spot_img
Homeຂ່າວພາຍ​ໃນອິນ​ໂດ​ເນ​ເຊຍ ສັ່ງ​ໂຈະ ​ການ​ສົ່ງ​ອອກ​ນ້ຳມັນ​ປາມ

ອິນ​ໂດ​ເນ​ເຊຍ ສັ່ງ​ໂຈະ ​ການ​ສົ່ງ​ອອກ​ນ້ຳມັນ​ປາມ

Published on

ສຳນັກ​ຂ່າວ ຣອຍ​ເຕີລາຍງານວ່າ: ທ່ານ ​ໂຈ​ໂຄ ວີ​ໂດ​ໂດ ປະທານາ ທິບໍດີ ອິນ​ໂດ​ເນ​ເຊຍສັ່ງ​ໂຈະການ​ສົ່ງ​ອອກນ້ຳມັນ​ປາມ ​ເປັນ​ການ​ຊົ່ວຄາວນັບ​ແຕ່​ ວັນ​ທີ 28​ ເມສາ​ນີ້ເປັນຕົ້ນໄປ ​ເພື່ອ​ຮັກສາ​ສະຖຽນ​ລະ​ພາບຂອງ​ຕະຫລາດ ພາຍ​ໃນ​ປະ​ເທດທ່າມກາງ ລາຄາ​ ອັດຕາເງິນ​ເຟີ້​ເພີ່ມ​ສູງ​ຂຶ້ນ​ເປັນ​ປະຫວັດສາດ ​ເນື່ອງ​ຈາກ​ສະພາບ​ການ​ໂລກຍັງ​ຮ້ອນ​ແຮງ​.

ປັດຈຸບັນ ອິນ​ໂດ​ເນ​ເຊຍ ​ເປັນ​ຜູ້​ຜະລິດ ​ແລະ ສົ່ງ​ອອກ​ນ້ຳມັນ​ປາມແຫ່ງ​ໃຫຍ່ທີ່​ສຸດ​ຂອງ​ໂລກ ​ແຕ່​ຄວາມ​ຕ້ອງການຈາກຫລາຍ​ ປະ​ເທ​ເພີ່ມ​ສູງ​ຂຶ້ນ​ໂດຍ​ສະ​ເພາະຈີນ ​ແລະ ອິນ​ເດຍ ມີ​ຄວາມ​ຕ້ອງການ​ສູງ​ກວ່າ​ປົກກະຕິ ​ແຕ່​ຕົ້ນປີ​ນີ້ເຮັດ​ໃຫ້ອິນ​ໂດ​ເນ​ເຊຍ ​ແລະ ມາ​ເລ​ເຊຍ ທີ່​ເປັນ​ປະ​ເທດ ​ຜູ້​ສົ່ງ​ອອກ​ ແຫ່ງ​ໃຫຍ່ ບໍ່​ສາມາດຕອບ​ສະໜອງການ​ຜະລິດ ​ແລະ ຄວບ​ຄຸມ​ ການ​ສົ່ງ​ອອກໄດ້​ທັນ​ເວລາ.

ແນວໃດກໍຕາມແນວໂນ້ມລາຄານ້ຳມັນປາມຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງໂດຍລາຄານ້ຳມັນປາມສົ່ງມອບລ່ວງໜ້າໃນເດືອນ ກໍລະກົດ ເພີ່ມຂຶ້ນ 6% ສູງສຸດໃນຮອບ 6 ອາທິດໂດຍຫຼາຍປະເທດລວມເຖິງອິນເດຍຕ້ອງເພິ່ງພາການນຳເຂົ້ານ້ຳມັນປາມເປັນທາງເລືອກທີ່ຖືກກວ່ານ້ຳມັນພືດ ແລະ ນ້ຳມັນດອກທານຕະວັນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...