spot_img
Homeຂ່າວພາຍ​ໃນກະຊວງປ້ອງກັນປະເທດ ທົດສອບຍິງລູກສອນໄຟປ້ອງກັນອາກາດ

ກະຊວງປ້ອງກັນປະເທດ ທົດສອບຍິງລູກສອນໄຟປ້ອງກັນອາກາດ

Published on

ໃນວັນທີ 29 ພຶດສະພາ 2022 ທີ່ຜ່ານມານີ້ ກະຊວງປ້ອງກັນປະເທດ ຮ່ວມກັບ ສ. ເບລາຣຸສ ໄດ້ທົດສອບສະມັດຕະພາບຍິງລູກ ສອນໄຟປ້ອງກັນອາກາດ C 125 – 2TM ຢູ່ພາກສະໜາມຕົວຈິງ, ໂດຍການເປັນກຽດ ເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງ ກັນປະເທດ, ມີສະຫາຍ ພົນຕີ ບາສະຕາເຍນໂກ ວາລະດີເມຍ ປາວະໂລວິດຈ ຮອງຜູ້ອຳນວຍການບໍລິສັດ ແຕຕຣາແອັດ ຮັບຜິດຊອບວຽກງານການຮ່ວມມືເຕັກນິິກການທະຫານ ສ. ເບລາຣຸສ, ມີຄະນະນຳກະຊວງປ້ອງກັນປະເທດ, ຕາງໜ້າບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະຮັບຜິດຊອບຊີ້ນຳ, ຄະນະພັກ- ຄະນະບັນຊາກອງພັນໃຫຍ່ 641, 645, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ສົມພອນ ມິດຕະພາບ ຮອງຫົວໜ້າກົມໃຫຍ່ເສນາ ທິ ການກອງທັບ ຫົວໜ້າຄະນະຮັບຜິດຊອບຊີ້ນຳທົດສອບສະມັດຕະພາບຍິງລູກສອນໄຟ ຄັ້ງນີ້ ໄດ້ກ່າວວ່າ: ຜ່ານການເຝິກໄລຍະເວລາ 2 ເດືອນຜ່ານມາ ພະນັກງານວິຊາການກອງພັນໃຫຍ່ປ້ອງກັນອາກາດກອງທັບປະຊາຊົນລາວ ໄດ້ຮຽນຮູ້ເຖິງການນຳໃຊ້ອຸປະກອນເຕັກນິກການທະຫານ ເຊັ່ນ ລູກສອນໄຟປ້ອງກັນອາກາດ ແລະ ສູນບັນຊາເຄື່ອນທີ່, ຍຸດທະວິທີ, ຮູບແບບ ແລະ ບັນດາວິທີການນຳໃຊ້ ລະບົບລູກ ສອນໄຟປ້ອງກັນອາກາດ, ອຸປະກອນສືບຂ່າວ ໃນການສູ້ຮົບຂອງເຫຼົ່າຮົບປ້ອງກັນອາກາດ ເພາະວ່າການຍິງລູກສອນໄຟ ແມ່ນຂັ້ນຕອນທີ່ສຳຄັນທີ່ສຸດໃນການຝຶກແອບ ແລະ ດັບສູນເປົ້າໝາຍ ຢ່າງມີປະສິດທິພາບ.

ໂອກາດດັ່ງກ່າວ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ສະແດງຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍຄະນະຮັບຜິດຊອບຊີ້ນຳ ແລະ ພະນັກງານວິຊາສະເພາະເຕັກນິກ ທີ່ໄດ້ເຂົ້າຮ່ວມການເຝິກແອບໃນຄັ້ງນີ້ ເຊິ່ງໄດ້ຮັບຜົນສຳເລັດເປັນຢ່າງດີ ໃນເວລາປະຕິບັດຍິງເປົ້າໝາຍຕົວຈິງ ແລະ ສາມາດຮັບປະກັນດັບສູນເປົ້າໝາຍໄດ້ຢ່າງແໝ້ນຢໍາ, ພ້ອມທັງເນັ້ນຕື່ມໃຫ້ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຂົ້າໃນການເຝິກແອບຮໍ່າຮຽນ, ຍັງສືບຕໍ່ປັບປຸງຍົກລະດັບຄວາມຮູ້ຄວາມສາມາດ ທາງດ້ານເຕັກນິກ- ເຕັກໂນໂລຢີ ໃຫ້ສູງຂື້ນທຽບທັນກັບຍຸກປັດຈຸບັນ, ເພື່ອສ້າງກອງທັບໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງຮອບດ້ານ ແລະ ທັນ ສະໄໝ.

ແຫຼງຂ່າວຈາກ Lao National Radio

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...