ການສຶກສາຄົ້ນຄວ້າວິທະຍາສາດຄັ້ງໃໝ່ທີ່ໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ ແລະ ຕີພິມໃນວາລະສານ Emerging Infectious Disease ເຊິ່ງໄດ້ທົດລອງສັດທີ່ຂາຍເປັນອາຫານຈາກບ່ອນຄ້າຂາຍ ແລະ ຮ້ານຄ້າຕາມແຄມທາງຫຼາຍແຫ່ງໃນລາວ.
ນັກຄົ້ນຄວ້າພົບວ່າຫຼາຍກວ່າ 20% ຂອງສັດທີ່ທົດລອງແມ່ນ ເປັນບວກສໍາລັບພະຍາດຈາກສັດສູ່ຄົນ, ພະຍາດຕິດຕໍ່ທີ່ເກີດຈາກສັດ ແລະ ມີຄວາມສາມາດໃນການແພ່ເຊື້ອສູ່ຄົນ.
ພະຍາດເລັບໂຕສະໄປຣາ (Leptospira) ເຊິ່ງເຮັດໃຫ້ເກີດອາການຄ້າຍຄືໄຂ້ຫວັດໃຫຍ່ ແລະ ການຕິດເຊື້ອອັນຕະລາຍທີ່ເອີ້ນວ່າພະຍາດ Weil ເຊິ່ງເປັນເຊື້ອແບັກທີເຣຍທີ່ພົບຫຼາຍທີ່ສຸດໃນການສຶກສາ. ມັນເປັນສາເຫດຕົ້ນຕໍຂອງການເປັນໄຂ້ຢູ່ໃນເຂດຊົນນະບົດຂອງລາວ.
ພະຍາດເລັບໂຕສະໄປຣາພົບເຫັນຢູ່ທົ່ວໄປ ໂດຍສະເພາະໃນກະຮອກ, ເຊິ່ງມັກຈະຂາຍໃນລາວເປັນຈຸກລະ 2 ຫຼື 3 ໂຕ. ນັກຄົ້ນຄວ້າພົບວ່າ ຕາມສະຖິຕິ ຄົນທີ່ຊື້ກະຮອກ 3 ໂຕໃນລາວ ມີໂອກາດ 80% ທີ່ຈະສໍາຜັດກັບພະຍາດເລັບໂຕສະໄປຣາ.
ອັນທີ່ໜ້າເປັນຫ່ວງແມ່ນນັກຄົ້ນຄວ້າພົບວ່າ ພະຍາດໃນຕະຫຼາດສັດປ່າຂອງລາວມີ “ທົ່ວທຸກແຫ່ງ”: ໃນຈຳນວນ 11 ແຫ່ງທີ່ນັກວິທະຍາສາດສຶກສາການຄ້າຂາຍສັດປ່າ, ມີ 10 ແຫ່ງທີ່ມີພະຍາດທີ່ເກີດຈາກສັດຢ່າງໜ້ອຍ 1 ໂຕ.
ໃນຂະນະທີ່ນັກລ່າສັດ, ຜູ້ຂາຍສັດ ແລະ ຜູ້ບໍລິໂພກສັດປ່າລ້ວນແຕ່ມີຄວາມສ່ຽງຕໍ່ພະຍາດ, ແຕ່ການສຶກສາຄັ້ງນີ້ພົບວ່ານັກລ່າສັດອາດຈະມີຄວາມສ່ຽງທີ່ສຸດທີ່ຈະຕິດເຊື້ອພະຍາດຈາກສັດທີ່ພວກເຂົາຈັບ ແລະ ຂ້າເພື່ອນໍາມາຂາຍ.
ຜົນການຄົ້ນຄ້ວາໄດ້ເນັ້ນເຖິງຄວາມສຳຄັນຂອງການຢຸດຕິການຄ້າສັດປ່າ ເພື່ອຮັກສາສຸຂະພາບ ແລະ ປ້ອງກັນພະຍາດລະບາດໃນອະນາຄົດ.