spot_img
Homeຂ່າວພາຍ​ໃນເຂົ້າໜຽວລາວ ງວດທໍາອິດ ໄປສູ່ ສປ ຈີນ

ເຂົ້າໜຽວລາວ ງວດທໍາອິດ ໄປສູ່ ສປ ຈີນ

Published on

ຜະລິດຂອງບໍລິສັດ IDP ຂົນສົ່ງເຂົ້າໜຽວລາວ ງວດທໍາອິດ ໄດ້ໄປຂາຍ ຢູ່ ສປ ຈີນ ໄດ້ສໍາເລັດ ໃນຈໍານວນ 100 ໂຕ່ນ ໂດຍຜ່ານເສັ້ນທາງລົດໄຟ ລາວ-ຈີນ, ເຊິ່ງກ່ອນໜ້ານີ້ ບໍລິສັດດັ່ງກ່າວ ກໍ່ໄດ້ສົ່ງເຂົ້າໜຽວ ຜ່ານທ່າເຮືອຢູ່ທະເລ ປະເທດໄທ ແລະ ຫວຽດນາມ.

ໃນວັນທີ 28/05/2022 ທີ່ຜ່ານມາ ພິທີສົ່ງເຂົ້າສານລາວ ລ໋ອດທໍາອິດ ໄປ ສປ ຈີນ ຈັດຂຶ້ນ ຢູ່ ສະຖານີລົດໄຟສາຍໃຕ້ ນະຄອນຫຼວງວຽງຈັນ, ການຂົນສົ່ງຜ່ານທາງລົດໄຟ ແມ່ນສາມາດຫຼຸດຜ່ອນຕົ້ນທຶນ ໃນການຂົນສົ່ງ ທຽບໃສ່ການຂົນສົ່ງທາງທະເລ.

ບໍລິສັດ IDP ລົງທຶນໃນຂະແຫນງການປູກເຂົ້າ ຢູ່ ສປປ ລາວ ມາແຕ່ປີ 2015, ມີໂຮງສີເຂົ້າໃຫຍ່ 4 ແຫ່ງ ຢູ່ ສະຫວັນນະເຂດ ແລະ ຈໍາປາສັກ. ແຕ່ລະປີ ບໍລິສັດ IDP ຮັບຊື້ເຂົ້າ ຈາກຊາວນາ 60.000 ໂຕນ, ແລະ ປະກອບສ່ວນທຶນ ໃນການຈັດຊື້ປະມານ 20 ລ້ານໂດລ້າສະຫະລັດ. ໃນຈໍານວນດັ່ງກ່າວ 30.000 ໂຕ້ນ ແມ່ນສົ່ງຂາຍ ຢູໂຣບ, ຈີນ, ໄທ, ແລະ ຫວຽດນາມ ໃນແຕ່ລະປີ.
ໃນປີ 2017, ບໍລິສັດ ສົ່ງເຂົ້າໄປຂາຍ ສປ ຈີນ 45.000 ໂຕ້ນ, ແລະ ຫວັງວ່າ ສປ ຈີນ ຈະຮັບຊື້ 25.000 ໂຕ້ນ ຕໍ່ປີ ເປັນເວລາ 3 ປີ ແລະ ຄາດວ່າ ຈະກາຍເປັນຕະຫຼາດສົ່ງອອກເຂົ້າ ລາຍໃຫຍ່ສຸດ ຂອງ ສປປ ລາວ.
ບໍລິສັດ IDP ຍັງສົ່ງເສີມການປູກເຂົ້າອິນຊີ ໃຫ້ກັບ 1.500 ຄອບຄົວ ຢູ່ລາວ ໃນເນື້ອທີ່ລວມ 5.000 ເຮັກຕ້າ.

ຂໍ້ມູນຈາກ: ວຽງຈັນທາຍ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...