Homeຂ່າວຕ່າງປະເທດນາຍົກລັດຖະມົນຕີຫວຽດນາມ ສືບຕໍ່ເຮັດວຽກຢູ່ອາເມລິກາ

ນາຍົກລັດຖະມົນຕີຫວຽດນາມ ສືບຕໍ່ເຮັດວຽກຢູ່ອາເມລິກາ

Published on

ຕອນສວຍວັນທີ 14 ພຶດສະພາ (ຕາມເວລາທ້ອງຖິ່ນ), ສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມ ໝິງ ຈິງ (Phạm Minh Chính) ໄດ້ໄປຢ້ຽມຢາມ, ໂອ້ລົມ ແລະ ເຂົ້າຮ່ວມການໂອ້ລົມສົນທະນາດ້ານນະໂຍບາຍຢູ່ມະຫາວິທະຍາໄລ Harvard, ເມືອງ Cambridge, ລັດ Massachusetts.

ມາໃນວັນທີ 16 ພຶດສະພານີ້ ທ່ານໄດ້ໄປປະຊຸມທີ່ຕະຫຼາດຫຼັກຊັບນິວຢອກ, ທ່ານຍັງໄດ້ກ່າວ​ຄຳ​ປາ​ໄສ​ປິດ​ຕະຫຼາດ​ຫຼັກ​ຊັບ​ນິວ​ຢອກ ໂດຍເຄາະລະຄັງປິດເພື່ອເຮັດເຄື່ອງໝາຍຈຸດສິ້ນສຸດຂອງຂາຍຫຸ້ນໃນຕະຫຼາດຫຼັກຊັບ.

ທ່ານໄດ້ເນັ້ນຍ້ຳວ່າຫວຽດນາມກຳລັງກຳຈັດນັກລົງທຶນທີ່ລະເມີດໃນຕະຫຼາດຫຸ້ນຂອງປະເທດ ເພື່ອໃຫ້ໝັ້ນໃຈວ່າມີຄວາມສົມບູນ ປອດໄພ ໂປ່ງໃສ ແລະ ໝັ້ນຄົງ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...