spot_img
Homeຂ່າວຕ່າງປະເທດແມ່ຕູ້ ຊາວຢີ່ປຸ່ນ ທີ່ມີອາຍຸຫຼາຍທີ່ສຸດໃນໂລກເສຍຊີວິດແລ້ວ

ແມ່ຕູ້ ຊາວຢີ່ປຸ່ນ ທີ່ມີອາຍຸຫຼາຍທີ່ສຸດໃນໂລກເສຍຊີວິດແລ້ວ

Published on

ໃນວັນທີ 25 ເມສາ 2022 ເຈົ້າໜ້າທີ່ຂອງຍີ່ປຸ່ນເຜີຍວ່າ: ຄາເນະ ທານາກະ ຍິງຊາວຍີ່ປຸ່ນທີ່ມີອາຍຸຫຼາຍທີ່ສຸດໃນໂລກ ໄດ້ເສຍຊີວິດລົງແລ້ວດ້ວຍອາຍຸ 119 ປີ.

ສຳນັກຂ່າວໂຕກຽວລາຍງານວ່າ: ທ້າວ ເຊອິທາໂຣ ຫັດໂຕຮິ ເຈົ້າແຂວງຟຸກຸໂອກະ ຊຶ່ງຕັ້ງຢູ່ທາງຕາເວັນຕົກເຂດເກາະຄຶວຊູທາງຕອນໃຕ້ຂອງຢີ່ປຸ່ນ ລະບຸໃນຖະແຫຼງການວ່າ: ນາງ ທານາກະ ໄດ້ເສຍໍີວິດ ແລ້ວດ້ວຍອາຍຸ 119 ປີ ເມື່ອວັນທີ່ 19 ເມສາ ທີ່ຜ່ານມາ ເຂົາຮູ້ສຶກເສຍໃຈຫຼາຍຫຼັງຈາກຮູ້ຂ່າວການເສຍຊີວິດໃນຄັ້ງນີ້ ເນື່ອງຈາກເຂົາໄດ້ວາງແຜນທີ່ຈະຈັດງານລ້ຽງ ສະຫຼອງຮ່ວມກັບ ທານະກະ ໃນວັນເຄົາລົບຜູ້ສູງອາຍຸ.

ທານາກະ ເກີດໃນວັນທີ 2 ມັງກອນ ປີ 1903 ຢູ່ໃນແຂວງຟຸກຸໂອກະ ເຊິ່ງເປັນປີດຽວກັບສອງພີ່ນ້ອງຕະກູນ ໄລຕ์ ຄື ອໍວິວໄລຕ์ ແລະ ວິວເບີໄລຕ์ ປະສົບຄວາມສຳເລັດຈາກການນຳເຄື່ອງບິນຕົ້ນແບບລຳທຳອິດຂອງໂລກ ບິນຂຶ້ນສູ່ທ້ອງຟ້າ ແລະ ເປັນປີດຽວກັນທີ່ ມາຮີ ກູຮີ ນັກເຄມີຊາວໂປໂລຍ ຜູ້ຄົ້ນພົບລັງສີ ເຣເດຍ ທີ່ໃຊ້ຢັບຢັ້ງການຂະຫຍາຍຕົວຂອງມະເຮັງ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...