Homeຂ່າວທ້ອງຖິ່ນລ້ຽງໄກ່ພັນໄຂ່ ສ້າງລາຍຮັບເຂົ້າສູ່ຄອບຄົວບໍ່ຫຼຸດ 75 ລ້ານກີບຕໍ່ປີ

ລ້ຽງໄກ່ພັນໄຂ່ ສ້າງລາຍຮັບເຂົ້າສູ່ຄອບຄົວບໍ່ຫຼຸດ 75 ລ້ານກີບຕໍ່ປີ

Published on

ທ່ານ ດາວວອນ ມົວ ອາຍຸ 38 ປີ ປະຈຸບັນ ຢູ່ບ້ານນາໄກ່ ເມືອວຽງໄຊ ແຂວງຫົວພັນ ເປັນສະມາຊິກຄອບຄົວຕົວແບບໃນການລ້ຽງໄກ່ພັນໄຂ່ ສາາດສ້າງລາຍຮັບເຂົ້າໃນຄອບຄົວໄດ້ບໍ່ຫຼຸດ 75 ລ້ານກີບຕໍ່ປີ ທ່ານດາວວອນໄດ້ໃຫ້ຮູ້ວ່າ: ແຕ່ກ່ອນອາຊີບຕົ້ນຕໍຂອງຄອບຄົວແມ່ນເຮັດນາປູກເຂົ້າ ແລະ ເຮັດທຸລະກິດແລ່ນລົດໂດຍສານຊຳເໜືອ-ວຽງຈັນ ແຕ່ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດໂຄວິດ19 ເຮັດໃຫ້ຜູ້ມາໃຊ້ບໍລິການລົດໂດຍສານຫຼຸດລົງພາໃຫ້ລາຍຮັບກໍ່ຫຼຸດລົງເຊັ່ນດຽວກັນ ຕົນຈີ່ງຢາກຫັນປ່ຽນທຸລະກິດຂອງຄອບຄົວໃຫ້ມີລາຍຮັບທີ່ແນ່ນອນ.

ຍ້ອນຄວາມສະຫງວນມັກໃນການລ້ຽງສັດ ແລະ ທ່າແຮງຂອງຄອບຄົວທີ່ມີດິນຢູ່ບ້ານວັກ, ເມືອງວຽງໄຊເນື້ອທີ່ 2 ເຮັກຕາກວ່າ, ມາຮອດຕົ້ນປີ 2020 ຈີ່ງຕັດສີນໃຈຈົກດິນສ່ວນໜື່ງເພື່ອສ້າງຟາມລ້ຽງໄກ່ພັນໄຂ່ໃນເນື້ອທີ່ 7.200 ຕາແມັດ, ລວງກວ້າງຟາມ 12 ແມັດ, ຍາວ 77 ແມັດ ໂດຍໄດ້ນໍາໃຊ້ທືນເຂົ້າໃນການບຸກເບີກສະຖານທີ່, ກໍ່ສ້າງຟາມ, ຊື້ອຸປະກອນການລ້ຽງໄກ່ ແລະ ແນວພັນໄກ່ລວມທັງໝົດ 1 ຕື້ 600 ລ້ານກວ່າກີບໂດຍແມ່ນທືນຂອງຕົນເອງເກືອບ 100% ສະເພາະແນວພັນໄກ່ໄດ້ນຳມາແຕ່ແຂວງຊຽງຂວາງຈຳນວນ 16360 ໃນລາຄາໂຕລະ 60 ພັນກີບ, ເຊີ່ງແມ່ນພັນໄກ່ສາວສາມາດອອກໄຂ່ໄດ້ເລີຍ ສ່ວນອາຫານເກືອແມ່ນເກືອຫົວອາຫານສຳເລັດຮູບທີ່ສັ່ງຊື້ຈາກປະເທດເພື່ອນບ້ານຫວຽດນາມ ໂດຍທາງພາກລັດໄດ້ອຳນວຍຄວາມສະດວກທາງດ້ານເອກະສານຂົນສົ່ງສິນຄ້າໃຫ້.

ທ່ານ ດາວວອນ ກ່າວວ່າ: ໃນການລ້ຽງໄກ່ພັນໄຂ່ ແມ່ນໄດ້ໄປຖອດຖອນບົດຮຽນນຳພີ່ນ້ອງຜູ້ທີ່ເຄີຍລ້ຽງໄກ່ມາກ່ອນ ແລະ ທາງຫ້ອງການກະສິກຳເມືອງວຽງໄຊ ກໍໄດ້ສົ່ງວິຊາການມາຕິດຕາມແນະນຳວິທີການລ້ຽງໃນບາງຄັ້ງຄາວບ່ອນຈໍາໜ່າຍສ່ວນຫຼາຍມີແມ່ຄ້າມາຊື້ກັບທີ່ນອກຈາກນີ້ກໍ່ນຳໄປສົ່ງທີ່ຕະຫຼາດເທດສະບານເມືອງວຽງໄຊ, ສະເລ່ຍໃນມື້ໜື່ງສາມາດເກັບໄຂ່ໄດ້ເກືອບ 320 ແຕະ, ຂາຍແຕະໜື່ງ 38 ພັນກີບ, ສ່ວນຫຼາຍມີແມ່ຄ້າມາຊື້ກັບທີ່ສຳລັບອາຫານເກືອແມ່ນນຳໃຊ້ຫົວອາຫານສຳເລັດຮູບມື້ໜື່ງເກຶອໝົດ 72ເປົາ ລາຄາເປົາລະ 165.000 ກີບ.

ລວມລາຍຮັບເດືອນໜື່ງຫັກຄ່າຫົວອາຫານ ແລະ ຄ່າແຮງງານອອກມີກໍາໄລສົດ 6 ລ້ານ 2 ແສນກວ່າກີບ ແລະ ປີໜື່ງມີກຳໄລສົດຈາກການຂາຍໄຂ່ບໍ່ຫຼຸດ 75 ລ້ານກີບ, ເມື່ອໄກ່ສຸດໄຂ່ກໍ່ສາມາດຂາຍອອກເປັນໂຕໃນລາຄາກິໂລລະ 25 ພັນກີບ, ສະເລ່ຍໂຕໜື່ງນ້ຳໜັກບໍ່ຫຼຸດ 2 ກິໂລກຣາມ.

ຂໍ້ມູນ: MediaLAOS

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...