spot_img
Homeວັນນະກຳຊອງປະເພນີ

ຊອງປະເພນີ

Published on

DSC00332

 

ມື້ນີ້ ເລີກການອ່າວຊ້າແດ່ ເພາະນັ່ງຖ້າເອົາເງິນເດືອນ ເຊິ່ງຕາມທຳມະດາແລ້ວເງິນເດືອນຈະອອກ ວັນທີ 1 ຂອງທຸກໆເດືອນ ແຕ່ເນື່ອງຈາກວ່າເດືອນນີ້ ວັນທີ 1 ພະຈິກ ຈະຖືກວັນເສົາ(ວັນພັກວຽກ) ເພິ່ນກໍເລີຍເບີກເງິນເດືອນໃຫ້ກ່ອນ ເພື່ອແກ້ໄຂສະພາບທາງການເງິນ ໂດຍສະເພາະແມ່ນລະດູການນີ້ ບໍ່ຈັກຊອງບຸນ ບໍ່ຈັກຊອງຂວັນ ບໍ່ຈັກຊອງຂຶ້ນເຮືອນໃໝ່ ບໍ່ຈັກວ່າຊອງຂວັນອອກກຳ ບາງເທື່ອມີຮອດຊອງວັນເກີດ ແຕ່ທີ່ສຳຄັນກວ່າໝູ່ ໜັກກວ່າໝູ່ແມ່ນຊອງບັດເຊີນດອງ ເຂົາວ່າມັນເປັນທີໝູ່ທີໂຕ.

ພໍແຕ່ໄດ້ເງິນເດືອນ ຂ້ອຍທັນໄດ້ນັບແຕ່ຫົວແໜບມັນ ແຕ່ບໍ່ໄດ້ນັບເປັນໃບ ເພາະຂ້ອຍຟ້າວໄປຮັບລູກຢູ່ໂຮງຮຽນ ກ່ອນຈະໂຄ້ງໄປຮັບເມຍທີ່ຢືນຖ້າຢູ່ ຕໍ່ໜ້າສຳນັກງານລັດແຫ່ງໜຶ່ງ ບໍລິເວນນ້ຳພຸ ພໍແຕ່ຈອດລົດປັບ ນາງເມຍກໍໂກ້ຍຂຶ້ນນັ່ງປຸບ ພ້ອມທັງຖິ້ມຊອງບັດເຊີນສີ່ບັດໃສ່ ຄອນໂຊນໜ້າລົດ ທັ່ງລົມຫາຍໃຈອອກມາ ພ້ອມກັບສຽງຈົ່ມພຶມພຳ

  • “ເດືອນນີ້ເຮົາບໍ່ຕ້ອງກິນຫຍັງແລ້ວລະ…”
  • “ທີໃຜທີມັນນ້ອງເອີຍ !! ” ຂ້ອຍຕອບນາງ ພ້ອມກັບອະທິບາຍຕໍ່ໄປວ່າ “ເຮົາຕ້ອງເດົາເບິ່ງວ່າເດືອນໜຶ່ງ ເຮົາຈະໄດ້ຮັບບັດເຊີນຈັກຊອງ, ເງິນເດືອນເຮົາໄດ້ເທົ່າໃດ?, ຄ່າອາຫານການກິນປະຈຳວັນເທົ່າໃດ?, ຄ່າໂຮງຮຽນລູກ, ຄ່ານ້ຳຄ່າໄຟ… ລວມເປັນທໍ່ໃດ? ໃຫ້ຫັກອອກໄວ້ກ່ອນ ຈາກນັ້ນຈຶ່ງເອົາເງິນທີ່ເຫຼືອນັ້ນມາສະເລ່ຍໃສ່ບັດເຊີນ ຈະຖືກຊອງລະເທົ່າໃດກໍໃຫ້ມັນຖືກ ແຕ່ຖານະລະດັບເຮົານີ້ ບໍ່ຄວນກາຍຊອງລະແສນຫ້າ ເຖິງແມ່ນວ່າເຂົາເຈົ້າຈະຈັດງານດອງຢູ່ ສະຫວັນຊັ້ນເຈັດ ເຮົາກໍໃສ່ສູງສຸດແສນຫ້າ ບໍ່ດັ່ງນັ້ນ, ເຮົາຕາຍແນ່ນອນ…”
  • “ຢາກຮູ້ວ່າຢູ່ເຂດຊົນນະບົດ ຫຼືຄົນບູຮານເພິ່ນເຮັດດອງ ເຮັດຂວັນ ເພິ່ນເຊີນກັນຈັ່ງໃດເນາະ!” ເມຍຂ້ອຍຖາມ
  • “ສະໄໝບູຮານເພິ່ນກໍຍ່າງໄປບອກກັນເອົາ ເຊິ່ງກໍບໍ່ແມ່ນບອກແບບທຳມະດາອີກດ້ວຍ ຫາກຍັງມີກາບມີກອນເວົ້າ ໃຊ້ເວລາເປັນ 10-20 ນາທີ ຈຶ່ງແລ້ວ ຝ່າຍເຈົ້າພາບເວົ້າແລ້ວ ຝ່າຍຖືກເຊີນກໍເວົ້າຕອບ ເຊິ່ງເພິ່ນເອີ້ນວ່າ ບອກດອງ ”.

