Homeຂ່າວກິລາສອງສາວນັກກິລາໂວວີນາມ ທີມຊາດລາວ ຄວ້າຫຼຽນຄຳທຳອິດ ສຳເລັດ

ສອງສາວນັກກິລາໂວວີນາມ ທີມຊາດລາວ ຄວ້າຫຼຽນຄຳທຳອິດ ສຳເລັດ

Published on

ນາງ ມາລາ ຈັນທະລັກສາ ແລະ ນາງ ພິກສະໄໝ ອິນສຸມັງ ສອງສາວນັກກິລາໂວວີນາມທີມຊາດລາວ ປະເພດຟ້ອນປະກອບອຸປະກອນຄູ່ຍິງ ສ້າງຜົນງານໄດ້ຢ່າງໂດດເດັ່ນດ້ວຍການຄວ້າຫຼຽນຄຳທຳອິດ ໃຫ້ກັບທັບນັກກິລາລາວ ໃນງານມະຫະກຳກິລາຊີເກມ ຄັ້ງທີ 31 ໄດ້ສຳເລັດ.

ສຳລັບການແຂ່ງຂັນກິລາໂວວີນາມ ປະເພດຟ້ອນປະກອບອຸປະກອນຄູ່ຍິງ ຮອບຊີງຫຼຽນຄຳ ໄດ້ມີຂຶ້ນໃນຕອນບ່າຍວັນທີ 19 ພຶດສະພາ 2022 ໂດຍມີນັກກິລາຈາກ 5 ຊາດ ລົງທຳການແຂ່ງຂັນ ປະກອບມີ: ສປປ ລາວ, ມຽນມາ, ໄທ ກຳປູເຈຍ ແລະ ຫວຽດນາມ ເຈົ້າພາບ.

ຜ່ານການແຂ່ງຂັນຜົນປະກົດວ່າ ສອງນັກກິລາໂວວີນາມສາວລາວ ເຮັດຄະແນນລວມໄດ້ 269 ຄະແນນ ເປັນອັນດັບ 1 ຄວ້າຫຼຽນຄຳ ທຳອິດ ໃຫ້ກັບທັບນັກກິລາລາວ ໄດ້ສຳເລັດ. ສ່ວນຫຼຽນເງິນ ນັກກິລາຫວຽດນາມ ແລະ ຫຼຽນທອງ ນັກກິລາກຳປູເຈຍ.
ໂດຍ: ສົງການ ພັນແພງດີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...