spot_img
Homeຂ່າວຕ່າງປະເທດຫຼາຍປະເທດໃນອາຊີຫັນມານຳເຂົ້ານ້ຳມັນຈາກຣັດເຊຍ

ຫຼາຍປະເທດໃນອາຊີຫັນມານຳເຂົ້ານ້ຳມັນຈາກຣັດເຊຍ

Published on

ອິນເດຍ ແລະ ຫຼາຍປະເທດໃນອາຊີ ເພີ່ມການນຳເຂົ້ານ້ຳມັນຈາກຣັດເຊຍຈົນເປັນແຫຼ່ງລາຍໄດ້ສຳຄັນຂອງລັດຖະບານຣັດເຊຍ ເຊິ່ງໃນຂະນະນີ້ຢູ່ໃນແຮງກົດດັນ ແລະ ມາດຕະການລົງໂທດຈາກຊາດຕະເວັນຕົກທີ່ນຳມາໃຊ້ເພື່ອຈຳກັດລາຍໄດ້ຂອງຣັດເຊຍ.

ໃນໄລຍະປີ 2022 ເປັນຕົ້ນມາ ອິນເດຍນຳເຂົ້ານ້ຳມັນຈາກຣັດເຊຍໄປແລ້ວເກືອບ 60 ລ້ານບາເຣວ ເມື່ອທຽບກັບປີກາຍນີ້ປະລິມານ 12 ລ້ານບາເຣວ.

ນາຍົກລັດຖະມົນຕີສີລັງກາ ໄດ້ກ່າວວ່າ: ສີລັງກາຍິນດີຊື້ນ້ຳມັນຈາກຣັດເຊຍເພີ່ມຂຶ້ນ ເນື່ອງຈາກປະເທດກຳລັງຕ້ອງການນ້ຳມັນເຊື້ອໄຟຈຳນວນຫຼາຍເພື່ອມາຊຸກຍູ້ເສດຖະກິດ ໂດຍໃນເດືອນພຶດສະພາທີ່ຜ່ານມານີ້ ສີລັງກາສັ່ງຊື້ນ້ຳມັນດິບຈາກຣັດເຊຍ 99.000 ໂຕນ ເພື່ອໃຫ້ໂຮງງານກັ່ນນ້ຳມັນເຮັດວຽກຕໍ່ໄປໄດ້.

ຕັ້ງແຕ່ທີ່ຣັດເຊຍ-ຢູເຄຣນມີການຂັດແຍ່ງກັນ ເຮັດໃຫ້ລາຄານ້ຳມັນໂລກໄດ້ເພີ່ມສູງຂຶ້ນ, ເຮັດໃຫ້ໂຮງງານກັ່ນນ້ຳມັນຕ່າງໆໃນອິນເດຍ ແລະ ປະເທດອື່ນໆໃນອາຊີຫັນໄປຊື້ນ້ຳມັນຈາກຣັດເຊຍ ເຊິ່ງໄດ້ຮັບສ່ວນຫຼຸດໃນລາຄາຖືກກວ່າຕະຫຼາດໂລກປະມານ 30-35 ໂດລາຕໍ່ບາເຣວ.

ອາຊີກາຍເປັນຕະຫຼາດທີ່ສຳຄັນຂອງຣັດເຊຍ ໂດຍມີອິນເດຍເປັນລູກຄ້າອັນດັບໜຶ່ງ ຕາມມາດ້ວຍຈີນ, ໂດຍຕົວເລກໃນການຂົນສົ່ງນ້ຳມັນຈາກຣັດເຊຍມາຍັງອິນເດຍເພີ່ມຂຶ້ນຈາກລະດັບ 100.000 ບາເຣວຕໍ່ມື້ ໃນເດືອນກຸມພານີ້, ມາຢູ່ທີ່ລະດັບ 870.000 ບາເຣວຕໍ່ມື້ໃນເດືອນພຶດສະພາ.

ໃນຂະນະດຽວກັນ ອາເມຣິກາ ແລະ ສະມາຊິກພັນທະມິດເອີຣົບ ກຳລັງຫາລືໃນມາດຕະການ ແລະ ຈັດຕັ້ງກຸ່ມຂຶ້ນເພື່ອກຳນົດລາຄານ້ຳມັນທີ່ຣັດເຊຍສົ່ງອອກ, ເຊິ່ງມີເປົ້າໝາຍເພື່ອກຳຈັດແຫຼ່ງລາຍໄດ້ຂອງຣັດເຊຍ.

ແຫຼ່ງຂ່າວຈາກ ເອພີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...