Home​ຂ່າວບັນເທິງMeta ຮ່ວມສະເຫຼີມສະຫຼອງເດືອນແຫ່ງຄວາມພາກພູມໃຈໄປພ້ອມໆກັບຊຸມຊົນ LGBTQ+ ແລະ ນັກສ້າງເນື້ອຫາ

Meta ຮ່ວມສະເຫຼີມສະຫຼອງເດືອນແຫ່ງຄວາມພາກພູມໃຈໄປພ້ອມໆກັບຊຸມຊົນ LGBTQ+ ແລະ ນັກສ້າງເນື້ອຫາ

Published on

Meta ກຳລັງສະເຫຼີມສະຫຼອງເດືອນແຫ່ງຄວາມພາກພູມໃຈ ດ້ວຍການເປີດໂຕຊຸດຟີເຈີ້ໃນ Theme ດຽວກັນ ເຊິ່ງລວມມີ ອາວາຕາ, ເອັບເຟັກຕ່າງໆ ແລະ ຊຸດສະຕິກເກີໃນທົ່ວແພັດຟອມ, ເພື່ອເປັນການສະເຫຼີມສະຫຼອງໃຫ້ແກ່ຊຸມຊົນເພດທາງເລືອກ ຫຼື LGBTQ+ ທີ່ພວມສ້າງວັດທະນະທຳ ແລະ ຍັງເປັນການປຸກລະດົມໃຫ້ເຫັນວ່າພວກເຂົາສາມາດສະແດງຕົວຕົນທາງເພດ ຜ່ານແພັດຟອມຕ່າງໆແນວໃດ.

ຕັ້ງແຕ່ມື້ນີ້, ທ່ານສາມາດນໍາໃຊ້ ອາວາຕາ ໃນ Theme ຄວາມພາກພູມໃຈ ແລະ ສະຕິກເກີ້ຕ່າງໆເທິງໜ້າ Feed ແລະ Stories ເທິງ Facebook ແລະ Messenger ໄດ້ແລ້ວ, ເຊິ່ງຈະສາມາດນໍາໃຊ້ໄດ້ຕະຫຼອດປີ. ນອກຈາກນີ້, ພວກເຮົາຍັງໄດ້ເປີດໂຕ ສະຕິກເກີ້ໃນກ້ອງຖ່າຍຮູບເທິງ Instagram, ເຊິ່ງໄດ້ມີການອອກແບບໂດຍຮ່ວມມືກັບ Queer ຫຼື ກຸ່ມຄົນທີ່ມີຄວາມຮັກໂດຍປາສະຈາກກົດເກນທາງເພດ, ສິນລະປິນ ແລະ ນັກສ້າງເນື້ອຫາ ຊາວບຸກຄຣິນ ທີ່ມີຊື່ວ່າ ຊານີ ເບນຈາມິນ.

ນອກນັ້ນເທິງ Messenger, ທ່ານຍັງສາມາດປັບແຕ່ງເອັບເຟັກໂດຍນໍາໃຊ້ Pride Chat Theme ໃນຫ້ອງແຊັດຂອງທ່ານໄດ້, ພ້ອມທັງສະຕິກເກີ້ເພີ່ມເຕີມໃນກ້ອງຖ່າຍຮູບທີ່ອອກແບບໂດຍ Non-binary ຫຼື ກຸ່ມຄົນທີ່ບໍ່ຕ້ອງການຖືກລະບຸເພດຂອງຕົນ, ສິນລະປິນ ແລະ ນັກສ້າງເນື້ອຫາຊາວລອນດອນ ທີ່ມີຊື່ວ່າ ເວນສເດ ໂຮມສ, ເຊິ່ງກຳລັງຈະເປີດໂຕໃນທ້າຍເດືອນນີ້. ພວກເຮົາຍັງໄດ້ເປີດໂຕເອັບເຟັກ AR ໃໝ່ສຸດພິເສດ, ໂດຍການຮ່ວມມືກັບຜູ້ທີ່ໄດ້ຮັບການສະເໜີຊື່ເຂົ້າຊິງລາງວັນ Tony Award ຈາກບຣອດເວ ແລະ ຜູ້ຊະນະລາງວັນ Pulitzer ນາມວ່າ A Stranger Loop. ເອັບເຟັກ AR “Show Your Skills” ຈະແນະນຳແຟນໆສູ່ຂະບວນການຄັດເລືອກ ທີ່ມີຄວາມມ່ວນຊື່ນ ແລະ ການແຈ້ງເຕືອນທີ່ຕ້ອງການດຶງເອົາຄວາມເປັນດາລາໃນຕົວທ່ານອອກມາ, ເຊິ່ງທ່ານສາມາດນໍາໃຊ້ເອັບເຟັກນີ້ໄດ້ທັງເທິງ Reels, Stories ແລະ ໜ້າ Feed ກັນເລີຍ.