ຄ່ຳຄືນຂອງມື້ນັ້ນ ຫຼັງຈາກກັບຈາກງານດອງ ຂ້ອຍນອນເອົາແຂນກ່າຍໜ້າຜາກຫວນຄືນຫຼັງໄປອີກ 20 ປີກ່ອນ ຢູ່ຊົນນະບົດແຫ່ງໜຶ່ງ ຂອງເມືອງຄຳເກີດ ດິນແດນຂອງຊົນເຜົ່າເມີ້ຍ ແຂວງບໍລິຄຳໄຊ. ປີນັ້ນຂ້ອຍຍັງຈື່ພໍເລືອນລາງວ່າ ເຮືອນຫຼັງໜຶ່ງຢູ່ຕີນບ້ານນັ້ນແມ່ນ ເຮືອນຂອງເອື້ອຍບົວທີ່ອ້າຍຂອງຂ້ອຍ ໝາຍຕາເອົາໄວ້ເປັນຄູ່ຮັກຄູ່ຄອງ. ແຕ່ລະຄືນຕອນເດິກໆ ອ້າຍໄມຕາມັກຈະລົງເຮືອນໄປ ຂ້ອຍບໍ່ຮູ້ດອກວ່າລາວໄປໃສ ໄດ້ຍິນແຕ່ແມ່ບອກວ່າອ້າຍໄປລົມສາວ ໄປຫາເອື້ອຍໃພ້ມາຢູ່ນຳ.

