spot_img
Homeຂ່າວພາຍ​ໃນນັກທ່ອງທ່ຽວທີ່ເຄີຍຕິດເຊື້ອຈະເດີນທາງມາ ສປປ ລາວ ແມ່ນບໍ່ໃຫ້ກວດ RT-PCR

ນັກທ່ອງທ່ຽວທີ່ເຄີຍຕິດເຊື້ອຈະເດີນທາງມາ ສປປ ລາວ ແມ່ນບໍ່ໃຫ້ກວດ RT-PCR

Published on

ອີງຕາມການລາຍງານຈາກ ຂປລ ໃຫ້ຮູ້ວ່າ: ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃນວັນທີ 14 ເມສາ 2022 ວ່າ: ສປປ ລາວ ມີແຜນການກຽມເປີດປະເທດ ເຕັມຮູບແບບ ໂດຍຈະມີການຖະແຫລງຂ່າວໄວໆນີ້, ທຸກຄົນທີ່ຈະເດີນທາງເຂົ້າມາ ສປປ ລາວ ຕ້ອງໄດ້ກວດ RT-PCR ພາຍໃນ 72 ຊົ່ວໂມງ ກ່ອນການເດີນທາງ ເຊິ່ງມາດຕະການດັ່ງກ່າວເຫັນວ່າມີຄວາມຈໍາເປັນ, ໃນກໍລະນີຜູ້ທີ່ເຄີຍຕິດເຊື້ອ ແລະ ປິ່ນປົວຄົບກໍານົດແລ້ວ ແມ່ນບໍ່ໃຫ້ກວດ RT-PCR ແຕ່ຕ້ອງມີໃບຢັ້ງຢືນຈາກແພດຢ່າງເປັນທາງການ.

ສໍາລັບນັກທ່ອງທ່ຽວທີ່ເດີນທາງມາຮອດ ສປປ ລາວ ແລ້ວຕ້ອງໄດ້ກວດ RDT ໂດຍນຳໃຊ້ ເຄື່ອງກວດທີ່ອົງການອະນາໄມໂລກຮັບຮອງ, ໄລຍະເວລາລໍຖ້າຜົນກວດ ແມ່ນອີງໃສ່ຈຳນວນຜູ້ໂດຍສານທີ່ເຂົ້າມາ ພ້ອມສະເໜີໃຫ້ສະໜາມບິນ ແລະ ດ່ານພາກພື້ນດິນກະກຽມສະຖານທີ່ກວດ ແລະ ລະບົບການຈໍາກັດຂີ້ເຫຍື້ອແຍກເຊື້ອ, ຖ້າຜົນກວດ RDT ເປັນລົບ ບໍ່ໃຫ້ຈໍາກັດບໍລິເວນ, ແຕ່ຖ້າຜົນກວດ RDT ເປັນບວກ ຕ້ອງອີງໃສ່ກໍລະນີໜັກ ຫລື ເບົາບາງ ເຊັ່ນ: ຖ້າກໍລະນີເບົາບາງ ໃຫ້ນໍາສົ່ງໄປໂຮງແຮມ ທີ່ກໍານົດໄວ້, ຖ້າກໍລະນີໜັກ ໃຫ້ນໍາສົ່ງໄປໂຮງໝໍທີ່ກໍານົດໄວ້.

ສຳລັບຂັ້ນແຂວງ ແມ່ນນຳສົ່ງໂຮງໝໍແຂວງ, ຖ້າມີໂຮງໝໍເອກະຊົນທີ່ມີເງື່ອນໄຂປິ່ນປົວຄົນເຈັບໄດ້ ກໍໃຫ້ໂຮງໝໍເອກະຊົນຊ່ວຍປິ່ນປົວ, ຖ້າມີອາການໜັກ ແຂວງທີ່ບໍ່ມີເງື່ອນໄຂເຊີດຊູ ແມ່ນໃຫ້ນໍາສົ່ງມາໂຮງໝໍສູນກາງ.

ຂໍ້ມູນ: ຂປລ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...