ຍິ່ງໄປກວ່ານັ້ນ, ພາຍໃນເດືອນນີ້ ພວກເຮົາຍັງໄດ້ເປີດໂຕ ສູນຄວາມປອດໄພສຳລັບ LGBTQ+ ເທິງ Facebook ເພື່ອສະໜອງແຫຼ່ງຂໍ້ມູນທີ່ເຂົ້າເຖິງງ່າຍ ແລະ ເຮັດໃຫ້ຊຸມຊົນນີ້ຮູ້ສຶກປອດໄພ. ພາຍໃນສູນດັ່ງກ່າວ, ທ່ານຈະໄດ້ເຫັນຫຼາຍໆຟີເຈີ້ດ້ານຄວາມປອດໄພ, ລວມມີຄູ່ມືໃນການເພີ່ມຄວາມປອດໄພຂອງບັນຊີ, ເຄື່ອງມືໃນການຫຼີກລ່ຽງການດູຖູກ ແລະ ການລ່ວງລະເມີດ, ພ້ອມທັງຂໍ້ມູນໃນການລາຍງານເນື້ອຫາທີ່ເປັນອັນຕະລາຍ.

ວິທີການທີ່ Meta ສົ່ງເສີມນັກທຸລະກິດທີ່ມີ LGBTQ+ ເປັນເຈົ້າຂອງ ແລະ ນັກສ້າງເນື້ອຫາ

ພວກເຮົາກຳລັງຂະຫຍາຍທຸລະກິດຂະໜາດນ້ອຍ ແລະ ກາງ ທີ່ມີ LGBTQ+ ເປັນເຈົ້າຂອງໃນທົ່ວເທິງແພັດຟອມຂອງພວກເຮົາ ເພື່ອຊ່ວຍໃຫ້ຊຸມຊົນຂອງພວກເຂົາສາມາດເຕີບໂຕໄດ້, ໂດຍຜ່ານການສຶກສາ ແລະ ການເຊື່ອມຕໍ່. ໃນຊ່ວງອາທິດທຳອິດຂອງເດືອນມິຖຸນາ, ພວກເຮົາໄດ້ເປີດໂຕ ຄູ່ມືວັດທະນະທຳສຳລັບ LGBTQ+ ໃນທົ່ວໂລກ, ເພື່ອເປັນແຫຼ່ງຂໍ້ມູນໃນການສຶກສາ ແລະ ເປັນແຮງບັນດານໃຈໃນວິທີການສະແດງຕົວຕົນ ເພື່ອສົ່ງເສີມຊຸມຊົນ LGBTQ+. ແລະທີ່ @instagramforbusiness, ພວກເຮົາກຳລັງຈະຈັດກິດຈະກຳຊັອບປິ້ງແບບ Live ສົດ #shopwithPride ໃນທ້າຍເດືອນນີ້, ເຊິ່ງໄດ້ເນັ້ນໜັກ ແລະ ສຸມໃສ່ ທຸລະກິດຂະໜາດນ້ອຍ ແລະ ກາງ ຂອງຊຸມຊົນຊາວອາເມລິກາທີ່ມາຈາກຂົງເຂດອາຊີປາຊີຟິກ ຫຼື AAPI.

ໃນປະເທດລາວ, ພວກເຮົາໄດ້ສະເຫຼີມສະຫຼອງຄວາມເປັນຕົວຕົນທີ່ແທ້ຈິງ ແລະ ຄວາມເປັນເພື່ອນມິດຜ່ານຊຸມຊົນເພດທາງເລືອກ ເປັນຕົ້ນແມ່ນ ReeRiew ຫຼີລຽວທ່ຽວລາວ, ໜຶ່ງໃນນັກສ້າງເນື້ອຫາ LGBTQ+ ທີ່ມີຊື່ສຽງຂອງປະເທດລາວ ເຊິ່ງໄດ້ກ່າວວ່າ: “ເນື່ອງຈາກຜູ້ຄົນສ່ວນຫຼາຍເລີ່ມສາມາດຍອມຮັບໃນຄວາມແຕກຕ່າງໄດ້ແລ້ວ, ພວກເຮົາກໍໄດ້ເຫັນເຖິງການປ່ຽນແປງໄປໃນທາງທີ່ດີຫຼາຍຂຶ້ນຈາກໃຈຈິງ, ໂດຍເລີ່ມຕັ້ງແຕ່ຄອບຄົວ ແລະ ໝູ່ເພື່ອນ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...