Homeຂ່າວຕ່າງປະເທດກອງກຳລັງຣັດເຊຍຍຶດຄອງຢູເຄນໄດ້ 20%

ກອງກຳລັງຣັດເຊຍຍຶດຄອງຢູເຄນໄດ້ 20%

Published on

ທ່ານ ເຊເລນສກີ ຜູ້ນໍາຂອງຢູເຄຣນເປີດເຜີຍວ່າ ໃນວັນສຸດນີ້ເປັນການຄົບຮອບ 100 ມື້ທີ່ເກີດຄວາມຂັດແຍ່ງກັບຣັດເຊຍ ແລະ ກອງກຳລັງຣັດເຊຍຍຶດຄອງຢູເຄນໄດ້ 20% ແລະ ຍັງໂຈມຕີໃນເຂດພື້ນທີ່ດອນບາສ.

ໃນວັນທີ 2 ມິຖຸນາ 2022 ທ່ານ ເຊເລນສກີ ຜູ້ນຳຢູເຄຣນ ໄດ້ຖະແຫຼງການວ່າ:  ກອງທັບຣັດເຊຍສາມາດຍຶດຄອງ ອານາເຂດຂອງຢູເຄຣນໄດ້ປະມານ 20% ແລ້ວ, ໃນຂະນະທີ່ກອງທັບຣັດເຊຍເດີນໜ້າໂຈມຕີເມືອງເຊເວໂລໂດເນສ ເຊິ່ງເປັນເມືອງໃຫຍ່ຂອງຢູເຄນ.

ໄດ້ກ່າວຕື່ມອີກວ່າ: ແນວໃດກໍ່ຕາມ ກອງກຳລັງຢູເຄຣນສາມາດຍຶດຄືນເມືອງ ແລະ ໝູ່ບ້ານຈຳນວນ 20 ແຫ່ງໃນແຄວ້ນເຄີຊອນ ທາງໃຕ້ຂອງປະເທດກັບຄືນມາແລ້ວ ໂດຍກອງກຳລັງຢູເຄນຫວັງຈະຍຶດຄືນອານາເຂດທີ່ໄດ້ເສຍໃຫກັບຣັດເຊຍ ໄປໃນຕອນຕົ້ນຂອງສົງຄາມ ຕ້ອງການເພື່ອເອົາຄືນກັບຣັດເຊຍທີ່ຍຶດຄອງພື້ນທີ່ແຄວ້ນດອນບາສ.

ທາງການຢູເຄຣນເປີດເຜີຍວ່າ ປັດຈຸບັນ ມີເດັກນ້ອຍຊາວຢູເຄຣນ ໄດ້ເສຍຊີວິດຈາກສົງຄາມແລ້ວ 261 ຄົນ ແລະ ບາດເຈັບອີກ 460 ຄົນ ຕ້ອງອົບພະຍົບບ້ານເຮືອນອີກ 200,000 ຄົນ.

ແຫຼ່ງຂ່າວ ເອັນດີທີວີ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...