Homeຂ່າວຕ່າງປະເທດເກົາຫຼີເໜືອເປີດເຜີຍຮູບພາບການທົດລອງຂີປະນາວຸດຂ້າມທະວີບຊຸດໃຫຍ່

ເກົາຫຼີເໜືອເປີດເຜີຍຮູບພາບການທົດລອງຂີປະນາວຸດຂ້າມທະວີບຊຸດໃຫຍ່

Published on

ສໍານັກຂ່າວ ເຄຊີອີເອັມ ສື່ຂອງທາງການເກົາຫຼີເໜືອ ໄດ້ມີການເຜີຍແຜ່ຮູບພາບຫຼາຍຮູບທີ່ກ່ຽວຂ້ອງກັບການທົດລອງຂີປະນາວຸດຂ້າມທະວີບແບບໃໝ່ ຫຼື new-type ICBM ວານນີ້ ໂດຍມີຮູບພາບຂີປະນາວຸດພ້ອມກັບຮູບພາບຂອງ ທ່ານ ຄິມ ຈອງ ອຶນ ທີ່ເດີນທາງມາກວດຄວາມຮຽບຮ້ອຍດ້ວຍຕົນເອງຫຼາຍຮູບ ລວມທັງຮູບຂີປະນາວຸດເທິງຖານປ່ອຍໃນລະຫວ່າງທີ່ກຽມພ້ອມຍິງ, ຮູບຂອງຜູ້ບັນຊາການທະຫານທີ່ກໍາລັງສັ່ງການ, ຮູບຂະນະທີ່ປ່ອຍຈະຫຼວດ ແລະ ລວມເຖິງຮູບພາບຂອງ ທ່ານ ຄິມ ຈອງ ອຶນ ທີ່ຢືນເບິ່ງການປ່ອຍຂີປະນາວຸດຄັ້ງນີ້ດ້ວຍຮອຍຍິ້ມ ເຊິ່ງຖືວ່າເປັນຊຸດຮູບພາບທີ່ມີລາຍລະອຽດຫຼາຍທີ່ສຸດໃນບັນດາຮູບທີ່ມີການເຜີຍແຜ່ກ່ຽວກັບການທົດລອງຂີປະນາວຸດນິວເຄລຍຂອງເກົາຫຼີເໜືອທີ່ຜ່ານມາ.

ໂດຍສໍານັກຂ່າວ ເຄຊີອີເອັມ ໄດ້ເອີ້ນຂີປະນາວຸດທີ່ເຮັດການທົດລອງຄັ້ງນີ້ວ່າ ຮວາຊອງໂພ-17 (Hwasongpo-17) ພ້ອມກ່າວວ່າ ການຍິງຂີປະນາວຸດດັ່ງກ່າວເກີດຂຶ້ນຢູ່ທີ່ສະໜາມບິນນານາຊາດປຽງຢາງທີ່ໃກ້ກັບເມືອງຊູນານ ຫ່າງຈາກເມືອງຫຼວງ ປະມານ 30 ກິໂລແມັດ. ການທົດລອງດັ່ງກ່າວ ເຊິ່ງເປັນອາວຸດທີ່ຖືກຫ້າມນີ້ ຖືວ່າເປັນການທົດລອງຄັ້ງທໍາອິດໃນຮອບເກືອບ 5​ ປີ, ໂດຍຂີປະນາວຸດໄດ້ຖືກຕົກລົງໃນນ່ານນໍ້າທະເລຢິປຸ່ນໃນວັນທີ​ 24 ມີນາ ປີ 2022 ນີ້.

ຂີປະນາວຸດຂ້າມທະວີບລູກໃໝ່ຂອງເກົາຫຼີເໜືອສາມາດບິນໄດ້ໄກເຖິງ 1,100 ກິໂລແມັດ ຫຼັງຈາກທີ່ຖືກຍິງຂຶ້ນໃນລະດັບຄວາມສູງໄດ້ສູງສຸດເຖິງ 6,000 ກິໂລແມັດ ໃຊ້ເວລາບິນ 71 ນາທີ ໃນການມາເຖິງເປົ້າໝາຍທີ່ຢູ່ໄກປະມານ 1,100 ກິໂລແມັດ.

ອ້າງອີງ: KNCA

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...