spot_img
Homeຂ່າວຄາດຕະກຳໝໍ ປາ ບຸກສຳນັກປະຫຼາດ ອ້າງວ່າເປັນພໍ່ທຸກສາສະໜາພົບ 11 ສົບ

ໝໍ ປາ ບຸກສຳນັກປະຫຼາດ ອ້າງວ່າເປັນພໍ່ທຸກສາສະໜາພົບ 11 ສົບ

Published on

ວັນທີ 8 ພຶດສະພາ 2022 ທີ່ຜ່ານມາ ໝໍປາ ກັນຈອມພະລັງ ປະສານກັບເຈົ້າແຂວງໄຊຍະພູມ ນຳເຈົ້າໜ້າທີ່ເຂົ້າກວດສອບ ສຳນັກປະຫຼາດ ໃນພຶ້ນທີ່ ເມືອງ ຄອນສານ ແຂວງໄຊຍະພູມ ປະເທດໄທ ໂດຍອ້າງວ່າຕົນເອງເປັນພໍ່ຂອງທຸກສາສະໜາ ໂດຍຈາກການເຂົ້າກວດສອບພາຍໃນສຳນັກພົບເຫັນຮ່າງກາຍຜູ້ເສຍຊີວິດເຖິງ 11 ລາຍ ໂດຍມີການອ້າງວ່າຖ້າຂຶ້ນສະຫວັນ ຂະນະທີ່ລູກສິດແຈ້ງວ່າບໍ່ສາມາດໃຫ້ເບິ່ງໃບຢືນຍັນການເສຍຊີວິດ 5 ຄົນໄດ້.

ເຫດການດັ່ງກ່າວເຈົ້າໜ້າທີ່ໄດ້ຄວບຄຸມຕົວ ຊາຍສູງອາຍຸ ເຊິ່ງອ້າງຕົນວ່າເປັນພໍ່ທຸກສາສະໜາ ຍັງໃຫ້ລູກສິດກິນນ້ຳຢ່ຽວ, ກິນອາຈົມ, ກິນຂີ້ກະເທິ ແລະ ຂີ້ໃຄ ສ່ວນນ້ຳຢາງເຫຼືອງຈາກສົບຜູ້ເສຍຊີວິດໃຊ້ໄວ້ທາໂຕເພື່ອບັນເທົາປວດເມື່ອຍຕາມຕົນໂຕ.

ເຈົ້າໜ້າທີ່ໄດ້ນຳໂຕຊາຍສູງອາຍຸຄົນດັ່ງກ່າວອອກຈາກສຳນັກ ທ່າມກາງສຽງຮ້ອງ ຕໍ່ຕ້ານ ຂອງລູກສິດທີ່ບໍ່ຍອມໃຫ້ເຈົ້າໜ້າທີ່ນຳໂຕຊາຍດັ່ງກ່າວອອກໄປ ສ່ວນກໍລະນີຮ່າງຜູ້ເສຍຊີວິດທັງ 11 ລາບ ຢູ່ລະຫວ່າງການກວດສອບຢ່າງລະອຽດອີກຄັ້ງຕາມຂັ້ນຕອນກົດໝາຍ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...