ການອະນຸລັກແຂ້ນໍ້າຈືດ ຢູ່ທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ ແຂວງສະຫວັນນະເຂດ ບັນລຸຜົນສໍາເລັດຢ່າງສູງ
ໃນວັນທີ 25 ພຶດສະພາ 2022, ນັກວິທະຍາສາດຈາກອົງການອະນຸລັກສັດປ່າ (WCS) ປະຈໍາ ສປປ ລາວ ພ້ອມດ້ວຍຄູ່ຮ່ວມງານ ຈາກພາກລັດ ແລະ ຄະນະອະນຸລັກຊີວະນາໆພັນຂັ້່ນບ້ານ ບ້ານນາຕ້າຍ ໄດ້ລົງຕິດຕາມກວດກາຊີວະນາໆພັນ ແລະ ເກັບໄຂ່ແຂ້ນໍ້າຈືດ ຢູ່ທີ່ດິນບໍລິເວນນໍ້າຣາມຊາເຊຈໍາພອນ ແຂວງສະຫວັນນະເຂດ. ແຂ້ນໍ້າຈືດແມ່ນສັດທີ່ໃກ້ຈະສູນພັນ ເຊິ່ງມີຈໍານວນໜ້ອຍກວ່າ 1,000 ໂຕ ຢູ່ໃນຖິ່ນທີ່ຢູ່ອາໄສທໍາມະຊາດ. ໃນນັ້ນ ພົບວ່າ ມີໜ້ອຍກວ່າ 5% ຂອງຈໍານວນໄຂ່ທີ່່ຖືກວາງຕາມທໍາມະຊາດ ສາມາດມີຊີວິດຢູ່ລອດຈົນເຕີບໃຫຍ່ເຕັມທີ່. ຢູ່ເຂດຣາມຊາເຊຈໍາພອນ ທີມງານອະນຸລັກ ໄດ້ເກັບໄຂ່ຈາກຮັງທໍາມະຊາດ 2-3 ແຫ່ງໃນແຕ່ລະປີ ແລະ ຊ່ວຍເບາະລ້ຽງໂຕອ່ອນເປັນເວລາ 2 ປີ ຈົນລູກແຂ້ມີຄວາມຍາວເກືອບ 1 ແມັດ ແລ້ວປ່ອຍລົງຄືນສູ່ທໍາມະຊາດ ຈົນສາມາດເຮັດໃຫ້ປະຊາກອນແຂ້ຢູ່ ດິນບໍລິເວນນໍ້າຣາມຊາເຊຈໍາພອນ ສາມາດຟື້ນຟູຈໍານວນໄດ້ດີຂຶ້ນ ແລະ ໄວກວ່າເກົ່າ. ໂຄງການນີ້ໄດ້ຮັບການສະໜັບສະໜູນຢ່າງເຕັມທີ່ ຈາກຊຸມຊົນທ້ອງຖິ່ນ ໃນການຫ້າມລ່າແຂ້ຍ້ອນປະເພນີ ແລະ ຄວາມເຊື່ອໃນທ້ອງຖິ່ນ ແລະ ກໍບໍ່ເຄີຍມີປະຫວັດການລາຍງານບັນຫາຄວາມຂັດແຍ່ງໃດໆກ່ຽວກັບສັດຂີ້ອາຍຊະນິດພັນນີ້.
