Homeສຸຂະພາບ ແລະ ສີ່ງແວດລ້ອມ4 ວິທີປ້ອງກັນໂລກຂໍ້ເຂົ່າເສື່ອມ

4 ວິທີປ້ອງກັນໂລກຂໍ້ເຂົ່າເສື່ອມ

Published on

5986281b2

             ໂລກຂໍ່ເຂົ່າເສື່ອມ (Osteoarthi-tis) ຫຼື ເອີ້ນກັນສັ້ນໆວ່າ (ໂອເອ) ເປັນໂລກທີ່ເຫັນຫລາຍໃນຜູ້ສູງອາຍຸ ສ່ວນຫລາຍຈະເກີດກັບແມ່ຍິງຫລາຍກວ່າຜູ້ຊາຍ ແຕ່ຈາກສະຖິຕິຂອງການຜ່າຕັດຂໍ້ເຂົ່າພົບວ່າ ຄົນປ່ວຍສ່ວນຫລາຍມີອາຍຸປະມານ 50 ປີລົງມາ ນັ້ນຫມາຍຄວາມວ່າໂລກນີ້ບໍ່ແມ່ນໂລກຂອງຄົນສູງໄວອີກຕໍ່ໄປ. ດັ່ງນັ້ນ, ເຮົາມາຫລຸດຄວາມສ່ຽງຂອງໂລກນີ້ໃຫ້ກັບຕົວເຮົາໃນອານາຄົດກັນດີກວ່າ.

1.ຫລຸດນ້ຳຫນັກ: ໃຜທີ່ຮູ້ຕົວວ່ານ້ຳຫນັກເກີນເກນມາດຕະຖານຄວນຫຼຸດນ້ຳຫນັກໂດຍດ່ວນ ເພາະນ້ຳຫນັກທີ່ຫລາຍເກີນໄປ ຈະເຮັດໃຫ້ການເຮັດວຽກຂອງຂໍ້ເຂົ່າຫນັກເກີນໄປ ຈຶ່ງເປັນສາເຫດໃຫ້ເກີດໂລກຂໍ້ເຂົ່າເສື່ອມໄດ້.

2.ປິ່ນປົວໂລກຕຸ້ຍ: ໂລກຕຸ້ຍເຮັດໃຫ້ສານກໍ່ການອັກເສບໃນເລືອດເກີດຂື້ນ ແລ້ວສານນີ້ກໍ່ຈະເຮັດໃຫ້ເກີດຂໍ້ເຂົ່າເສື່ອມອີກຕໍ່ຫນຶ່ງ ຊຶ່ງແປວ່າບໍ່ໄດ້ເກີດຈາກນ້ຳຫນັກຕົວທີ່ຫລາຍເກີນໄປພຽງຢ່າງດຽວ.

3.ບໍ່ນັ່ງ ຫຼື ຍ່າງດົນເກີນໄປ: ການຍ່າງ ຫຼື ນັ່ງດົນເກີນໄປສາມາເພີ່ມຄວາມສ່ຽງໃນການເປັນໂລກຂໍ້ເຂົ່າເສື່ອມໄດ້ເຊັ່ນ: ຢືນຕິດຕໍ່ກັນດົນເປັນເວລາ 3 ຊົ່ວໂມງ, ນັ່ງດົນເກີນ 1 ຊົ່ວໂມງ, ນັ່ງພື້ນ ຫຼື ຄຸກເຂົ່າດົນໆ, ຍົກເຄື່ອງທີ່ມີນ້ຳຫນັກເກີນຕະຫຼອດ… ສິ່ງເຫຼົ່ານີ້ຈະເຮັດໃຫ້ເກີດໂລກຂໍ້ເຂົ່າເສື່ອມໄດ້.

4.ລະວັງອຸບັດຕິເຫດບໍລິເວນຂໍ້ເຂົ່າ: ການໄດ້ຮັບອຸບັດຕິເຫດບໍລິເວນຂໍ້ເຂົ່າກໍ່ເພີ່ມຄວາມສ່ຽງໃຫ້ເກີດເປັນໂລກນີ້ຄືອກັນຄົນທີ່ມັກຫຼິ້ນເຕະບານແລ້ວເກີດອາການບາດເຈັບແນະນຳໃຫ້ອອກກຳລັງກາຍຄ່ອງໆ ແຕ່ຕໍ່ເນື່ອງເຊັ້ນ: ຂີ່ລົດຖີບ, ຍ່າງອອກກຳລັງກາຍ, ລອຍນ້ຳເປັນຕົ້ນ.

โรคข้อเข่า04

Osteoarthritis of the Knee5

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...