Homeຂ່າວພາຍ​ໃນລັດຖະບານຍີ່ປຸ່ນ ມອບລົດຮັບ-ສົ່ງ ຄົນເຈັບ ໃຫ້ລັດຖະບານລາວ

ລັດຖະບານຍີ່ປຸ່ນ ມອບລົດຮັບ-ສົ່ງ ຄົນເຈັບ ໃຫ້ລັດຖະບານລາວ

Published on

ໃນວັນທີ 6 ມິຖຸນນາ 2022 ທີ່ກະຊວງສາທາລະນະສຸກ, ລັດຖະບານຍີ່ປຸ່ນ ໄດ້ມອບລົດອຳບູລັງ ຫລື ລົດຮັບ-ສົ່ງຄົນເຈັບຈຳນວນ 74 ຄັນໃຫ້ລັດຖະບານ ສປປ ລາວ ເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຕອບໂຕ້ພະຍາດໂຄວິດ-19. ຕາງໜ້າມອບໂດຍ ທ່ານ ເຄັນນິຈິ ໂຄບາຢາຊິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳລາວ ແລະ ຕາງໜ້າຮັບໂດຍ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.

ໂອກາດນີ້, ດຣ ບຸນເເຝງ ພູມມະໄລສິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃນການຊ່ວຍເຫລືອໃນຄັ້ງນີ້ ເຊິ່ງມີຜົນປະໂຫຍດອັນໃຫຍ່ຫລວງ ໃຫ້ແກ່ປະຊາຊົນລາວ ທີ່ຈະສາມາດເຂົ້າເຖິງການບໍລິການດ້ານສາທາລະນະສຸກ ລວມທັງເປັນການຕອບສະໜອງ ເພື່ອແກ້ໄຂຄວາມຕ້ອງການອັນຮີບດ່ວນຂອງຄົນເຈັບ ກໍຄືຄົນເຈັບສຸກເສີນ.

ໃນໄລຍະຜ່ານມາ ລັດຖະບານຍີ່ປຸ່ນ ແລະ ປະຊາຊົນຍີ່ປຸ່ນ ຍາມໃດກໍມີຄວາມເປັນຫ່ວງເປັນໃຍ ແລະ ບິແບ່ງການຊ່ວຍເຫລືອມາໃຫ້ປະຊາຊົນລາວ ໃນຍາມທີ່ຫຍຸ້ງຍາກ ເຊິ່ງເປັນການສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບ ກໍຄືການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນຄົງ ແລະ ຍາວນານ ລະ ຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ທີ່ນັບມື້ນັບໄດ້ຮັບການສົ່ງເສີມແໜ້ນແຟ້ນຍິ່ງຂຶ້ນ.

ນັບແຕ່ປີ 2020 ເປັນຕົ້ນມາ, ລັດຖະບານ ຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການຕ້ານສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ: ວັກຊິນ, ອຸປະກອນການແພດ, ລົດຮັບສົ່ງຄົນເຈັບ ແລະ ອື່ນໆ ເປັນມູນຄ່າຫລາຍກວ່າ 26 ລ້ານໂດລາສະຫະລັດ, ສະເພາະລົດຮັບ-ສົ່ງ ຄົນເຈັບທີ່ມອບໃຫ້ທັງສອງຄັ້ງ ລວມທັງໝົດ 81 ຄັນ, ກະຊວງສາທາລະນະສຸກມີແຜນຈະມອບ ໃຫ້ພະແນກສາທາລະນະສຸກນະຄອນຫລວງວຽງຈັນ, ຈໍາປາສັກ, ສະຫວັນນະເຂດ, ຫລວງພະບາງ ແລະ ແຂວງອຸດົມໄຊ ເພື່ອມອບສົ່ງໃຫ້ບັນດາເມືອງທີ່ຢູ່ເຂດຫ່າງໄກສອກຫລີກ ເພື່ອຮັບໃຊ້ເຂົ້າໃນວຽກງານຕ່າງໆໃຫ້ເກີດປະສິດທິຜົນສູງສຸດ.

ລັດຖະບານລາວ ຈະນໍາໃຊ້ເອົາລົດທີ່ໄດ້ຮັບການຊ່ວຍເຫລືອໃນຄັ້ງນີ້ ໃຫ້ເກີດປະໂຫຍດສູງສຸດ ໃນການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງ ພະຍາດໂຄວິດ-19 ພາຍໃນປະເທດ ແລະ ຊ່ວຍທີມແພດໝໍ ທີ່ຢູ່ປ້ອມດ້ານໜ້າໃນວຽກງານນໍາສົ່ງຄົນເຈັບ ໃນກໍລະນີສຸກເສີນ ໃນເຂດເມືອງ ແລະ ເຂດຫ່າງໄກສອກຫລີກ ທີ່ມີຫົນທາງເຂົ້າຫຍຸ້ງຍາກ.

ທີ່ມາ: ຂປລ

ບົດຄວາມຫຼ້າສຸດ

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...