spot_img
Homeຂ່າວຕ່າງປະເທດເກີດເຫດເຮືອບັນທຸກສິນຄ້າລົ່ມທີ່ປະເທດອິນໂດເນເຊຍ ຍັງສູນຫາຍ 25 ຄົນ

ເກີດເຫດເຮືອບັນທຸກສິນຄ້າລົ່ມທີ່ປະເທດອິນໂດເນເຊຍ ຍັງສູນຫາຍ 25 ຄົນ

Published on

ເຮືອບັນທຸກສິນຄ້າຂອງອິນ​ໂດ​ເນ​ເຊຍ ພ້ອມ​ກັບ​ຜູ້​ໂດຍສານ ແລະ​ລູກ​ເຮືອ ​42ຄົນ ໄດ້​ເກີດ​ອຸບັດ​ເຫດ​ລົ່ມຢູ່​ນອກ​ຊາຍຝັ່ງ​​ຂອງເເຂວງ Sulawesi ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ໄດ້​ເຫຼືອໄດ້ແລ້ວ17 ຄົນ ​ແລະ ຍັງເລັ່ງ​ຊອກ​ຫາ​ອີກ 25 ຄົນ​ຍັງ​ສູນຫາຍ.

ຈາກການລາຍງານຂອງ ເອບີຊີນິວ ​ໄດ້​ລາຍ​ງານ​ວ່າ, ວັນ​ທີ 29 ພຶດສະພາ​ ໄດ້ເກີດເຫດເຮືອ​ບັນທຸກສິນຄ້າຂອງອິນໂດເນເຊຍລົ່ມຍ້ອນສະພາອາກາດທີ່ບໍ່ເອື້ອອຳນວຍບໍລິເວນນອກຊາຍຝັ່ງຊ່ອງແຄບ Makassar ແຂວງ Sulawesi, ຂະນະເກີດເຫດມີຜູ້​ໂດຍສານ​ ແລະ ລູກເຮືອທັງໝົດ 42 ຄົນ, ໂດຍເຈົ້າໜ້າທີ່​ກູ້​ໄພສາມາດຊ່ວຍຂື້ນມາຈາກນໍ້າໄດ້ແລ້ວ 17 ຄົນ​ ແລະ ຍັງມີອີກ 25ຄົນ ທີ່ສູນຫາຍເຊິ່ງຕອນນີ້ເຈົ້າໜ້າທີ່ກຳລັງເລັ່ງຊອກຫາ.

ຫົວໜ້າສຳໜັກງານຄົ້ນຫາ ແລະ ກູ້ໄພຂອງແຂວງ Sulawesi ເປີດເຜີຍວ່າ ເຮືອລຳນີ້ປະສົບອຸບັດຕິເຫດລະຫວ່າງການເດີນທາງຈາກທ່າເຮືອ Makassar ໄປຫາເກາະ Kalmas ,ທີມກູ້ໄພໄດ້ໃຊ້ເຮືອ 2ລຳອອກຄົ້ນຫາ ແລະ ມີເຮືອຂອງຊາວປະມົງອີກຫຼາຍລຳໃຫ້ຄວາມຊ່ວຍເຫຼືອ ພ້ອມຄວາມຫວັງວ່າຈະພົບຜູ້ລອດຊີວິດ.

ທັ້ງນີ້ ມັກມີເຫດການເຮືອລົ່ມເລື້ອຍໆໃນອິນໂດເນເຊຍ ເນື່ອງຈາກອິນໂດເນເຊຍເປັນປະເທດທີ່ມີເກາະຫຼາຍກວ່າ 17.000ເກາະ ການຄົມມະນາຄົມທາງເຮືອຈຶ່ງເປັນສິ່ງຈຳເປັນຫຼາຍ ຂະນະທີ່ມາດຕະການດ້ານຄວາມປອດໄພຍັງຕຳ່ ໂດຍເມື່ອປີ 2018 ເກີດເຫດເຮືອບັນທຸກສິນຄ້າລົ່ມຢູ່ນອກຊາຍຝັ່ງແຂວງສຸມາຕຼາ ເຫດການນັ້ນມີຜູ້ເສຍຊີວິດເຖິງ 167ຄົນ.

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...