບ້ຍຄັ້ງທີ 5 ຂອງພວກເຂົານັບຕັ້ງແຕ່ເດືອນ ທັນວາ ຂອງປີກ່ອນ ແລະ ອາດຖືກກົດດັນໃຫ້ມີການຂື້ນດອກເບ້ຍອີກ.

ຢ່າງໃດກໍຕາມ ຄາດວ່າທະນາຄານກາງອັງກິດຈະມີການຂຶ້ນດອກເບ້ຍອີກ ຫຼັງຈາກທະນາຄານກາງແຫ່ງສະຫະຣັດ (FED) ມີການປັບຂື້ນດອກເບ້ຍ 0.75% ຫຼາຍທີ່ສຸດນັບຕັ້ງແຕ່ປີ 1994 , ທະນາຄານການຮົງກາລີ ສ້າງຄວາມປະຫຼາດໃຈໂດຍການ ເພີ່ມອັດຕາດອກເບ້ຍເງິນຝາກໄລຍະເວລາ 1 ອາທິດຈຳນວນ 0.50% ເປັນ 7.25% ເພື່ອຈູງໃຈໃຫ້ທະນາຄານເອກະຊົນ ນຳເງິນມາຝາກກັບທະນາຄານກາງຫຼາຍຂື້ນ ໂດຍມີແຜນຈະຂື້ນດອກເບ້ຍເລື້ອຍໆ ຈົນກວ່າພວກເຂົາຈະເຫັນສັນຍານການຫຼຸດລົງຂອງອັດຕາເງິນເຟີ້.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...