spot_img
Homeຂ່າວຕ່າງປະເທດເກີດເຫດໄຟໄໝ້ທີ່ສາງຕູ້ຄອນເທນເນີໃນບັງກະລາເທດ

ເກີດເຫດໄຟໄໝ້ທີ່ສາງຕູ້ຄອນເທນເນີໃນບັງກະລາເທດ

Published on

ໃນວັນທີ 4 ມິຖຸນາ ໄດ້ເກີດເຫດໄຟໄໝ້ທີ່ສາງຕູ້ຄອນເທນເນີ ໃນປະເທດບັງກະລາເທດ, ຄາດການວ່າອາດຈະເກີດຈາກການທີ່ສານເຄມີໃນຕູ້ຄອນເທນເນີບາງຕູ້ໄປສຳຜັດກັບໄຟ ຈຶ່ງສົງຜົນໃຫ້ເກີດການລະເບີດຢ່າງຮຸນແຮງໃນວັນເສົານັ້ນ ເຫດໄຟໄໝ້ໄດ້ແກ່ຍາວມາຈົນເຖິງ ວັນທີ 5 ມິຖຸນາ ເຮັດໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນເປັນ 49 ຄົນ ແລະ ມີຜູ້ບາດເຈັບອີກ 300 ຄົນ.

ໄຟ​ໄດ້​ເກີດ​ຂຶ້ນ​ໃນ​ຕອນ​ກາງ​ຄືນ​ຂອງ​ວັນ​ເສົາ​ ທີ 4 ມິຖຸນາ ທີ່ສາງຕູ້ຄອນເທນເນີ ເມືອງສິຕາຄຸນດາ, ເຊິ່ງມີຕູ້ຄອນເທນເນີປະມານ 4.000 ຕູ້. ​ໄຟ​ໄໝ້​ດັ່ງກ່າວ ​ໄດ້​ເຮັດ​ໃຫ້​ຕູ້​ບັນຈຸສານ​ເຄມີ​ແຕກ​ຂຶ້ນ​ໃນ​ຂະນະ​ທີ່​ນັກ​ດັບ​ເພີງ, ອາສາ​ສະໝັກ ​ແລະ​ ນັກ​ຂ່າວ​ພວມ​ປະຕິບັດ​ໜ້າ​ທີ່ຢູ່ ສົ່ງ​ຜົນ​ໃຫ້ມີຄົນ​ຮັບ​ບາດ​ເຈັບ​ ແລະ ຕາຍ ຈໍາ​ນວນ​ຫຼາຍ​.

ຜູ້​ອຳ​ນວຍ​ການ​ປະ​ຕິ​ບັດ​ງານ​ຂອງ​ພະ​ແນກ​ດັບ​ເພີງ​ທ້ອງ​ຖິ່ນ ​ໄດ້​ຢືນ​ຢັນ​ວ່າ ມີ​ນັກ​ດັບ​ເພີງ 7 ຄົນ​ເສຍ​ຊີ​ວິດ ແລະ ​ອີກ 4 ຄົນ​ຫາຍ​ສາບ​ສູນ, ແລະ ໄດ້ເວົ້າວ່າຍັງພົບສົບຈຳນວນໜຶ່ງປະມານ 8-10 ສົບໃນກອງໄຟນັ້ນ.

ຈາກການລາຍງານຂອງຫຼາຍສຳນັກຂ່າວທີ່ຢູ່ໃນເຫດການໄດ້ລາຍງານວ່າ: ການປະຕິບັດງານຍັງບໍ່ສິ້ນສຸດລົງ ເນື່ອງຈາກຄວບຄຸມໄຟບໍ່ໄດ້ເທື່ອ ແລະ ຄາດວ່າຍັງຈະພົບເຫັນຄົນເສຍຊີວິດເພີ່ມຂຶ້ນອີກ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...