spot_img
Homeຂ່າວຕ່າງປະເທດ5 ເຫດການສຳຄັນຄວາມຂັດແຍ່ງລະຫວ່າງຣັດເຊຍ-ຢູເຄຣນ

5 ເຫດການສຳຄັນຄວາມຂັດແຍ່ງລະຫວ່າງຣັດເຊຍ-ຢູເຄຣນ

Published on

1.ເຈົ້າ​ໜ້າ​ທີ່​ຢູ​ເຄຣນ ກ່າວ​ວ່າ ຂົງ​ເຂດ​ Kyiv ທັງ​ໝົດ​ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ເຕັມທີ່ (ບໍ່ມີກຳລັງຣັດເຊຍຢູ່​ເຂດ​ນັ້ນ​ແລ້ວ).

2. ຢູ​ເຄຣນ ກ່າວ​ວ່າ ສົບ​ຂອງ​ພົນລະ​ເຮືອນ 410 ຄົນ​ໄດ້​ຖືກ​ພົບ​ເຫັນ​ຢູ່​ໃນ​ບັນດາ​ເມືອງ​ໃກ້ໆ​ກັບ Kyiv, ດ້ວຍ​ຮູບ​ພາບ​ຈາກ​ດາວ​ທຽມ​ທີ່​ຖ່າຍ​ໃນ​ອາທິດ​ແລ້ວ​ນີ້ ແລະ ໄດ້ພົບເຫັນ​ຂຸມ​ຝັງ​ສົບ​ຄວາມ​ຍາວ 14 ​ແມັດ​ໃນ ເມືອງ Bucha. ບັນດາ​ຜູ້​ເຫັນ​ເຫດການ​ກ່າວ​ຕໍ່​ສື່​ມວນ​ຊົນ​ວ່າ ທະຫານຣັດ​ເຊຍ​ໄດ້​ຍິງ​ປືນ​ໃສ່​ພົນລະ​ເຮືອນ​ແທນ​ທີ່​ຈະ​ໃຫ້​ເຂົາ​ເຈົ້າ​ອອກ​ຈາກ​ແລວ​ທາງ​ດ້ານ​ມະນຸດສະທຳ. ແຕ່ຣັດ​ເຊຍ​ປະ​ຕິ​ເສດ​ຂໍ້​ກ່າວ​ຫາ​ເຫຼົ່າ​ນີ້ ແລະ​ກ່າວ​ວ່າ ກອງ​ກຳ​ລັງ​ຢູ​ເຄຣນ​ໄດ້​ວາງ​ລະ​ເບີດ​ໃສ່​ເມືອງ​ດັ່ງ​ກ່າວ​ຫຼັງ​ຈາກ​ໄດ້​ຖອນ​ຕົວ​ອອກ.

3. ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Antonio Guterres ກ່າວວ່າ: ທ່ານ “ຕົກໃຈຢ່າງສຸດຊຶ້ງ” ກັບຮູບພາບຂອງພົນລະເຮືອນທີ່ຖືກຂ້າຕາຍຢູ່ໃນເມືອງ Bucha ໃກ້ກັບນະຄອນຫຼວງ Kyiv ຂອງຢູເຄຣນ ແລະຮຽກຮ້ອງໃຫ້ມີການສືບສວນເອກະລາດ.

4. ຣັດ​ເຊຍ​ຊົມ​ເຊີຍ​ຄວາມ​ພະ​ຍາ​ຍາມ​ຂອງ​ຕວກ​ກີ​ໃນ​ການ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ຂະ​ບວນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ຢູເຄຣນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຣັດ​ເຊຍ ປະ​ຈຳ​ຕວກ​ກີ Alexey Yerkhov ກ່າວ​ໃນ​ວັນ​ຈັນ​ວານ​ນີ້.

5. ຕວກກີໄດ້ສະເໜີໃຫ້ສະໜັບສະໜູນການຍົກຍ້າຍພົນລະເຮືອນອອກຈາກເມືອງ Mariupol ທາງທະເລ, ອີງຕາມລັດຖະມົນຕີປ້ອງກັນປະເທດຕວກກີ Hulusi Akar.

ແຫຼ່ງຂໍ້ມູນ:

https://www.themoscowtimes.com/2022/04/03/ukraine-as-its-happening-a76553

https://sputniknews.com/20220404/ukrainian-police-claimed-cleaning-op-in-bucha-a-day-before-publishing-videos-of-dead-bodies-1094458090.html

https://news.un.org/en/story/2022/04/1115442

https://tass.com/politics/1431847

https://www.hurriyetdailynews.com/turkey-can-conduct-evacuation-from-mariupol-by-sea-defense-minister-172704

 

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...