spot_img
Homeຂ່າວພາຍ​ໃນສປປ ລາວ ກຽມເປີດປະເທດແບບເຕັມຮູບແບບເພຶ່ອກະຕຸ້ນການທ່ອງທ່ຽວ

ສປປ ລາວ ກຽມເປີດປະເທດແບບເຕັມຮູບແບບເພຶ່ອກະຕຸ້ນການທ່ອງທ່ຽວ

Published on

ອີງຕາມທິດຊີ້ນຳຂອງທ່ານ ຮອງນາຍົກລັດຖະມົນຕີ, ໃນວັນທີ 26 ເມສາ 2022 ກະຊວງ ຖວທ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດຈັດກອງປະຊຸມເພຶ່ອປຶກສາຫາລືກ່ຽວກັບບັນດາເງຶ່ອນໄຂ ແລະ ມາດຕະການຕ່າງໆ ໃນການກະກຽມເປີດປະເທດແບບເຕັມຮູບແບບໃນຕົ້ນເດືອນພຶດສະພາ (5) 2022 ນີ້.

ການເປີດປະເທດແບບເຕັມຮູບແບບນີ້ແມ່ນຈະເປັນສ່ວນຫນຶ່ງໃນການກະຕຸ້ນການທ່ອງທ່ຽວ ແລະ ປະກອບສ່ວນເຂົ້າໃນການແກ້ໄຂບັນຫາຫຍຸ້ງຍາກທາງດ້ານເສດຖະກິດຂອງປະເທດ, ປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳ ແລະ ກະຈາຍລາຍໄດ້ສູ່ປະຊາຊົນທ້ອງຖິ່ນ.

ການເປີດປະເທດແບບເຕັມຮູບແບບນີ້ຫມາຍຄວາມວ່າທຸກຄົນສາມາດເຂົ້າ ສປປ ລາວ ໄດ້ຄືກັບຕອນຍັງບໍ່ມີໂຄວິດ ໃນທຸກດ່ານສາກົນທົ່ວປະເທດ ແຕ່ຈະມີບາງເງື່ອນໄຂເພຶ່ອຄວາມຮັບປະກັນຄື ໄດ້ສັກວັກຊີນຄົບໂດສ, ມີໃບຢັ້ງຢືນກວດໂຄວິດກ່ອນເດີນທາງ ກໍສາມາດເດີນທາງເຂົ້າມາໄດ້ໂດຍບໍ່ຕ້ອງກັກໂຕ (ລາຍລະອຽດຈະມີບົດແນະນຳຢ່າງເປັນທາງການໃນໄວໆນີ້).

ແຫຼ່ງຂ່າວ: ກົມພັດທະນາການທ່ອງທ່ຽວ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...