spot_img
Homeຂ່າວການພັດທະນາແຂວງວຽງຈັນ ພິຈາລະນານຳໃຊ້ພະລັງງານແສງຕາເວັນ ເປັນໄຟເຍືອງທາງໃນເທສະບານ

ແຂວງວຽງຈັນ ພິຈາລະນານຳໃຊ້ພະລັງງານແສງຕາເວັນ ເປັນໄຟເຍືອງທາງໃນເທສະບານ

Published on

a7d9f5e9877ed48704b26dd0f5ba8f77

 

ບໍ­ລິ­ສັດ​ ພະ­ລັງ­ງານ​ແສງ​ຕາ­ເວັນ ຈຳ­ກັດ ຊຶ່ງ​ເປັນ​ບໍ­ລິ­ສັດ​ຂອງ​ນັກ­ທຸ­ລະ­ກິດແຫ່ງ ສປ ຈີນ ໂດຍ​ມີ​ທີ່​ຕັ້ງ​ຢູ່​ບ້ານ​ໜອງ

ສະ­ໂນ​ຄຳ ເມືອງ​ສີ​ໂຄດ​ຕະ­ບອງ ​ນະ­ຄອນຫຼວງ​ວຽງ​ຈັນ ໄດ້​ເຂົ້າ​ນຳ​ສະ­ເໜີ​ຈຸດ​ດີ, ຂໍ້​ສະ­ດວກ​ຂອງ​ການ​ນຳ​ໃຊ້​ພະ­ລັງ­ງານ

ໄຟ­ຟ້າ​ແສງ​ຕາ­ເວັນ ​ເປັນ​ໄຟ​ເຍືອງ​ທາງ ໃນ​ເທ­ສະ​ບານ​ແຂວງ​ວຽງ​ຈັນ ​ເນື່ອງຈາກ​ເປັນ​ພະ­ລັງ­ງານ​ສະ­ອາດ, ປະ­ຢັດ,

ສະ­ດວກ ແລະ ປອດ​ໄພ ຂະ­ນະ​ທີ່​ອົງການ​ປົກ­ຄອງ​ແຂວງ ​ສະ­ເໜີ​ໃຫ້​ບໍ­ລິ­ສັດ​ດັ່ງກ່າວ​ອອກ​ແບບ​ລາຍ​ລະ­ອຽດ​ເປັນ​ຫຼາຍ

ຮູບ​ແບບ​ ໃຫ້​ກົມ​ກືນ​ເຂົ້າ​ກັບ​ເທ­ສະ​ບານແຂວງ, ຄິດ­ໄລ່​ລາ­ຄາ ແລະ ສະ­ເໜີ​ຕໍ່​ອົງ­ການ​ປົກ­ຄອງ​ແຂວງ​ອີກ​ເທື່ອ​ໜຶ່ງ ​

ກ່ອນກ້າວ​ສູ່​ການ​ເຊັນ MOU.

 

ໃນ​ແລງ​ວັນ​ທີ 3 ພະ­ຈິກ​ທີ່​ຜ່ານ​ມາ ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ​ແຂວງ​ວຽງ​ຈັນ ທ່ານ ວູ​ເວິຍ ອຳ­ນວຍ​ການ​ບໍ­ລິ­ສັດ​ໄຟ­ຟ້າ

ແສງ​ຕາເວັນ​ຈຳ­ກັດ​ ໄດ້​ເຂົ້າ​ນຳ​ສະ­ເໜີ​ຈຸດດີ ແລະ ຂໍ້​ສະ­ດວກ​ຂອງ​ການ​ນຳ​ໃຊ້​ໄຟຟ້າ​ແສງ​ຕາ­ເວັນ​ເປັນ​ໄຟ­ຟ້າ​ເຍືອງ​

ທາງເທ­ສະ​ບານ​ແຂວງ​ວຽງ​ຈັນ​ຕໍ່​ທ່ານ ຄຳເມິງ ພົງ​ທະ​ດີ ເຈົ້າ­ແຂວງໆ​ວຽງ​ຈັນ​ວ່າ: ເນື່ອງ​ຈາກ​ການ​ນຳ​ໄຟ­ຟ້າ​ລະ­ບົບ​ນີ້​

