Homeຂ່າວການສຶກສານາຍົກ ມອບໃຫ້ ສສກ ຮຽບຮຽງປຶ້ມວັດຈະນານຸກົມພາສາລາວ ສະບັບມາດຕະຖານໃຫ້ສໍາເລັດໃນປີ 2025

ນາຍົກ ມອບໃຫ້ ສສກ ຮຽບຮຽງປຶ້ມວັດຈະນານຸກົມພາສາລາວ ສະບັບມາດຕະຖານໃຫ້ສໍາເລັດໃນປີ 2025

Published on

ໃນຕອນເຊົ້າວັນທີ 3 ພຶດສະພາ 2022 ທີ່ຫ້ອງປະຊຸມຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມຄະນະກໍາມະການຄົ້ນຄວ້າພາສາລາວ, ເຂົ້າຮ່ວມກັນພົບປະໂອ້ລົມຄັ້ງນີ້ມີ ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ), ທ່ານ ອາລຸນໄຊ ສູນນະລາດ ລັດຖະມົນຕີ ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ສຈ.ປອ ບໍ່ແສງຄໍາ ວົງດາລາ ອະດີດລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ປະທານທີ່ປຶກສາ, ທ່ານ ປອ ອ່ອນແກ້ວ ນວນນະວົງ ຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍຄະນະກໍາມະການຄົ້ນຄວ້າພາສາລາວ.

ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງພາສາລາວ ແລະ ຄວາມຈໍາເປັນໃນການຄົ້ນຄວ້າປັບປຸງຫຼັກການໃນການນໍາໃຊ້ພາສາລາວ. ຂະນະດຽວກັນນີ້, ທ່ານໄດ້ຊີ້ນໍາມອບໝາຍໃຫ້ຄະນະກໍາມະການຄົ້ນຄວ້າພາສາລາວ ກະຊວງສຶກສາທິການ ແລະ ກິລາ ຮີບຮ້ອນປັບປຸງຄືນຫຼັກໄວຍາກອນລາວ ແລະ ຄົ້ນຄວ້າຮຽບຮຽງປຶ້ມວັດຈະນານຸກົມພາສາລາວ ສະບັບມາດຕະຖານ ເພື່ອໃຫ້ສາມາດຈັດພິມ ແລະ ນໍາໃຊ້ໃນໄລຍະ 3 ປີຕໍ່ໜ້ານີ້.

ທ່ານນາຍົກລັດຖະມົນຕີ ຍັງໄດ້ຊີ້ນໍາອີກວ່າ: ທິດທາງໃນການປັບປຸງ ແມ່ນອີງໃສ່ຫຼັກໄວຍາກອນ ແລະ ປຶ້ມວັດຈະນານຸກົມພາສາລາວທີ່ມີມາແລ້ວເປັນພື້ນຖານ ແລ້ວພັດທະນາຕໍ່ຍອດໃຫ້ຮັບປະກັນຄວາມເປັນເອກະລັກ, ຄວາມອຸດົມສົມບູນຂອງພາສາລາວ ແລະ ນໍາໃຊ້ເຂົ້າກັບຍຸກສະໄໝ ພ້ອມທັງສົ່ງເສີມໃຫ້ມີການນໍາໃຊ້ພາສາລາວຢ່າງຖືກຕ້ອງ ແລະ ເປັນເອກະພາບກັນ.

ທີ່ມາ:ໜັງສືພິມສຶກສາກິລາ-ລາຍວັນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...