Homeຂ່າວຕ່າງປະເທດຕ້ອງໃຊ້ເວລາ 10 ຫາ 15 ວັນ ຈິ່ງສາມາດຖອດລະຫັດກ່ອງດຳໄດ້

ຕ້ອງໃຊ້ເວລາ 10 ຫາ 15 ວັນ ຈິ່ງສາມາດຖອດລະຫັດກ່ອງດຳໄດ້

Published on

ກ່ຽວກັບເຫດການນ່າສະຫຼົດໃຈ ທີ່ເຮືອບິນໂດຍສານຖ້ຽວບິນ MU5735 ຂອງສາຍການບິນ CHINA EASTERNAIRLINES ທີ່ເດີນທາງຈາກ ນະຄອນຄຸນໝິງ ແຂວງຢຸນນານ ໄດ້ຕົກໃນອາທິດກ່ອນ, ເຊິ່ງຜູ້ຊ່ຽວຊານໄດ້ແຈ້ງກ່ອຽວກັບຄວາມເຄີບໜ້າຂອງເຫດການ ໃຫ້ຮູ້ວ່າ: ການຖອດລະຫັດກ່ອງດຳເຮືອບິນລຳເກີດເຫດຕ້ອງໃຊ້ເວລາ 10 ຫາ 15 ວັນ.

ປັດຈຸບັນ, ໜ່ວຍງານກູ້ໄພ ກຳລັງດຳເນີນການຊອກຄົ້ນຫາກັບບັນທຶກຂໍ້ມູນການບິນ ຫຼືກັບດຳໜ່ວຍທີ 2 ຢູ່ຕາມສະຖານທີ່ເກີດເຫດເຮືອບິນຕົກຂອງບໍລິສັດການບິນ CHINA EASTERN . ແຕ່ຢູ່ສະຖານທີ່ເກີດເຫດໄດ້ມີຝົນຕົກ ເຊິ່ງອາດຈະເຮັດໃຫ້ດິນນ້ຳຝັງສິ່ງຂອງທີ່ສຳຄັນ ແລະເຮັດໃຫ້ການກູ້ໄພປະສົບຄວາມຫຍຸ້ງຍາກຫຼາຍຂຶ້ນ.

ສ່ວນກັບບັນທຶກຂໍ້ມູນສຽງ ຫຼືກັບດຳໜ່ວຍໜຶ່ງທີ່ຖືກຄົ້ນພົບເຫັນແລ້ວ, ຜູ້ຊ່ຽວຊານກ່າວວ່າ: ຕ້ອງຜ່ານການຖອດເອົາ, ແປລະຫັດ ແລະວິເຄາະຂໍ້ມູນ, ຈຶ່ງສາມາດອອກບົດລາຍງານໄດ້ ໂດຍຕ້ອງນຳໃຊ້ເວລາປະມານ 10 ຫາ 15 ວັນ ຈຶ່ງສາມາດໄດ້ຮັບຜົນການວິເຄາະເບື້ອງຕົ້ນ. ແຕ່ຖ້າຢາກໄດ້ຜົນສະຫຼຸບສຸດທ້າຍ ຍັງຕ້ອງໃຊ້ເວລາດົນກວ່ານີ້.

ແຫຼ່ງຂ່າວ: CRI

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...