ບໍ່​ໄດ້ຈ່າຍ​ຄ່າ​ກະ­ແສ​ການ​ຕິດ​ຕັ້ງ​ກໍສະ­ດວກ​ບໍ່ໄດ້​ໃຊ້​ສາຍ, ບໍ່​ສ່ຽງ​ຕໍ່​ການ​ເກີດ​ອັກ­ຄີ​ໄຟ, ລະ­ບົບ​ໄຟ­ຟ້າ​ຂອງ​ບໍ­ລິ­ສັດ​ຕົນ​

ແມ່ນ​ຜະລິດ​ຈາກ​ປະ­ເທດ​ຈີນ​ປະ­ກອບ​ດ້ວຍ:ເສົາ, ແຜ່ນ​ຮັບ​ແສງ, ໝໍ້​ໄຟ, ດອກ­ໄຟ ແລະ ກ່ອງ​ຄວບ​ຄຸມ.

 

ອຸ­ປະ­ກອນ​ທັງ​ໝົດ​ມີ​ການ​ເຮັດ​ວຽກຄື: ເສົາ​ເຮັດ​ໜ້າ­ທີ່​ຢຶດ​ໃຫ້​ມີ​ການ​ຊົງ​ຕົວຕາມ​ທີ່​ຕ້ອງ­ການ, ແຜ່ນ​ຮັບ​ແສງ​ເຮັດ

​ໜ້າທີ່​ຮັບ​ເອົາ​ແສງ​ ແລ້ວ​ສາກ​ໄຟ​ເກັບ​ມ້ຽນໄວ້​ໃນ​ໝໍ້​ໄຟ ແລະ ໝໍ້​ໄຟ​ເຮັດ​ໜ້າ­ທີ່​ປ່ອຍໄຟ​ໃຫ້​ດອກ­ໄຟ ເພື່ອ​ສົ່ງ​ແສງ​

ສະ­ຫວ່າງອອກ ແລະ ກ່ອງ​ຄວບ​ຄຸມ​ເຮັດ​ໜ້າ­ທີ່​ສັ່ງປິດŒເປີດ ແລະ ຄວາມ​ສະ­ຫວ່າງ​ຂອງດອກ­ໄຟ ຊຶ່ງ​ເຕັກ­ນິກ​ໄຟ­ຟ້າ​

ຂອງ​ບໍ­ລິ­ສັດມີ​ຄວາມ​ຮັບ­ປະ­ກັນ​ສ້ອມ­ແປງ, ປ່ຽນຖ່າຍ​ໃຫ້​ໂດຍ​ບໍ່​ເສຍ​ຄ່າ​ໃນ​ກໍ­ລະ­ນີ​ເປ່​ເພເປັນ​ເວ­ລາ​ສອງ​ປີ, ດອກ­ໄຟ​

ສາ­ມາດ​ໃຊ້ງານ​ໄດ້ 50 ພັນ​ຊົ່ວ­ໂມງ ແລະ ອຸ­ປະກອນ​ທັງ​ໝົດ 5 ປີ ຈິ່ງ​ມີ​ການ​ບຳ­ລຸງ​ຮັກສາ 1 ຄັ້ງ, ແຕ່​ຫາກ​ມີ​ການ​ບົວ

­ລະ­ບັດ​ທີ່ຖືກ­ຕ້ອງ​ອຸ­ປະ­ກອນ​ທຸກ​ຢ່າງ​ອາດ​ໃຊ້​ງານໄດ້​ຮອດ 10 ປີ, ສ່ວນ​ອາ­ຍຸ​ການ​ໃຊ້​ງານຂອງ​ເສົາ​ແມ່ນ​ຍາວ​ກວ່າ​ນັ້ນ,

ອຸ­ປະ­ກອນ ຫຼື ອາ​ໄຫຼ​ທັງ​ໝົດ​ອີກ 10 ປີ​ຂ້າງ​ໜ້າ​ຍັງມີ​ການຜະ­ລິດ ແລະ ຈຳ­ໜ່າຍ ເພື່ອ​ແຮ​ໄວ້ໃນ​ກໍ­ລະ­ນີ​ເປ່​ເພ.

