spot_img
Homeຂ່າວຕ່າງປະເທດໄທສົ່ງອອກໝາກໄມ້ໄປຈີນດ້ວຍເສັ້ນທາງລົດໄຟລາວ-ຈີນ

ໄທສົ່ງອອກໝາກໄມ້ໄປຈີນດ້ວຍເສັ້ນທາງລົດໄຟລາວ-ຈີນ

Published on

ໄທສົ່ງອອກໝາກໄມ້ໄປຈີນດ້ວຍເສັ້ນທາງລົດໄຟລາວ-ຈີນ ເປັນຄັ້ງທຳອິດເພື່ອຂົນສົ່ງໝາກໄມ້ຈາກໄທໄປຈີນ

ອີງຕາມການລາຍງານຂອງ The Nation ໄທໃນວັນຈັນທີ່ຜ່ານມາ: ຕູ້ຄອນເທນເນີ 2 ຕູ້ ບັນທຸກໝາກຖົ່ວລຽນ ຈໍານວນ 40 ໂຕນ ແລະ ອີກ 1 ຕູ້ ບັນຈຸໝາກພ້າວ ຈໍານວນ 20 ໂຕນຈາກແຂວງລະຍອງໄດ້ເດີນທາງມາເຖິງສະຖານີລົດໄຟທານາແລ້ງຂອງລາວ ແລະ ເຂົ້າສູ່ປະເທດຈີນດ້ວຍລົດໄຟໃນວັນອາທິດ.

ທ່ານ ສົມກຽດ ໝັ້ນສິຣິພິບູນ ຜູ້ຈັດການ ບໍລິສັດຂົນສົ່ງລົດໄຟເກົາຈະເລີນ ທີ່ດໍາເນີນງານທາງລົດໄຟລາວ-ຈີນ ໄດ້ກ່າວໃນ The Nation ວ່າ ທາງລົດໄຟເບິ່ງຄືວ່າຈະເປັນເສັ້ນທາງຂົນສົ່ງທີ່ໄວທີ່ສຸດ, ໂດຍກ່າວຕື່ມວ່າ ຈະໃຊ້ເວລາ ປະມານ 4 ຫຼື 5 ມື້ ເທົ່ານັ້ນໃນການຂົນສົ່ງສິນຄ້າຈາກລະຍອງສູ່ຄຸນໝິງປະເທດຈີນ. ​ເຖິງ​ແມ່ນວ່າ​ຍັງ​ມີ​ບາງ​ບັນຫາ​ໃນ​ການ​ສົ່ງ​ໝາກ​ໄມ້​ຂອງ​ໄທ​ໄປ​ຈີນ ​ຍ້ອນ​ວິ​ກິດ​ການ​ໂຄ​ວິດ-19, ​ແຕ່​ ທ່ານ​ ສົມ​ກຽດ ​ກ່າວ​ວ່າ, ກຳລັງດໍາເນີນການ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ດັ່ງກ່າວ.

ທ່ານ​ກ່າວ​ຍັງກ່າວຕື່ມອີກວ່າ: ໜ່ວຍງານ​ທີ່​ກ່ຽວຂ້ອງ​ພວມ​ດຳ​ເນີນ​ການ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້​ ແລະ​ ເລັ່ງລັດ​ການ​ຂົນ​ສົ່ງ​ສິນຄ້າ​ໄປ​ຈີນ​ໂດຍ​ໄວ ​ແລະ ຍັງກ່າວເສີມອີກວ່າ ​ກໍາລັງ​ພະຍາຍາມ​​ຫຼຸດ​ຄ່າ​ສົ່ງ​ສິນຄ້າ​ໄປ​ຈີນ ​ແລະ ​ເຮັດ​ໃຫ້​ຂະ​ບວນການ​ດັ່ງກ່າວ​ມີ​ປະສິດທິ​ພາບຫຼາຍຂື້ນ.

ໃນ​ເດືອນ​ມັງກອນ​ປີ​ນີ້, ການ​ຂົນ​ສົ່ງ​ເຂົ້າສານ​ໄທ 1,000 ​ໂຕນ ​ຄັ້ງ​ທຳ​ອິດ​ໄດ້ຖືກ​ສົ່ງ​ໄປ​ຈີນ​ໂດຍ​ທາງ​ລົດ​ໄຟ​ລາວ-ຈີນ. ໄທ​ມີ​ຄວາມ​ກະ​ຕືລື​ລົ້ນ​ທີ່​ຈະ​ນຳ​ໃຊ້​ທາງ​ລົດ​ໄຟ​ເພື່ອ​ສົ່ງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ, ໂດຍ​ສະ​ເພາະ​ແມ່ນ​ກ້ວຍ​ໄມ້, ຢາງ​ພາ​ລາ, ມັນ​ຕົ້ນ, ນ້ຳ​ມັນ​ປາມ, ຜະ​ລິດ​ຕະ​ພັນ​ການ​ປະ​ມົງ ແລະ​ ຜະລິດຕະພັນສັດ​ໄປ​ຈີນ.

ໝາກ​ໄມ້​ຂອງ​ໄທ​ທີ່​ສົ່ງ​ໂດຍ​ທາງ​ລົດ​ໄຟ​ສາມາດ​ໄປ​ເຖິງ​ນະຄອນ​ຊຽງ​ໄຮ້​ໃນ​ເວລາ​ພຽງ 1-2 ມື້ ໂດຍທາງລົດໄຟລາວ-ຈີນ ເປີດໃຫ້ບໍລິການໃນເດືອນທັນວາປີກາຍນີ້ເຊິ່ງໄດ້ເປີດໂອກາດທີ່ຈະຂະຫຍາຍເສັ້ນທາງການສົ່ງອອກໄປຍັງອາຊີກາງ, ຕາເວັນອອກກາງ, ຣັດເຊຍ ແລະ ເອີຣົບ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...