Homeຂ່າວຕ່າງປະເທດວິວສະມິດ ອອກມາຂໍໂທດ ຄຣີສຣອກຄ໌ ຕໍ່ເຫດການຕົບໜ້າກາງເວທີອອສ໌ກ້າ

ວິວສະມິດ ອອກມາຂໍໂທດ ຄຣີສຣອກຄ໌ ຕໍ່ເຫດການຕົບໜ້າກາງເວທີອອສ໌ກ້າ

Published on

ວິວສະມິດ(Will Smith)ດາຣາຮໍລິວູດເຈົ້າຂອງລາງວັນອອສ໌ກ້າໃນຖານະນັກສະແດງນໍາຊາຍດີເດັ່ນແຫ່ງປີໄດ້ກ່າວຄໍາຂໍໂທດຢ່າງເປັນທາງການຕໍ່ຄຣີສຣອກຄ໌(Chris Rock).

ວິວສະມິດ ໄດ້ໂພສ໌ຂໍ້ຄວາມຜ່ານທາງອິນສຕາແກຣມວ່າ “​ຄວາມ​ຮຸນ​ແຮງ​ທຸກ​ຮູບ​ແບບ​ແມ່ນ​ອັນ​ຕະ​ລາຍ ແລະ​ ເປັນ​ການ​ທຳລາຍພຶດທິກໍາຂອງຂ້ອຍຢູ່ເທິງເວທີອອສ໌ກ້າໃນຄືນທີ່ຜ່ານມາ ເຊິ່ງເປັນສິ່ງທີ່ບໍ່ສາມາດຍອມຮັບໄດ້ ແລະ ບໍ່ມີຂໍ້ແກ້ຕົວ. ການຫຼີ້ນມຸກຕະຫລົກທີ່ເຮັດໃຫ້ຂ້ອຍອັບອາຍແມ່ນສ່ວນຫນຶ່ງຂອງວຽກ ແຕ່ການຫຼີ້ນມຸກຕະຫລົກກ່ຽວກັບສຸຂະພາບທາງດ້ານຮ່າງກາຍຂອງພັນລະຍາຂອງຂ້ອຍ (ຈາດາ) ມັນເປັນເລື່ອງໃຫຍ່ເກີນໄປສໍາລັບຂ້ອຍທີ່ຈະຍອມຮັບ ແລະ ຂ້ອຍກໍ່ຕອບໂຕ້ເລື່ອງນີ້ດ້ວຍອາລົມ.”

“ຂ້ອຍຂໍກ່າວຂໍໂທດ ຄຣີສຣອກຄ໌ ຕໍ່ໜ້າສາທາລະນະຊົນ. ຂ້ອຍຂ້າມເສັ້ນ ແລະ ຂ້ອຍເຮັດຜິດພາດ. ຂ້ອຍມີຄວາມລະອາຍເພາະການກະທຳຂອງຂ້ອຍບໍ່ໄດ້ສະທ້ອນເຖິງຄວາມເປັນຜູ້ຊາຍທີ່ຂ້ອຍຢາກເປັນ. ໃນໂລກແຫ່ງຄວາມຮັກ ແລະ ຄວາມເມດຕານີ້ ບໍ່ມີພື້ນທີ່ສຳລັບຄວາມຮຸນແຮງ.”

“ຂ້ອຍຂໍໂທດ​ຕໍ່​ຜູ້​ຈັດ​ງານປະກາດຜົນ​ລາງ​ວັນອອສ໌ກ້າ, ຜູ້ທີ່ຢູ່ໃນງານທຸກຄົນ ແລະ ທຸກຄົນທົ່ວໂລກທີ່ເຂົ້າຮ່ວມຊົມພິທີປະກາດລາງວັນ. ຂ້ອຍຂໍກ່າວຂໍໂທດຄອບຄົວວິວລ້ຽມ ແລະ ຄອບຄົວຄິງຣີຊາດຂອງຂ້ອຍ. ຂ້ອຍເສຍໃຈທີ່ພຶດທິກໍາຂອງຂ້ອຍເຮັດໃຫ້ການເດີນທາງອັນມີກຽດຂອງພວກເຮົາທຸກຄົນຕ້ອງສະດຸດ.”

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...