ແມ່ແຂ້ດັ່ງກ່າວໄດ້ຖືກນໍາມາເບາະລ້ຽງ ແລະ ປ່ອຍຄືນສູ່ທໍາມະຊາດ ເມື່ອ 8 ປີກ່ອນ. ແມ່ແຂ້ນໍ້າຈືດໂຕນີ້ປະສົບຜົນສໍາເລັດໃນການສ້າງຮັງ ແລະ ອອກແມ່ແຜ່ລຸກຢູ່ໃນທໍາມະຊາດ ເຊິ່ງຖືວ່າເປັນກໍລະນີທຳອິດຂອງແຂ້ນໍ້າຈືດທີ່ຖືກນໍາໄຂ່ແຂ້ມາເບາະລ້ຽງ ແລະ ອະນຸບານ ໄດ້ເຮັດຮັງຢູ່ປ່າໃນລາວ ແລະ ເປັນຄັ້ງທີ 2 ທົ່ວໂລກ ເພາະໃນປີ 2020 ນັກວິທະຍາສາດຈາກອົງການ Fauna and Flora International (FFI) ໄດ້ພົບເຫັນແຂ້ທີ່ຖືກລ້ຽງສ້າງຮັງ ໃນປີ 2020, ແນວໃດກໍຕາມ, ເປັນທີ່ໜ້າເສຍດາຍທີ່ໄຂ່ທັງໝົດໃນຮັງນັ້ນເປັນຫມັນ. ພາຍຫຼັງທີ່ແຂ້ໄດ້ຮັບການຟັກໂຕ, ນັກວິທະຍາສາດໄດ້ຕັດເກັດສະເພາະຢູ່ຫາງຂອງພວກມັນ ເຊິ່ງຂະບວນການທີ່ເອີ້ນວ່າ ການສ້າງເຄື່ອງໝາຍ. ແມ່ແຂ້ໂຕນີ້ ຖືກລະບຸດ້ວຍໝາຍເລກ 36 ແລະ ຂໍ້ມູນບັນທຶກສະແດງໃຫ້ເຫັນວ່າ ແມ່ແຂ້ໂຕນີ້ໄດ້ແຕກເບາະອອກຈາກໄຂ່ ຢູ່ສະຖານທີ່ຟັກໄຂ່ຂອງບ້ານຕານສູມ ໃນວັນທີ 11 ສິງຫາ 2012 ແລະ ໄດ້ຖືກປ່ອຍຄືນສູ່ທໍາມະຊາດ ໃນປີ 2014. ໃນຊ່ວງນໍ້າຖ້ວມຕາມລະດູການທີ່ເກີດຂຶ້ນໃນແຕ່ລະປີ ແມ່ແຂ້ໂຕນີ້ໄດ້ເດີນທາງໄປບຶງ/ທີ່ຢູ່ຫ່າງຈາກສະຖານທີ່ປ່ອຍແຂ້ໃນເບື້ອງຕົ້ນເປັນຫຼາຍກິໂລແມັດ ເຊິ່ງເປັນການຄົ້ນພົບທີ່ສໍາຄັນອີກຢ່າງໜຶ່ງເຖິງຄວາມຫຍຸ້ງຍາກ ແລະ ຄວາມສັບຊ້ອນ ໃນການຕິດຕາມສັດຊະນິດພັນນີ້ວ່າໄດ້ຂະຫຍາຍອານາເຂດກ້ວາງອອກໄປທົ່ວພູມີທັດ.
“ນີ້ແມ່ນມື້ທີ່ໜ້າຕື່ນເຕັ້ນຫຼາຍສໍາລັບການອະນຸລັກແຂ້ນໍ້າຈືດໃນທົ່ວອາຊີຕາເວັນອອກສ່ຽງໃຕ້, ເພາະເຫດການນີ້ໄດ້ພິສູດຕື່ມອີກວ່າ ວິທີການຟັກໄຂ່ນີ້ແມ່ນເຄື່ອງມືທີ່ປະສົບຜົນສໍາເລັດໃນການຊ່ວຍຟື້ນຟູຊະນິດພັນສັດທີ່ໃກ້ຈະສູນພັນນີ້”, ກ່າວໂດຍທ່ານ ຊາມູແອລ໌ ເລັສລີ, ຜູ້ຊີ້ນໍາດ້ານວິຊາການສໍາລັບເຂດພູມີທັດແຂວງສະຫວັນນະເຂດ ຂອງ WCS ເຊິ່ງໄດ້ເຂົ້າຮ່ວມການສໍາຫຼວດຮັງໄຂ່ແຂ້ ທີ່ນຳພາໂດຍ ທ່ານ ດຣ. ສະຕີບ ພຣັທ໌ (ຊ່ຽວຊານສັດເລືອຄານປະຈໍາພາກພື້ນ WCS) ແລະ ທ່ານນາງ ສຸນັນທາ ບຸດສະກິດຕິລາດ (ວິຊາການດ້ານຊີວະນາໆພັນແຂວງສະຫວັນນະເຂດ WCS).
