spot_img
Homeຂ່າວຕ່າງປະເທດປະທານາທິບໍດີຂອງສະຫະລັດຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ໃນ​ເດືອນ​ພຶດສະພາ

ປະທານາທິບໍດີຂອງສະຫະລັດຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ​ໃນ​ເດືອນ​ພຶດສະພາ

Published on

ທ່ານ ໂຈ ໄບເດັນ ປະທານາທິບໍດີຂອງສະຫະລັດຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ບັນດາ​ຜູ້ນຳ​ສະມາຄົມ​ປະຊາ​ຊາດ​ແຫ່ງອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ທີ່​ກຸງ​ວໍ​ຊິງ​ຕັນໃນ​ເດືອນ​ໜ້າ.

ອີງຕາມທໍານຽບຂາວ ກ່າວວ່າ ງານທີ່ຈະຈັດຂຶ້ນນັບແຕ່ວັນທີ 12-13 ພຶດສະພານີ້ ມີຈຸດປະສົງເພື່ອສະແດງໃຫ້ເຫັນເຖິງຄວາມໝຸ໊ງໝັ້ນຂອງສະຫະລັດໃນການຮ່ວມມືລະດັບພາກພື້ນ.

ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ນີ້​ຈະ​ສະ​ເຫຼີ​ມສະຫຼອງຄົບຮອບ 45 ປີ​ ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ລະຫວ່າງອາ​ເມ​ຣິ​ກາ-ອາ​ຊຽນ, ​ເຊິ່ງເກີດຂື້ນຫຼັງຈາການ​ເຂົ້າ​ຮ່ວມ​ຂອງ ​ທ່ານ ໄບເດັນ ​ໃນ​ເດືອນ​ຕຸລາ ປີ 2021 ​ໃນ​ເວທີ​ປາ​ໄສ​ທີ່​ທ່ານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ໃຫ້ເງິນ​ຊ່ວຍເຫຼືອຈໍານວນ 102 ລ້ານ USD ​ເພື່ອ​ຊ່ວຍເຫຼືອ​ບັນດາ​ປະ​ເທດ​ເຫຼົ່ານີ້​ກ່ຽວກັບ​ພະຍາດ​ໂຄ​ວິດ-19 ​ແລະ ຄວາມ​ປອດ​ໄພດ້ານ​ສາທາລະນະ​ສຸກ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ເຕີບ​ໂຕ​ດ້ານ​ເສດຖະກິດ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍ.

ທ່ານ ເຈນ ຊາກິ ໂຄສົກທຳນຽບຂາວ ກ່າວໃນຖະແຫຼງການໃນວັນເສົາວ່າ “ມັນເປັນບູລິມະສິດອັນດັບຕົ້ນໆຂອງອຳນາດການປົກຄອງ ໄບເດັນ-ຮາຣີສ ໃນການເຮັດໜ້າທີ່ເປັນຄູ່ຮ່ວມມືທີ່ເຂັ້ມແຂງ ແລະ ເຊື່ອຖືໄດ້ໃນອາຊີຕາເວັນອອກສຽງໃຕ້.” “ຄວາມມຸ່ງມາດປາດຖະໜາຮ່ວມກັນຂອງພວກເຮົາສໍາລັບພາກພື້ນຈະສືບຕໍ່ສະໜັບສະໜູນຄໍາຫມັ້ນສັນຍາຮ່ວມກັນຂອງພວກເຮົາໃນການພັດທະນາອິນໂດ-ປາຊີຟິກທີ່ເສລີ ແລະ ເປີດກວ້າງ, ປອດໄພ, ເຊື່ອມຕໍ່ເຖິງກັນ ແລະ ຢືດຢຸ່ນໄດ້.”

ກອງ​ປະຊຸມ​ສຸດ​ຍອດ​ຄັ້ງ​ທຳ​ອິດ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ມີນາ ​ແຕ່​ໄດ້ຖືກ​ເລື່ອນ​ເວລາ​ອອກ​ໄປ​ຍ້ອນ​ຄວາມ​ກັງວົນ​ຂອງ​ສະມາຊິກ​ບາງ​ຄົນເລື່ອງກໍານົດການ ​ແລະ ​ການ​ເກີດ​ຄວາມ​ຂັດ​ແຍ່​ງກັນ​ໃນ​ຢູ​ເຄຣນ.

ແຫຼ່ງທີ່ມາຈາກ: The Laotian Times

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...