ການໄປລົມສາວຂອງຊົນເຜົ່ານີ້ ແມ່ນໄປລົມກາງຄືນເດິກໆ ໂດຍການເອົາຂັ້ນໄດໄປກ່າຍທາງຫົວບ່ອນນອນ ຂອງຜູ້ສາວ ຝ່າຍຊາຍຢູ່ກ້ອງລ່າງເຮືອນທາງຫົວບ່ອນນອນ ສ່ວນຝ່າຍຍິງແມ່ນນອນຢູ່ເທິງບ່ອນນອນ ໂດຍແຕ່ລະເຮືອນທີ່ມີລູກສາວ ເວລາເຮັດເຮືອນເພິ່ນຈະເຈາະປ່ອງນ້ອຍ ພໍຫຼົມມືເອົາໄວ້ ເພື່ອຈະໄດ້ເປັນບ່ອນລົມກັນຂອງບ່າວ-ສາວ ບາງເທື່ອໄປລົມຄັ້ງທຳອິດຍັງເດົາບໍ່ຖືກ ວ່າຜູ້ສາວນອນຢູ່ຫ້ອງໃດ ກໍໄປຈົກຜິດຫ້ອງ ຖືກແມ່ຂອງຜູ້ສາວກໍມີ. ການຂຶ້ນນັ່ງລົມກັນເທິງເຮືອນກໍມີ ແຕ່ຕ້ອງເປັນພາຍຫຼັງທີ່ລົມກັນໄປ ໄລຍະໜຶ່ງແລ້ວຫຼືວ່າມັກຮັກກັນແລ້ວ, ການຂຶ້ນລົມກັນຢູ່ເທິງເຮືອນສ່ວນຫຼາຍ ກໍຈະແມ່ນຝ່າຍຜູ້ສາວເຂັນຝ້າຍ ຫຼືຕ່ຳຫູກ ຫຼືບໍ່ກໍແມ່ນອາກາດໜາວຫຼາຍ ຝ່າຍຜູ້ສາວອິຕົນກໍເປີດປະຕູໃຫ້ຂຶ້ນເຮືອນ ເພື່ອໄປນັ່ງລົມກັນຢູ່ຄີໄຟໃນເຮືອນ. ການພົບພໍ້ກັນຂອງບ່າວ-ສາວ ທີ່ມັກຮັກກັນໃນເວລາກາງເວັນນັ້ນ ຈະຍ້ອນວຽກງານ ຫຼືແບບບັງເອີນຍ່າງໄປພໍ້ກັນກາງທາງ ຈະເປັນເລື່ອງທີ່ເຂີນອາຍທີ່ສຸດ ຂອງບ່າວສາວໃນເຂດນີ້. ເມື່ອບ່າວສາວເກີດຄວາມມັກຮັກກັນແລ້ວ ຝ່າຍຊາຍກໍຈະເອົາເຄື່ອງຂອງມີຄ່າ ເປັນຕົ້ນແມ່ນເງິນຟັກ (ເງິນຂັນ, ເງິນຮາງ, ເງິນກີບເກົ່າ, ຫຼືສ້ອຍແຫວນ) ໄປຈຽດ (ໄປໄວ້ນຳຜູ້ສາວ ເປັນການມັດຈຳ ຫຼືໝັ້ນໝາຍ) ຖ້າຝ່າຍຍິງຈະລົມຄົນໃໝ່ຕ້ອງ ຂອບລາຜູ້ບ່າວພ້ອມສົ່ງເຄື່ອງຈຽດນັ້ນຄືນສາກ່ອນ. ຫຼືຖ້າມີຄວາມມັກຮັກກັນແລ້ວ ຝ່າຍຊາຍກໍຈະໃຫ້ຜູ້ໃຫຍ່ຝ່າຍຕົນໄປ ສອບຖາມຍັງພໍ່ແມ່ຝ່າຍຍິງຢ່າງເປັນທາງການ ຖ້າຕົກລົງປົງໃຈວ່າມັກຮັກກັນ ຈະເອົາກັນເປັນຄູ່ຊີວິດ ຝ່າຍຊາຍກໍຈະຫາເລິກງາມຍາມດີ ເພື່ອໄປຢາມ(ໄປຂໍສາວ).

ອ້າຍໄມຕາທຽວໄປລົມສາວບໍ່ທໍ່ໃດເດືອນ ກໍເຫັນພໍ່ແມ່ຂອງຂ້ອຍໄປຂຸດເອົາເປືອກຮາກ ຂອງຕົ້ນຫາດມາທຸບໃຫ້ແຕກນຸ່ມເປັນເສັ້ນ ແລ້ວຕາກໃຫ້ແຫ້ງ ຈາກນັ້ນເພິ່ນກໍເອົາຢາເສັ້ນ ໃບພູມາປະກອບໃສ່ກັນ ເອົາຕອງພັນເປັນກໍ້ໆ ແລ້ວເອົາໃສ່ກະດົ້ງເອົາໄວ້, ຕົກຄ່ຳແລງມາ ກໍເຫັນຜູ້ເຖົ້າຜູ້ໜຶ່ງມາເຮືອນ ພ້ອມທັງນ້າບ່າວຂອງຂ້ອຍ ພາກັນນຸ່ງເຄື່ອງໃໝ່ ໃສ່ເຄື່ອງງາມ ແລ້ວກໍໂຈມເອົາກະໂດ້ງຫາດ ພູ ຢາສູບ ທີ່ກຽມໄວ້ນັ້ນພາກັນຍ່າງໄປທາງຕີນບ້ານ ແມ່ຂ້ອຍບອກວ່າເພິ່ນຈະໄປຢາມສາວໃຫ້ອ້າຍໄມຕາ.

