spot_img
Homeຂ່າວຕ່າງປະເທດສີລັງກາ ຫາເງິນທຶນ 5 ຕື້ໂດລາ

ສີລັງກາ ຫາເງິນທຶນ 5 ຕື້ໂດລາ

Published on

ສີລັງກາຊອກຫາເງິນທຶນ 5 ຕື້ໂດລາ ເພື່ອທີ່ຈະນໍາເຂົ້າສິນຄ້າຕ່າງໆທີ່ຈຳເປັນໃນການດຳລົງຊີວິດຂອງປະຊາຊົນ.

ໃນວັນພະຫັດ ທີ 2 ພຶດສະພາ ທີ່ຜ່ານມາ ສຳນັກງານນາຍົກລັດຖະມົນຕີຂອງສີລັງກາໄດ້ລະບຸວ່າ: ສີລັງກາ ກຳລັງຊອກຫາແຫຼ່ງເງິນທຶນປະມານ 5 ຕື້ໂດລາ ເພື່ອຈ່າຍເງິນໃນການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ສິນຄ້າອື່ນໆທີ່ຈຳເປັນ ທີ່ຊື້ຜ່ານວົງເງິນສິນເຊື່ອ ແລະ ຫາອີກ 1 ຕື້ໂດລາ ເພື່ອສະໜັບສະໜູນຄັງສຳຮອງຂອງປະເທດ.

ມາ​ຮອດ​ປັດຈຸ​ບັນ, ສີ​ລັງກາ ​ໄດ້​ຮັບວົງ​ເງິນ​ສິນ​ເຊື່ອ​ທີ່​ມີ​ມູນ​ຄ່າ 1,5 ຕື້​ໂດ​ລາ​ ຈາກ​ອິນ​ເດຍສຳລັບ​ຊື້ນ້ຳມັນ​ເຊື້ອ​ໄຟ​ ແລະ​ ການ​ນຳ​ເຂົ້າ​ສິ່ງຂອງທີ່​ຈຳ​ເປັນ, ເຊິ່ງຍັງຢູ່ໃນການເຈລະຈາກັບປະເທດເພື່ອນບ້ານ ສໍາລັບວົງເງິນສິນເຊື່ອອີກ 500 ລ້ານໂດລາ ເພື່ອສະໜອງທຶນໃນການນໍາເຂົ້ານໍ້າມັນເຊື້ອໄຟ.

ສີລັງກາຍັງຄົງຮ້ອງຂໍໃຫ້ປະເທດອື່ນໆຊ່ວຍເຫຼືອ ລວມທັງຍີ່ປຸ່ນ ທີ່ມີສາຍພົວພັນທາງການຄ້າທີ່ມີມາແຕ່ດົນນານ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...