 

ທ່ານ​ກ່າວ​ຕໍ່​ອີ​ກວ່າ: ບໍ­ລິ­ສັດ​ຂອງ​ຕົນໄດ້​ຮັບ​ການ​ອະ­ນຸ­ຍາດ​ໃຫ້​ສ້າງ­ຕັ້ງ​ຂຶ້ນ ແຕ່​ປີ 2010 ເປັນ­ຕົ້ນ​ມາ ແລະ ໄດ້​ຕິດຕັ້ງ

​ໄຟ­ຟ້າ​ເຍືອງ​ທາງ​ດ້ວຍ​ລະ­ບົບ​ນີ້​ຢູ່​ນະຄອນ​ຫຼວງ​ວຽງ​ຈັນ, ໄຊ​ຍະ​ບູ​ລີ ແລະ ແຂວງ​ອຸ­ດົມ​ໄຊ​ມາ​ແລ້ວ.

 

ເບື້ອງ​ທ່ານ ຄຳ​ເມິງ ພົງ​ທະ​ດີ ກໍ​ສະເໜີ​ໃຫ້​ບໍ­ລິ­ສັດ​ພະ­ລັງ­ງານ​ແສງ​ຕາ­ເວັນອອກ​ແບບ​ຕົວ​ຈິງ 2Œ3 ແບບ​ໃຫ້​ມີ​ຄວາມ

ກົມ​ກືນ​ກັບ​ເທ­ສະ​ບານ​ແຂວງ ແລະ ມີຄວາມ​ສວຍ​ງາມ, ໃຫ້​ຄິດ­ໄລ່​ມູນ​ຄ່າ​ລາຄາ​ການ​ກໍ່­ສ້າງ ແລະ ໃຫ້​ສົມ​ທຽບ­ໃສ່​ກັບ

ລາ­ຄາ​ການ​ກໍ່­ສ້າງ​ດ້ວຍ​ລະ­ບົບ​ໄຟ­ຟ້າຈາກ​ເຂື່ອນ​ ໄຟ­ຟ້າ​ນ້ຳ­ຕົກ​ແລ້ວ​ນຳ​ມາ­ສະເໜີ​ຕໍ່​ອົງ­ການ​ປົກ­ຄອງ​ແຂວງ​ວຽງ​ຈັນ

ອີກ​ ເທື່ອ​ໜຶ່ງ; ຖ້າ​ຫາກ​ທຸກ​ສິ່ງ​ທຸກ​ຢ່າງ ເປັນ​ໄປ​ດ້ວຍ​ດີ​ກໍ​ອາດ​ມີ​ການ​ເຊັນ​ບົດ​ບັນທຶກ​ຄວາມ​ເຂົ້າ­ໃຈ (MOU) ເພື່ອ​ສຶກ​

ສາຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄງ­ການ​ໃນ​ຕໍ່ໜ້າ; ພ້ອມ​ນີ້​ທ່ານ​ເຈົ້າ­ແຂວງໆ​ວຽງ​ຈັນ ຍັງ​ຊີ້​ອີ​ກວ່າ​ສຳ­ລັບ​ໄຟ­ຟ້າ​ເຍືອງ​ທາງ

ເທ­ສະ​ບານ​ແຂວງ​ວຽງ​ຈັນ, ຄະ­ນະ​ນຳຂອງ​ແຂວງ​ໄດ້​ເອ­ກະ​ພາບ​ກັນ​ໃຫ້​ນຳ​ໃຊ້ໄຟ­ຟ້າ​ແສງ​ຕາ­ເວັນ​ທັງ​ໝົດ.

 

ຕາມ​ຂໍ້​ມູນ​ຈາກ​ພະ​ແນກ​ພະ­ລັງ­ງານŒບໍ່​ແຮ່​ແຂວງ​ວຽງ​ຈັນ ໃຫ້​ຮູ້​ວ່າ​ທົ່ວ​ເທ­ສະ​ບານ​ແຂວງ​ມີ​ຄວາມ​ຕ້ອງ­ການ​ໄດ້​ຕິດ​ຕັ້ງ

​ໄຟ­ຟ້າ​ແສງຕາ­ເວັນ​ປະ­ມານ 1.500 ຊຸດ ທັງ​ໝົດ​ເປັນ​ປະ­ເພດ​ດອກ​ຄູ່.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...