ການຢາມສາວ(ການຂໍສາວ) ໄດ້ດຳເນີນໄປດ້ວຍພິທີອັນລຽບງ່າຍ ແຕ່ມີຄວາມໝາຍຕໍ່ໜ້າຜູ້ໃຫຍ່ທັງສອງຝ່າຍ ໃນພິທີບໍ່ປາກົດເຫັນເພິ່ນເວົ້າເລື່ອງ ສິນສອດຂອງໝັ້ນຫຍັງເລີຍ ມີແຕ່ການເວົ້າຫຍັງກໍບໍ່ຮູ້ ແຕ່ຫາກເວົ້າເປັນກາບເປັນກອນ ຕອບກັນໄປມາລະຫວ່າງຜູ້ໃຫຍ່ທັງສອງຝ່າຍ ແລະສຸດທ້າຍພິທີກໍຈົບລົງໃນເວລາປະມານ 10 ໂມງກາງຄືນ.

ຈາກນັ້ນມາຂ້ອຍສັງເກດເຫັນວ່າ ການພົວພັນລະຫວ່າງເຮືອນຂ້ອຍ ກັບເຮືອນເອື້ອຍບົວຄ່ອຍໆ ສະໜິດແໜ້ນຂຶ້ນ ມີຊີ້ນຕອນໜາປາຕ່ອນໃຫຍ່ ກໍຈະບິແບ່ງໄປໃຫ້ກັນກິນ ສ່ວນຂ້ອຍແມ່ນມັກຈະຖືກເປັນຄົນເອົາແກງ ຫຼືຂອງກິນໄປສົ່ງໃຫ້ເຮືອນເອື້ອຍບົວ ຢູ່ເລື້ອຍໆ ເວລາໄປກໍເອົາຂອງກິນຈາກເຮືອນໄປ ເວລາກັບຄອບຄົວເຮືອນເອື້ອຍບົວ ກໍຕັກອາຫານໃສ່ຖ້ວຍຄືນໃຫ້ຂ້ອຍເອົາມາເຮືອນ, ເມື່ອເຖິງລະດູການຜະລິດ ໂດຍສະເພາະແມ່ນຍາມເກັບກ່ຽວເຂົ້າ ຄອບຄົວຂ້ອຍຈະໄປເພິ່ງເອົາຍາດພີ່ນ້ອງ ລວມກັນແປດຄົນໄປຝ້າງສາວ (ໄປເຮັດວຽກໃດໜຶ່ງຊ່ວຍຜູ້ສາວ) ແມ່ຂ້ອຍບອກວ່າການໄປຝ້າງສາວ ແມ່ນເພິ່ນໃຫ້ໄປຈຳນວນຄູ່ ເພື່ອເປັນສິລິມຸງຄຸນ, ສ່ວນຄອບຄົວເອື້ອຍບົວ ເມື່ອເຫັນຄອບຄົວຂ້ອຍໄປຝ້າງ ເພິ່ນກໍກະກຽມອາຫານການກິນ ແລະເຫຼົ້າຢາໄວ້ສູ່ກິນ ເປັນບັນຍາກາດທີ່ເບີກບານມ່ວນຊື່ນຫຼາຍ ທັງໄດ້ເຢີ້ຍກັນແນ່ ທັງຂັບເມີ້ຍໂຕ້ຕອບກັນແນ່ ເຮັດໃຫ້ການກ່ຽວເຂົ້າລືມຄວາມອິດເມື່ອຍໄປ.

ຝ່າຍເອື້ອຍບົວເມື່ອຖືກຄອບຄົວຂ້ອຍໄປຢາມ(ຂໍ)ແລ້ວ ກໍຕັ້ງໜ້າຕັ້ງຕາຕ່ຳຫູກທໍໄໝ ເຮັດສາດ, ເສື່ອ, ຜ້າຫົ່ມ, ໝອນ, ເປີ່ຍ(ມຸ້ງສີດຳແຂບຄໍ), ຜ້າຮອງນັ່ງ… ເອົາໄວ້ຫຼາຍສົມຄວນ ເພື່ອເອົາໄປໃຊ້ໃນເວລາແຕ່ງງານແລ້ວ ເຊິ່ງເພິ່ນລວມໆ ເຄື່ອງຢູ່ບ່ອນນອນເຫຼົ່ານີ້ວ່າ ເຄື່ອງຂ່າ.

