spot_img
Homeຂ່າວທ້ອງຖິ່ນ ເຈົ້າໜ້າທີ່ເລີກຮື້ງານປາຕີ້ຄືນສູ່ໄວຮຽນ

 ເຈົ້າໜ້າທີ່ເລີກຮື້ງານປາຕີ້ຄືນສູ່ໄວຮຽນ

Published on

 

ໜັງສືພິມຈຳປາໃໝ່ ເຊິ່ງເປັນໜັງສືພິມທາງການຂອງ ແຂວງຈຳປາສັກ ໄດ້ຂ່າວວ່າ: ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໄດ້ແກ້ໄຂເລີກຮື້ງານປາຕີ້ຄືນສູ່ໄວຮຽນ ຫຼື ງານປາຕີ້ໃສ່ຊຸດນັກຮຽນຊຶ່ງເປັນການສ້າງຄວາມເຊື່ອມເສຍແກ່ສະຖາບັນການສຶກສາຂອງລາວ.
ທ່ານ ພັນໂທ ສຸກພະຈັນ ສີລາເພັດ ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງ
ບັນຊາການ ປກສ ແຂວງຈໍາປາສັກ ໃຫ້ຂໍ້ມູນວ່າ: ງານດັ່ງກ່າວມີຂຶ້ນໃນຄໍ່າຄືນວັນທີ 17 ຕຸລາ 2014 ທີ່ຜ່ານມາ ຢູ່ຮ້ານບັນເທີງ ຄິງຄລັບ ບ້ານໂພນສະຫວັນ ເມືອງປາກເຊ ແລະ ຜູ້ທີ່ມາຮ່ວມງານຖ້າໃສ່ເສື້ອຂາວຈະບໍ່ໄດ້ເສຍຄ່າຜ່ານປະຕູ, ຖ້າບ່ໍນຸ່ງເສື້ອຂາວຈະເສຍຄ່າຜ່ານປະຕູ 25 ພັນກີບ/ຄົນ, ສ່ວນຮູບແບບການດໍາເນີນງານແມ່ນມີການຮ້ອງເພງຂອງນັກສິລະປິນ ແລະ ດີເຈທີ່ມາຈາກປະເທດໄທ, ມີການບໍລິການຂາຍເຄື່ອງດື່ມ, ເຫຼົ້າ, ເບຍ ແລະ ສູບບາລາກູ ຊຶ່ງໃຊ້ເຄື່ຶອງສູບແບບຢາໄອ໊ ແຕ່ບໍ່ທັນພິສູດໄດ້ວ່າເປັນສານປະເພດໃດ. ການເປີດງານປາຕີ້ຄັ້ງນີ້ແມ່ນບໍ່ໄດ້ຮັບອະນຸຍາດຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ມັນຍັງໄດ້ສ້າງຄວາມເຊື່ອມເສຍແກ່ສະບັນການສຶກສາ ເພາະເປັນການມົ້ວສຸມ, ເບື່ອເມົາຊາວໜຸ່ມ-ໄວໜຸ່ມ ໂດຍສະເພາະແມ່ນນັກຮຽນ-ນັກສຶກສາທີ່ເປັນໜໍ່ແໜງທຶນຮອນ ແລະ ເປັນອະນາຄົດຂອງປະເທດຊາດ.
ທ່ານ ພັນໂທ ສຸກພະຈັນ ໃຫ້ຮູ້ຕື່ມອີກວ່າ: ພາຍຫຼັງທີ່ພວກເຮົາໄດ້ຮັບຮູ້ຂໍ້ມູນຂ່າວສານທາງໂລກອອນໄລນ໌ ກໍ່ຄືເຟຊບຸກຂອງຮ້ານ ຄິງຄລັບ ບັນເທີງ ວ່າຈະຈັດງານປາຕີ້ຄືນສູ່ໄວຮຽນ ຫຼື ງານປາຕີ້ຊຸດນັກຮຽນ ຢູ່ທີ່ຮ້ານບັນເທິງດັ່ງກ່າວ ໃນຄໍ່າຄືນວັນທີ 17 ຕຸລາ, ເຈົ້າໜ້າທີ່ພວກເຮົາກໍ່ໄດ້ຈັດວາງກຳລັງ ໂດຍນໍາໃຊ້ກຳລັງຈາກພາກສ່ວນຕ່າງໆຂອງກອງບັນຊາການ ປກສ ແຂວງ ແລະ ປກສ ເມືອງປາກເຊ ຈໍານວນ 84 ສະຫາຍ ເຂົ້າຄຸມສະຖານທີ່ໃນເວລາ 23 ໂມງ 15 ນາທີ ໂດຍສັ່ງໃຫ້ເປີດໄຟໃຫ້ສະຫວ່າງ ແລ້ວກໍ່ເຊີນເອົາເຈົ້າຂອງຮ້ານ ແລະ ພະນັກງານບໍລິການຮັບໃຊ້ ແລະ ຜູ້ມາຮ່ວມງານທັງໝົດຂຶ້ນລົດ ເພື່ອນຳເຂົ້າມາສອບສວນເອົາຄໍາໃຫ້ການ, ກວດຫາສານເສບຕິດ. ຜ່ານຈາກການແກ້ໄຂເລີກຮື້ ສາມາດຮູ້ໄດ້ຜູ້ປະກອບການ ແລະ ພະນັກງານບໍລິການ. ຊຶ່ງໃນງານດັ່ງກ່າວມີຜູ້ມາໃຊ້ບໍລິການທັງໝົດ 127 ຄົນ, ຍິງ 67 ຄົນ, ໃນນັ້ນມາຈາກຕ່າງແຂວງ 26 ຄົນ, ຍິງ 13 ຄົນ, ຕ່າງປະເທດ 20 ຄົນ, ຍິງ 4 ຄົນ, ສັນຊາດໄທ 16 ຄົນ, ຍິງ 1 ຄົນ ແລະ ສັນຊາດຫວຽດນາມ 4 ຄົນ, ຍິງ 3 ຄົນ, ໃນນີ້ີເດັກອາຍຸຕໍ່າກ່ວາ 18 ປີ ມີ 18 ຄົນ, ຍິງ 10 ຄົນ, ນັກສຶກສາ 33 ຄົນ, ຍິງ 18 ຄົນ, ນັກຮຽນ 13 ຄົນ, ຍິງ 10 ຄົນ. ໄດ້ເຄື່ອງສູບບາລາກູ 5 ຊຸດ ແລະ ສານບາລາກູ 1 ຖົງ ໜັກປະມານ 500 ກຼາມ.
ສຳລັບການແກ້ໄຂນັ້ນ ທ່ານ ພັນໂທ ສຸກພະຈັນ ໃຫ້ຮູ້ອີກວ່າ: ຕໍ່ກັບເຈົ້າຂອງຮ້ານແມ່ນໄດ້ກັກຕົວໄວ້ ເພື່ອດຳເນີນການສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ, ສໍາລັບພະນັກງານບໍລິການ ແລະ ຜູ້ມາໃຊ້ບໍລິການແມ່ນໄດ້ເອົາຄຳໃຫ້ການ, ຄົນຕ່າງປະເທດກໍ່ໄດ້ກວດກາໜັງສືຜ່ານແດນ(ພາສປອດ), ສຶກສາອົບຮົມ, ສ້າງບົດບັນທຶກ ພ້ອມລົງລາຍເຊັັນໄວ້ເປັນຫຼັກຖານ, ສະເພາະຄົນລາວແມ່ນໃຫ້ຜູ້ປົກຄອງມາຢັ້ງຢືນຮັບປະກັນເອົາ ແລ້ວໃຫ້ກັບສະຖານທີ່ພັກເຊົາ, ຜ່ານຈາກການສືບສວນ-ສອບສວນ ແລະ ຄຳໃຫ້ການເບື້ອງຕົ້ນຂອງຜູ້ປະກອບການ ເຫັນວ່າ: ການຈັດງານປາຕີ້ຄັ້ງນີ້ ຖືເປັນການເຄື່ອນໄຫວໂຄສະນາເຕົ້າໂຮມກຸ່ມຄົນ ໂດຍສະເພາະແມ່ນນັກຮຽນ-ນັກສຶກສາ ໃຫ້ມີການມົ້ວສຸມ, ຫຼິ້ນກິນຟຸມເຟືອຍ ຊຶ່ງເຮັດໃຫ້ເສື່ອມເສຍຕໍ່ສະຖາບັນການສຶກສາ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ ພ້ອມນັ້ນຍັງນໍາເອົາຄົນຕ່າງປະເທດເຂົ້າມາເຄື່ອນໄຫວປະກອບອາຊີບໂດຍບໍ່ໄດ້ຜ່ານອົງການວິຊາສະເພາະ ທັງເປັນການກະທຳທີ່ຜິດຕໍ່ກົດໝາຍອາຍາ ມາດຕາທີ 72 ແລະ 75 ຕ່ືມອີກ.

laopost
ເຄື່ອງສູບ ບາລາກູ
laopost.com
ເຄື່ອງສູບ ບາລາກູ
laopost.com
ທ່ານ ພັນໂທ ສຸກພະຈັນ ສີລາເພັດ ຫົວໜ້າຫ້ອງຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງ ບັນຊາການ ປກສ ແຂວງຈໍາປາສັກ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...