spot_img
Homeຂ່າວພາຍ​ໃນປະທານ ສນຊ ຕ້ອນຮັບການພົບປະຢ້ຽມຢາມ ຂອງຄະນະຜູ້ແທນອົງການຮ່ວມມືສາກົນ ໄຈກາ

ປະທານ ສນຊ ຕ້ອນຮັບການພົບປະຢ້ຽມຢາມ ຂອງຄະນະຜູ້ແທນອົງການຮ່ວມມືສາກົນ ໄຈກາ

Published on

ໃນວັນທີ 7 ມິຖຸນາ 2022 ນີ້, ທີ່ສູນກາງແນວລາວສ້າງຊາດ ທ່ານ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ໄດ້ຕ້ອນຮັບການເຂົ້າພົບປະຢ້ຽມຢາມຂອງ ທ່ານ ໂທຊີໂອະ ນາກາເສ ຫົວໜ້າຜູ້ຕາງໜ້າອົງ ການຮ່ວມມືສາກົນ ຍີ່ປຸ່ນ(ໄຈກາ) ປະຈໍາ ສປປ ລາວ ພ້ອມຄະນະ.

ການພົບປະຢ້ຽມຢາມຄັ້ງນີ້ ສອງຝ່າຍໄດ້ປຶກສາຫາລື ແລະ ນຳສະເໜີແນວຄວາມຄິດໃນການຮ່ວມມືວຽກງານຊັ້ນຄົນ, ສະມາຄົມຊາວນາ ເພື່ອເປັນການສົ່ງເສີມການຜະລິດກະສີກໍາ ເປັນທຸລະກິດຂະໜາດນ້ອຍ ເພື່ອພັດ ທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

ໂອກາດນີ້, ທ່ານຫົວໜ້າຜູ້ຕາງໜ້າອົງການຮ່ວມມືສາກົນ ຍີ່ປຸ່ນ ປະຈໍາ ສປປ ລາວ ໄດ້ລາຍງານ ໃຫ້ຊາບວ່າ ໄລຍະຜ່ານມາອົງການໄຈກາ ໄດ້ສົ່ງເສີມດ້ານກະສິກໍາ ຢູ່ແຂວງ ສະຫວັນນະເຂດ ໂດຍໃຫ້ປະຊາຊົນຢືມແນວພັນ ກັບປຸຍ ທີ່ມີດອກເບ້ຍຕໍ່າ ຫລັງຈາກທີ່ເກັບກ່ຽວແລ້ວຈຶ່ງສົ່ງຄືນ ໂດຍແມ່ນແນວລາວສ້າງຊາດແຂວງ ເປັນຜູ້ກະຈາຍແນວພັນໃຫ້ແກ່ປະຊາຊົນ ເຊິ່ງກົນໄກ ແລະ ຮູບແບບການເຮັດທົດລອງໃນໄລຍະຜ່ານມາ ແມ່ນເຮັດໄດ້ດີ ນອກຈາກນີ້, ຍັງໄດ້ທົດລອງ ປູກໝາກກີວີ ຢູ່ແຂວງຊຽງຂວາງ ຕື່ມອີກ.
ຂ່າວ: ສນຊ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...