Homeຂ່າວຕ່າງປະເທດບາຣັກ ໂອບາມາ ຂໍອະນຸມັດງົບເພີ່ມ 3,2 ຕື້ໂດລາ ໃນສົງຄາມຕ້ານ IS ໃນອີຣັກ ແລະ ຊີເຣຍ

ບາຣັກ ໂອບາມາ ຂໍອະນຸມັດງົບເພີ່ມ 3,2 ຕື້ໂດລາ ໃນສົງຄາມຕ້ານ IS ໃນອີຣັກ ແລະ ຊີເຣຍ

Published on

2014-10-12-obama

 

ປະທານາທິບໍດີ ບາຣັກ ໂອບາມາ ແຫ່ງສະຫະລັດ ກຽມຂໍສະພາຜູ້ແທນອະນຸມັດງົບເພີ່ມ 3,2 ຕື້ໂດລາ ໃນມື້ນີ້

(7 ພະຈິກ) ເພື່ອໃຊ້ໃນສົງຄາມຕ້ານກຸ່ມ IS ໃນອີຣັກ ແລະ ຊີເຣຍ.

 

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 7 ພະຈິກນີ້ວ່າ ປະທານາທິບໍດີຂອງສະຫະລັດ ຈະນຳໃຊ້ງົບປະມານຈຳ

ນວນດັ່ງກ່າວ ເພື່ອເປັນທຶນໃນການເຝິກທະຫານ ແລະ ຕິດອາວຸດໃຫ້ແກ່ ກອງກຳລັງຄວາມໝັ້ນຄົງຂອງອີຣັກ

ແລະ ຊື້ລະເບີດທົດແທນ ຫລັງຈາກທີ່ໄດ້ສົ່ງເຮືອບິນເຂົ້າໄປທຳລາຍເປົ້າໝາຍໃນອີຣັກ ແລະ ຊີເຣຍຢ່າງຕໍ່ເນື່ອງ

ຫລາຍອາທິດຜ່ານມາເຊິ່ງປະຕິບັດການໂຈມຕີທາງອາກາດດັ່ງກ່າວ ມີຜູ້ບັນຊາການທະຫານຫລາຍຄົນ ໄດ້ເຕືອນ

ວ່າ ອາດຈະໃຊ້ເວລາຫລາຍປີເຊິ່ງເປັນການສົ່ງເຮືອບິນອອກໄປປະຕິບັດການຫລາຍພັນຖ້ຽວ ແລະ ຖິ້ມລະເບີດ

ໃສ່ເປົ້າໝາຍຫລາຍຮ້ອຍຄັ້ງ ເຮັດໃຫ້ອາເມຣິກາຕ້ອງສູນເສຍງົບ ປະມານ 8,300,000 ໂດລາສະຫະລັດຕໍ່ມື້ ໂດຍ

ນັກວິເຄາະບາງຄົນກໍໄດ້ເວົ້າວ່າ ຕົວເລກໃນຕົວຈິງອາດຈະສູງກ່ວານັ້ນອີກ.

 

ຂໍ້ມູນຈາກກະຊວງປ້ອງກັນປະເທດຂອງສະຫະລັດ ໄດ້ລະບຸວ່າ ສົງຄາມທາງອາກາດຕ້ານກຸ່ມ IS ໄດ້ເຮັດໃຫ້ສະຫະ

ລັດອາເມຣິກາ ສູນເສຍງົບປະມານໄປແລ້ວເຖິງ 580 ລ້ານໂດລາ ນັບຕັ້ງແຕ່ວັນທີ 16 ຕຸລາ 2014 ເປັນຕົ້ນມາ.

 

ສຳລັບງົບປະມານໃໝ່ທີ່ ໂອບາມາ ຮຽກຮ້ອງຈະນຳໄປຈ່າຍເປັນຄ່າແຮງງານຂອງທີ່ປຶກສາທະຫານ ຈຳນວນ 600

ຄົນ ເຊິ່ງຈະຖືກສົ່ງໄປຊ່ວຍເຝິກທະຫານອີຣັກ ແລະ ກອງກຳລັງຊາວເຄີດທີ່ເມືອງ ອາບິນ ແລະ ນອກຈາກນັ້ນ ຍັງ

ມີທະຫານອາເມຣິກາອີກປະມານ 800 ຄົນ ທີ່ຄຸ້ມກັນສະຖານທູດສະຫະລັດ ແລະ ສະໜາມບິນແບັກແດັດ.

 

TURKEY-SYRIA-CONFLICT-KURDS

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...