ຈາກມື້ທີ່ຄອບຄົວຂ້ອຍໄປຢາມ (ໄປໝັ້ນດ້ວຍເປືອກຮາກຫາດ, ໃບພູ, ຢາເສັ້ນ) ແລ້ວ ຝ່າຍເຮືອນເອື້ອຍບົວກໍໄດ້ບິແບ່ງເອົາຫາດພູຢາເສັ້ນເຫຼົ່ານັ້ນ ມາໃຫ້ຄອບຄົວຂ້ອຍແດ່ ເພື່ອໃຫ້ແຕ່ລະຝ່າຍໄດ້ບິແບ່ງເປັນເປັນ ມັດນ້ອຍໆ ອັນປະກອບດ້ວຍ ຫາດສອງເສັ້ນ, ຢາສູບ ແລະພູສອງໃບ ພັນດ້ວຍໃບຕອງສອງຊັ້ນ ມັດດ້ວຍໄມ້ຕອກສອງເສັ້ນ ແລ້ວໄປຢາຍໃຫ້ຍາດພີ່ນ້ອງທັງພາຍໃນບ້ານ ແລະບ້ານອື່ນໆ ໄກອອກໄປ ພ້ອມທັງບອກດອງດ້ວຍກາບກອນ ສຳນວນທີ່ອ່ອນຊ້ອຍວ່າ ມື້ 20 ເດືອນຍີ່ (ມື້ແຮມ 5 ຄ່ຳເດືອນ 2) ຈະມີງານດອງຂຶ້ນຢູ່ເຮືອນ ຈຶ່ງຂໍເຊີນຊວນເອົາອາວອາປ້າລຸງ ໄປເບິ່ງໄປແຍງຊ່ວຍ.

ເມື່ອຮອດມື້ນັດມື້ໝາຍ ມື້ຄ້ຳມື້ຄູນແລ້ວ ຍາດຕິພີ່ນ້ອງກໍພ້ອມພາກັນໄປງານ ໂດຍການເອົາສາດ ເສື່ອ ໝອນ ໄປໂຮມກັນໄວ້ຢູ່ເຮືອນເຈົ້າສາວ. ສ່ວນເຮືອນເຈົ້າບ່າວຍາດພີ່ນ້ອງກໍຈະເອົາ ເຫຼົ້າໄຫ ຫຼືໝູເປັນໂຕມາຊ່ອຍ ຈາກນັ້ນງານດອງກໍໄດ້ເລິ່ມຂຶ້ນ ຄ່ຳຄືນທຳອິດ(ມື້ອຸ່ນດອງ) ໄດ້ມີພິທີຍື່ນຄ່າ ຂັ້ນຕອນນີ້ຍາວນານຫຼາຍ ເພາະມີການຕໍ່ລອງຄ່າຫົວ ຄ່ານ້ຳຕູ້ຄ່ານົມກັນດົນພໍສົມຄວນ ແຕ່ສຸດທ້າຍທຸກຢ່າງກໍໄດ້ລົງເອີຍ ຢ່າງຮຽບຮ້ອຍ ແລ້ວມີການຄົບງັນມ່ວນຊື່ນຕະຫຼອດຄືນ ໂດຍການຄົບງັນຈະບໍ່ໄດ້ໃຊ້ເຄື່ອງສຽງຄືຊູ່ມື້ນີ້ ແຕ່ຫາກເປັນການກິນເຫຼົ້າໄຫ ແລະລຳຕໍ່ແຍກັນ.

ມື້ຕໍ່ມາ ກ່ອນວຽກງານທຸກຢ່າງຈະເລິ່ມຂຶ້ນ ເພິ່ນຈະມີພິທີຜູກບົງ ເຊິ່ງຂ້ອຍສັງເກດເຫັນວ່າມັນເປັນພາຂວັນ ພິທີນີ້ລ່າມ (ໝໍພອນຜູ້ຈັດຕັ້ງນຳພາເລື່ອງຮີດຄອງທຸກປະການ) ຈະມີຄຳເຊີຂວັນ(ພອນຂວັນ) ແບ່ງໄຂ່ຕົ້ມສອງໜ່ວຍໃຫ້ຄູ່ບ່າວສາວໄດ້ກິນ ຈາກນັ້ນວຽກງານທຸກຢ່າງຄ່ອຍເລິ່ມຂຶ້ນ ຫຼັງກິນເຂົ້າງາຍແລ້ວ ເຫັນເພິ່ນມີພິທີບາສີສູ່ຂວັນຢ່າງຄັກແນ່ ເພື່ອບາສີສູ່ຂວັນໃຫ້ພໍ່ແລະແມ່ຂອງເອື້ອຍບົວ ແລ້ວກໍມີການຄົບງັນຕໍ່ຈົນເດິກ ພໍຮອດໃກ້ຊິແຈ້ງຂອງມື້ທີສາມ ເຫັນເພິ່ນມີພິທີແຫ່ເປີ້(ໃພ້)ເມືອເຮືອນຂ້ອຍ ເຄື່ອງຂ່າ(ເຄື່ອງຢູ່ທີ່ນອນ)ຈະຖືກຂົນເມືອເຮືອນ ເຈົ້າບ່າວທັງໝົດ.