ທີ່ດິນບໍລິເວນນໍ້າເຊຈຳພອນ ເປັນບ່ອນຢູ່ອາໄສຂອງປະຊາກອນແຂ້ນໍ້າຈືດທີ່ຍັງເຫຼືອຢູ່ແຫ່ງສຸດທ້າຍຂອງ ສປປ ລາວ ເຊິ່ງນໍາໄປສູ່ການສ້າງຕັ້ງເຂດດັ່ງກ່າວເປັນ “ທີ່ດິນບໍລິເວນນໍ້າທີ່ມີຄວາມສຳຄັນລະດັບສາກົນ” ພາຍໃຕ້ສົນທິສັນຍາຣາມຊາ. ໃນຂະນະທີ່ຄວາມເຊື່ອຖືຕາມປະເພນີໃນທ້ອງຖິ່ນ ໄດ້ສະໜອງການປົກປ້ອງທີ່ເຂັ້ມແຂງໃຫ້ແກ່ແຂ້ເຫຼົ່ານີ້ຈາກການຖືກລ່າ, ການທໍາລາຍຖິ່ນທີ່ຢູ່ອາໄສຢ່າງຕໍ່ເນື່ອງພາຍໃນ ແລະ ແອ້ອມແອ້ມເຂດຣາມຊາ ເຮັດໃຫ້ປະຊາກອນແຂ້ມີຄວາມສ່ຽງຫຼາຍ. ມີພຽງແຕ່ 3 ໃນ 30 ໜ່ວຍຂອງ ໄຂ່ແມ່ແຂ້ເລກທີ #36 ຖືກພົບວ່າມີຄວາມອຸດົມສົມບູນ, ເຊິ່ງສາເຫດອາດສາມາດເຊື່ອມໂຍງກັບການຖາງປ່າຂະໜາດໃຫຍ່ໃກ້ກັບບຶງດັ່ງກ່າວໃນໄລຍະຜ່ານມາ ທີ່ອາດຈະເປັນການຂັບໄລ່ແຂ້ໂຕຜູ້ອອກໄປຈາກເຂດນັ້ນ. ແຕ່ຖືວ່າໂຊກດີທີ່ຮັງອື່ນໆແມ່ນຍັງມີອັດຕາສ່ວນຂອງໄຂ່ທີ່ອຸດົມສົມບູນທີ່ສູງກວ່າ. ອົງການ WCS ກໍາລັງເຮັດວຽກເພື່ອຮັບປະກັນການປົກປ້ອງສັດປ່າ ແລະ ຖິ່ນທີ່ຢູ່ອາໄສທຳມະຊາດ ພ້ອມສະກັດກັ້ນການທໍາລາຍທີ່ຖິ່ນຢູ່ອາໄສທີ່ສໍາຄັນ ໂດຍຄຽງຄູ່ກັບການເຮັດວຽກຮ່ວມກັບຊຸມຊົນທ້ອງຖິ່ນ ໃນການປັບປຸງການວາງແຜນການນໍາໃຊ້ຊັບພະຍາກອນແບບຍືນຍົງຫຼາຍຂຶ້ນ ແລະ ປັບປຸງຊີວິດການເປັນຢູ່ ທີ່ທີ່ຕິດພັນກັບການຄຸ້ມຄອງທີ່ດິນບໍລິເວນນໍ້າແບບຍືນຍົງ ໂດຍຜ່ານການສະໜອງທຶນໂດຍ ມູນນິທິ Margret A. Cargill Foundation ແລະ EU/AFD ທີ່ພາຍໃຕ້ໂຄງການ “ການອະນຸລັກລະບົບນິເວດໂດຍການຄຸ້ມຄອງພູມີທັດແບບປະສົມປະສານຢູ່ ສປປ ລາວ (#ECILL)”.
ແຫຼ່ງຂ່າວຈາກ ອົງການອະນຸລັກສັດປ່າ (WCS) ປະຈໍາ ສປປ ລາວ