ພໍຂະບວນແຫ່ໃພ້ມາຮອດເຮືອນຂ້ອຍ ກໍມີພິທີລ້າງຕີນຂອງເຈົ້າບ່າວແລະເຈົ້າສາວ ກ່ອນຈະຖືກຈູງແຂນຂຶ້ນເທິງເຮືອນ ເຂົ້າສູ່ພາຂວັນທີ່ຖືກກະກຽມໄວ້ແລ້ວ. ຫຼັງຈາກພິທີມັດແຂນຄູ່ບ່າວສາວແລ້ວ ພິທີຕາມຮີດຄອງປະເພນີ ກໍສຳເລັດລົງ ເຫຼືອແຕ່ການຄົບງັນມ່ວນຊື່ນຕາມປະເພນີ ເທົ່ານັ້ນ.

ຈາກມື້ນັ້ນມາຮອດມື້ນີ້, ມື້ທີ່ຂ້ອຍເອົາແຂນຊ້າຍກ່າຍໜ້າຜາກ ມືຂວາຈັບຊອງບັດເຊີນ ວັນເວລາປ່ຽນໄປ ວິຖີຊີວິດປ່ຽນໄປ ຮີດຄອງປະເພນີປ່ຽນໄປ ຈາກໝ້ຽງໝາກ ຫາດພູ ຢາເສັ້ນ ໃນເມື່ອກ່ອນ ກັບກາຍມາເປັນຊອງບັດເຊີນ ຈາກຊອງນ້ອຍກາຍເປັນຊອງໃຫຍ່ ຈາກຂາວດຳມາເປັນເຄືອບຄຳ ຈາກຈັດຢູ່ເດິ່ນເຮືອນກາຍເປັນຈັດຢູ່ໂຮງແຮມ …

ແອັດມິນຊຽງ

 

 

 

ບົດຄວາມຫຼ້າສຸດ

ແຂວງວຽງຈັນ ປະກາດອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ 163 ຄົນ

ເນື່ອງໃນໂອກາດວັນຊາດ ທີ 2 ທັນວາ 2024 ຄົບຮອບ 49 ປີ ປະທານປະເທດແຫ່ງ ສປປ ລາວ ອອກລັດຖະດໍາລັດ ວ່າດ້ວຍການໃຫ້ອະໄພຍະໂທດ ໃຫ້ແກ່ນັກໂທດທົ່ວປະເທດ...

ສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂ ບັນຫາລາຄາມັນຕົ້ນຕົກຕໍ່າເພື່ອຊ່ວຍປະຊາຊົນ

ໃນໂອກາດດຳເນີນກອງປະຊຸມກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ລະຫວ່າງວັນທີ 16-24 ທັນວາ 2024, ທ່ານ ຂັນທີ ສີວິໄລ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ...

ປະທານປະເທດ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳ ສສ ຫວຽດນາມ

ວັນທີ 19 ທັນວາ 2024 ທີ່ຫ້ອງວ່າການສູນກາງພັກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ຫງວ້ຽນ ຫ໋າຍ ນິງ ລັດຖະມົນຕີກະຊວງຍຸຕິທຳ...

ອັດຕາແລກປ່ຽນດີຂຶ້ນ ແຕ່ລາຄາສິນຄ້າບໍ່ຍອມລົງ ຕ້ອງຫາວິທີແກ້ໄຂແນວໃດ?

ທ່ານ ນາງ ວາລີ ເວດສະພົງ, ສະມາຊິກສະພາແຫ່ງຊາດ ໄດ້ປະກອບຄໍາເຫັນຕໍ່ກອງປະຊຸມກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ລະຫວ່າງວັນທີ 16-24...